ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຽມພ້ອມມື້ເປີດສົກຮຽນໃໝ່ ຢູ່ທາງພາກໃຕ້ຂອງສະຫະລັດ


ຮູບກ່ຽວກັບເຄື່ອງໃຊ້ສໍາລັບໂຮງຮຽນ ຢູ່ໃນຕະຫຼາດແຫ່ງນຶ່ງຂອງເມືອງເມດີຊັນ, ລັດອາລາບາມາ.
ຮູບກ່ຽວກັບເຄື່ອງໃຊ້ສໍາລັບໂຮງຮຽນ ຢູ່ໃນຕະຫຼາດແຫ່ງນຶ່ງຂອງເມືອງເມດີຊັນ, ລັດອາລາບາມາ.

ທາງພາກໃຕ້ຂອງສະຫະລັດ ເພິ່ນຈະເປີດສົກຮຽນ ໄວກວ່າຢູ່ທາງພາກເໜືອປະ ມານ 1 ເດືອນ, ດັ່ງນັ້ນ ຊ່ວງເວລານີ້ຜູ້ປົກຄອງຂອງນັກຮຽນຕ່າງກໍພາກັນຫ້າງຫາກະກຽມເຄື່ອງຂອງສໍາລັບໂຮງຮຽນຂອງລູກໆຢ່າງຟົດຟື້ນ.

ຜູ້ປົກຄອງທ່ານນຶ່ງທີ່ອາໄສຢູ່ໃນຂົງເຂດເມືອງ ເມີຟຣີສໂບໂຣ, ລັດເທັນເນັສຊີ ກ່າວກັບ VOA ລາວ ວ່າ:

“ຂ້ອຍວ່າມັນກໍໄປຕາມຫຼາຍປີຜ່ານມາ ຄືແຕ່ກີ້ແມ່ນຫຍັງມັນກໍຖືກ ແຕ່ດຽວນີ້ເຄື່ອງຂອງຂຶ້ນແມ່ນຫຍັງມັນກໍແພງເນາະ ສໍາລັບຄວາມຄິດຂອງຂ້ອນເນາະ, ບາດນີ້ຂ້ອຍກໍວ່າ ກໍເຂົ້າໃຈແບບວ່າ ມັນຕ້ອງເປັນແບບນີ້ຢູ່ແລ້ວຫັ້ນນະ ແບບມັນຕ້ອງຂຶ້ນຫັ້ນນະ ແຕ່ລະປີມັນບໍ່ຄົງຢູ່ຊໍ່າເກົ່າ. ບໍ່ ບໍ່ຫຍຸ້ງຍາກ ຂ້ອຍເຂົ້າໃຈແບບວ່າ ທຸກສິ່ງທຸກຢ່າງມັນມີການປ່ຽນແປງ ເຮົາກໍເຂົ້າໃຈເຂົາ ເຂົາກໍເຂ້າໃຈເຮົາຫັ້ນນະ.”

ສໍາລັບໂຮງຮຽນຢູ່ໃນຂົງເຂດເມືອງທີ່ນາງອາໄສຢູ່ ແມ່ນຈະເປີດສົກຮຽນໃນຊ່ວງກາງເດືອນສິງຫາ.

ຮູບພາບເສື້ອຜ້ານັກຮຽນ ຢູ່ໃນຕະຫຼາດແຫ່ງນຶ່ງຂອງເມືອງເມດີຊັນ, ລັດອາລາບາມາ.
ຮູບພາບເສື້ອຜ້ານັກຮຽນ ຢູ່ໃນຕະຫຼາດແຫ່ງນຶ່ງຂອງເມືອງເມດີຊັນ, ລັດອາລາບາມາ.

ສ່ວນໂຮງຮຽນ ທີ່ຢູ່ບໍລິເວນເມືອງເມດີຊັນ, ລັດອາລາບາມາ ແມ່ນຈະເປີດສົກ ຮຽນໃນວັນທີ 3 ສິງຫາ ທີ່ຈະມາເຖິງນີ້. ຜູ້ປົກຄອງທ່ານນຶ່ງທີ່ອາໄສຢູ່ເມືອງດັ່ງກ່າວໄດ້ບອກວ່າ: “ເຄື່ອງຂອງຫຼາຍໆຢ່າງແພງຂຶ້ນກວ່າແຕ່ກ່ອນ, ແຕ່ກໍຍັງ ພໍຊື້ໄດ້ເພາະລາຄາບໍ່ໄດ້ໂຕນກັນຫຼາຍ. ແຕ່ກໍຢາກແນະນໍາຜູ້ປົກຄອງຫຼາຍໆຄົນ ໃຫ້ຮີບຟ້າວຈັດຫາຊື້ເຄື່ອງແຕ່ຫົວທີ ເພາະເຄື່ອງຂອງບາງຢ່າງອາດຈະໝົດກ່ອນ ຫຼືມີບໍ່ຄົບຕາມລາຍຊື່ເຄື່ອງ ຂອງທີ່ລູກໆຕ້ອງການ.”

ນອກຈາກນັ້ນ, ເນື່ອງຈາກໃນປີນີ້ ທາງໂຮງຮຽນ ແມ່ນຈະໄດ້ເລີ້ມເກັບຄ່າອາ ຫານເຊົ້າ ແລະອາຫານທ່ຽງຈາກຜູ້ປົກຄອງຕາມປົກກະຕິ ລຸນຫຼັງທີ່ເວັ້ນຫວ່າງມາໄດ້ເກືອບສາມປີ ເພາະທາງລັດຖະບານມີນະໂຍບາຍຊ່ວຍເຫຼືອຈາກສະຖາ ນະການ ການລະບາດຂອງພະຍາດໂຄວິດ-19.

ຢ່າງໃດກໍຕາມ, ແຕ່ຖ້າຜູ້ປົກຄອງຄົນໃດຫາກຕ້ອງຫຼຸດຄ່າອາຫານຂອງລູກໆລົງ ຫຼືຍົກເວັ້ນຄ່າອາຫານ, ທາງໂຮງຮຽນກໍມີແບບຟອມໃຫ້ຜູ້ປົກຄອງຮ້ອງຂໍໄດ້ຕາມເງື່ຶອນໄຂທີ່ເໝາະສົມ.

XS
SM
MD
LG