ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທຣໍາ ອາດແຕ່ງຕັ້ງ ຜູ້ອໍານວຍການ ອົງການ ຊີໄອເອ ເປັນລັດຖະມົນຕີ ກະຊວງຕ່າງປະເທດ


ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ທີ່ຕິດຕາມດ້ວຍ ລັດຖະມົນຕີຕ່າງປະເທດ ທ່ານ ເຣັກສ໌ ທີລເລີສັນ.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ທີ່ຕິດຕາມດ້ວຍ ລັດຖະມົນຕີຕ່າງປະເທດ ທ່ານ ເຣັກສ໌ ທີລເລີສັນ.

ວຽກ​ການ​ຂອງລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ​ເຣັກສ໌ ທີລ​ເລີ​ສັນ ອີກ​ເທື່ອ​ນຶ່ງ
​ປາກົດ​ວ່າ ຕົກ​ຢູ່​ໃນ​ອັນ​ຕະລາຍ ​ໃນ​ວັນ​ພະຫັດ​ວານ​ນີ້ ຫລັງ​ຈາກມີ​ລາຍ​ງານ​ໃໝ່​ວ່າ ປະທານາທິບໍດີ ດໍໂນ​ລ ທຣໍາ ຕ້ອງການທີ່ຈະຕັ້ງທ່ານທ່ານ​ໄມ​ຄ໌ ປອມ​ປີ​ໂອ ຜູ້​ອຳນວຍ
​ການ​ອົງ​ກາງ​ສືບ​ລັບຊີໄອເອ ເຂົ້າຮັບຕຳແໜ່ງແທນທ່ານ ​ໃນ​ບໍ່​ເທົ່າ​ໃດ​ອາທິດ​ຂ້າງໜ້ານີ້.

ລາຍ​ງານ​ຂ່າວ​ໜັງສືພິມຫລາຍ​ສະບັບ ທີ່ໄດ້ອ້າງຄຳເວົ້າຂອງ​ເຈົ້າ​ໜ້າ​ທີ່​ອາວຸໂສ​ທຳນຽບ
ຂາວ ທີ່ຂໍສະຫງວນ​ຊື່ ລາຍ​ງານວ່າ ​ຄວາມ​ສຳພັນ​ລະຫວ່າງປະທານາທິ ບໍດີ​ທຣໍາ ​ແລະ​
ທ່ານ​ທີລ​ເລີ​ສັນ ​ໄດ້​ເກີດຄວາມຕຶງຄຽດ​ໃນຮອບ​ປີ​ທີ່​ຜ່ານ​ມາ ​ແລະ​ປະທານາທິບໍດີ ​ເຫັນ​ດີ​ຢາກໃຫ້ຜູ້ອຳນວຍການ​ອົງການຊີໄອເອ ​ທີ່​ທ່ານ​ມີຄວາມ ສຳພັນທີ່ດີກວ່ານັ້ນ ເຂົ້າຮັບ
ໜ້າທີ່ແທນ.

ສະມາຊິກສະພາ​ສູງພັກຣີພັບ​ບລິ​ກັນ​ຈາກ​ລັດ ອາຄັນ​ຊໍ ທ່ານ​ທອມ ຄັດ​ຕັນ ພັນ​ທະ​ມິດ​ທີ່
ແຂງຂັນ ຂອງປະ​ທາ​ນາ​ທິບໍດີ​ທຣໍາ ກ່ຽວ​ກັບ​ບັນຫາດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດນັ້ນ ມີ​
ລາຍ​ງານ​ວ່າ ຈະເຂົ້າຮັບໜ້າທີ່ແທນທ່ານ​ປອມ​ປີ​ໂອ ​ເປັນ​ຜູ້ອຳ ນວຍການ​ອົງການ​ສື​ບ
ລັບຊີໄອເອ.

​ໂຄສົກ​ທຳນຽບຂາວ ທ່ານ​ນາງ ຊາຣາ ຮັກ​ກາ​ບີ ​ແຊນ​ເດີ ​ໄດ້​ພະຍາຍາມບໍ່​ໃຫ້​ຄວາມ​ສຳ
ຄັນ​ກ່ຽວກັບ​ລາຍ​ງານຂ່າວ​ໃນ​ວັນ​ພະຫັດ​ວານ​ນີ້ ​ໂດຍ​ກ່າວ​ວ່າ “​ເວລາໃດ​ທີ່​ປະທານາທິບໍ
ດີ​ ສູນເສຍ​ຄວາມ​ເຊື່ອ​ໝັ້ນໃນ​ຜູ້​ໃດ​ຜູ້​ນຶ່ງແລ້ວ ​ເຂົາ​ເຈົ້າ​ຈະ​ບໍ່ ສາມາດ​ຮັບ​ໃຊ້​ຢູ່​ໃນລະດັບ
ທີ່​ເຂົາ​ເຈົ້າຄວນຈະເປັນ.”

