ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ແລະຄອບຄົວຂອງທ່ານ ໄດ້ໄຕ້ໄຟ
ໃສ່ຕົ້ນຄຣິສມາສແຫ່ງຊາດ ຢູ່ໃນທໍານຽບຂາວ.
ພິທີການໄຕ້ໄຟໃສ່ຕົ້ນຄຣິສມາສຂອງທໍານຽບຂາວ ໄດ້ມີຂຶ້ນຢູ່ສົ້ນຂອງທໍານຽຂາວ
ຊຶ່ງເປັນບ່ອນທີ່ມີຕົ້ນຄຣິສມາສໃຫຍ່ຕົ້ນນຶ່ງ ແລະມີຕົ້ນຄຣິສມາສນ້ອຍກວ່າ ທີ່ເປັນ
ຕົວແທນຂອງ 50 ລັດ ຕັ້ງໄວ້ໃຫ້ຄົນມາຢ້ຽມຊົມນະຄອນຫລວງວໍຊິງຕັນໄດ້ເບິ່ງໄດ້
ຊົມກັນໃນແຕ່ລະປີ.
ງານດັ່ງກ່າວໃນປີນີ້ ແມ່ນດໍາເນີນໄປພາຍໃຕ້ການເປັນປະທານຂອງໂຄສົກໂທລະ
ທັດແຄັດທີ ລີ ກິຟຟອດ (Kathie Lee Gifford) ແລະດາລາສະແດງໜັງ ດີນ ເຄນ
(Dean Cain). ງານດັ່ງກ່າວເຕັມໄປດ້ວຍການສະແດງດົນຕີຂອງຄະນະບີສບອຍສ
(Beach Boys), ຄະນະດົນຕີຂອງກອງທັບເຮືອ, ແມນ ນະໄຮມ໌ ສະຕີມໂຣລເລີ
(Mannheim Steamroller) ແລະນັກຮ້ອງຄົນອື່ນໆ ອີກ ຊຶ່ງລວມມີ ແຈັກ ແວັກເນີ
(Jack Wagner), ໄວວ໌ນັນນາ (Wynonna), ເກຣັກ ແຄັມແບງ (Craig Campbell),
ເທັກຊັສ ເທັນເນີສ໌ (Texas Tenors), ແລະ ຄະນະໂບ ທາຍສ໌ (Bow Ties) ຊຶ່ງ
ເປັນຄະນະຂອງຊາຍໜຸ່ມ ບອຍສ໌ ສອງ (Boys II).
ພິທີການໃນປີນີ້ ເປັນການສະຫລອງບຸນໄຕ້ໄຟໃສ່ຕົ້ນຄຣິສມາສ ຄັ້ງທີ 95 ຊຶ່ງໄດ້
ເລີ້ມຕົ້ນມີມາໃນປີ 1923 ໂດຍປະທານາທິບໍດີ ຄອລ໌ວິນ ຄູລີດຈ໌ (Calvin
Coolidge). ປະເພີດັ່ງກ່າວ ໄດ້ປະຕິບັດກັນແມ່ນແຕ່ໃນປີ 1941 ຊຶ່ງເປັນເວລາ
ສອງອາທິດ ກ່ອນໜ້າທີ່ສະຫະລັດຈະເຂົ້າຮ່ວມຕໍ່ສູ້ ໃນສົງຄາມໂລກຄັ້ງທີສອງ.
ທີ່ຈິງແລ້ວ ໃນງານທີ່ຈັດຂຶ້ນໃນວັນທີ 22 ທັນວາ 1941, ມີການປະກົດຕົວແບບ ບໍ່
ຄາດຄິດກັນຂອງນາຍົກ ວິນສຕັນ ເຊີຊິລ (Winston Churchill) ຂອງອັງກິດ ແລະ
ອົງມົງກຸດຣາຊະກຸມມາສນ ແລະອົງມົງກຸດຣາຊະກຸມາຣີ ຂອງປະເທດນໍເວ ທີ່ປະ
ເທດຂອງພວກພະອົງ ຖືກເຢຍຣະມັນຢຶດຄອງ ໃນປີນຶ່ງກ່ອນໜ້ານັ້ນ.
ບໍ່ມີການໄຕ້ໄຟໃສ່ຕົ້ນຄຣິສມາສດັ່ງກ່າວ ຢູ່ໃນຊຸມປີຕໍ່ມາ ຍ້ອນວ່າຕ້ອງໄດ້ພາກັນປະ
ຢັດໄຟ ແຕ່ວ່າ ພວກເດັກນ້ອຍນັກຮຽນຢູ່ໃນເຂດດັ່ງກ່າວກໍໄດ້ບໍລິຈາກເຄື່ອງຫ້ອຍເອ້
ຕົ້ນຄຣິສມາສໃຫຍ່ໃນຊຸມປີ 1942, 1943 ແລະ 1944. ໂດຍທີ່ມີຄໍາຂວັນທີ່ເວົ້າເຖິງ
ຄວາມຮັກຊາດ ແລະ ເຈ້ຍທີ່ຂຽນຊື່ຂອງທະຫານສະຫະລັດ ໃສ່ກັບເຄື່ອງເອ້ຕົ້ນຄຣິສ
ມາສ ຂອງຊາດ ໄດ້ກາຍເປັນສັນຍາລັກ ຂອງຄວາມຮັກຊາດ ໃນຍາມທີ່ມີບັນຫາ.
ທຸກມື້ນີ້ ຕົ້ນຄຣິສມາສໃຫຍ່ ໄດ້ຖືກໄຕ້ໃນຕອນຕົ້ນໆ ຂອງໂອກາດວັນບຸນຄຣິສມາສ
ເພື່ອເປັນການເລີ້ມຕົ້ນ ການແຂ່ງຂັນນາງງາມ ເພື່ອສັນຕິພາບ ໂດຍມີຈຸດປະສົງໃນ
ການສ້າງໃຫ້ມີຄວາມດີ ແລະມີບັນຍາກາດຂອງງານບຸນ ແກ່ປວງຊົນ ໃນຊາດ ແລະ
ສາດສະໜາຕ່າງໆ ໃນສະຫະລັດ.