ສຳລັບໃນ​ປັດຈຸບັນ​ນີ້ ອະນາ​ຄົດ​ຂອງທ່ານ​ທລີ​ເລິສັນ ກໍ​ຄື​ເຮັດ​ວຽກ​ໜັກ ​ໃນ​ນາມລັດຖະ
ມົນຕີ​ຕ່າງປະ​ເທດ ​ແລະ​ນັ້ນ "ບໍ່​ມີ​ການ​ປະກາດສັບປ່ຽນ​ພະນັກງານ​ໃນ​ປັດ ຈຸບັນ​ນີ້" ທ່ານ​
ນາງແຊນເດີ ກ່າວໃນ​ລະຫວ່າງ​ການຖະແຫຼງ​ຂ່າວປະຈຳ​ວັນ.

White House Denies Planning to Replace Tillerson With CIA Director
please wait

No media source currently available

0:00 0:01:51 0:00

ໂຄສົກ​ກະຊວງ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ​ແຮ​ເຕີ ນາວເອີດທ໌ ຍັງ​ໄດ້​ຕອບ​ຢ່າງ​ລະ
ມັດລະວັງ ໂດຍກ່າວ​ວ່າ ທ່ານ​ທລີ​ເລີ​ສັນ ຍັງ​ຢູ່​ໃນ​ໜ້າ​ທີ່​ຂອງ​ທ່ານແລະ​ຈະເດີນທາງຕາມ
​ແຜນໄປ​ຢູ​ໂຣບ ໃນອາທິດ​ໜ້າ​ນີ້​.

ຜູ້ອຳນວຍການອົງການສືບລັບຊີໄອເອ ທ່ານໄມ​ຄ໌ ປອມ​ປີ​ໂອ.
ຜູ້ອຳນວຍການອົງການສືບລັບຊີໄອເອ ທ່ານໄມ​ຄ໌ ປອມ​ປີ​ໂອ.

ອົງການຂ່າວ​ສະຫະລັດ ​ໄດ້​ລາຍ​ງານ​ກ່ຽວກັບການສັບຊ້ອນຫົວໜ້າຄະນະຄວາມໝັ້ນ
ຄົງ​ແຫ່ງ​ຊາດ ຂອງ​ປະທານາທິບໍດີ​ທຣໍາ ຊຶ່ງໄດ້ມີການ​ພິຈາລະນາ ມາ​ເປັນ​ເວລາ​ຫຼາຍ
​ເດືອນແລ້ວ ​ເຖິງ​ແມ່ນຍັງ​ບໍ່​ເປັນທີ່ຈະແຈ້ງເທື່ອວ່າ ປະທານາທິບໍດີ​ທຣໍາ ​ໄດ້​ຕັດສິນ​ໃຈ
​ແລ້ວຫລືບໍ່.

ສະມາຊິກສະພາ​ສູງພັກຣີພັບ​ບລິ​ກັນ​ ຈາກ​ລັດ ອາຄັນ​ຊໍ ທ່ານ​ທອມ ຄັດ​ຕັນ.
ສະມາຊິກສະພາ​ສູງພັກຣີພັບ​ບລິ​ກັນ​ ຈາກ​ລັດ ອາຄັນ​ຊໍ ທ່ານ​ທອມ ຄັດ​ຕັນ.

ໃນ​ຕອນ​ເຊົ້າ​ວັນ​ພະຫັດວານນີ້ ຢູ່​ໃນ​ການຕອບຄຳຖາມ​ສັ້ນໆ​ຂອງ​ພວກ​ນັກ​ຂ່າວ​ຢູ່​ທຳ
ນຽບຂາວ ປະທານາທິບໍດີ​ທຣໍາ ເວລາ​ມີການຖາມກ່ຽວ​ກັບ​ຊະຕາກຳ​ຂອງ​ທ່ານ​ທລີ​ເລີ​
ສັນນັ້ນ ທ່ານກ່າວ​ວ່າ “ທ່ານ​ຢູ່​ທີ່ນີ້ ທ່ານ​ເຣັກສ໌ ຢູ່​ນີ້.” ປະທານາທິບໍດີ ບໍ່​ໄດ້​ໃຫ້ຄວາມ
ເຫັນອື່ນແຕ່​ຢ່າງ​ໃດ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ທ່ານ​ຈິ​ມ ​ແມັດຕິ​ສ ຍັງ​ໄດ້​ໃຫ້ຄວາມເຫັນເວລາ​ມີການ
ຖາມໂດຍ​ກ່າວ​ວ່າ "ຂ້າພະ​ເຈົ້າບໍ່ກ່ຽວຂ້ອງ​ແລະ​ບໍ່ມີ​ຫຍັງກ່ຽວກັບ​ເລື້ອງ​ນີ້.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG