ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ​​ ​ອະນຸມັດໃຫ້ ຜູ້ຜະລິດ​ອາວຸດ ຂາຍອາວຸດ ປ້ອງກັນ ທີ່​ຮ້າຍ​ແຮງ ​​ແກ່​ຢູ​​ເຄຣນ ແລ້ວ


An official uses a telescope to perform "rukyah", the sighting of the new moon for the Muslim holy fasting month of Ramadan, in Putrajaya, Malaysia.
An official uses a telescope to perform "rukyah", the sighting of the new moon for the Muslim holy fasting month of Ramadan, in Putrajaya, Malaysia.

ສະຫະລັດໄດ້​ອະນຸມັດໃຫ້ຜູ້ຜະລິດ​ຢູ່​ໃນ​ປະເທດ​ຂາຍ​ອາວຸດປ້ອງກັນທີ່​ຮ້າຍ​ແຮງ​ໃຫ້
​ແກ່​ຢູເຄຣນ.

​ໂຄສົກ​ກະຊວງການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ​ແຮ​ເຕີ ນາວ​ເອີດທ໌ ​ໄດ້​ຢືນຢັນ
ໃນ​ອາທິດ​ນີ້​ວ່າ​ ທາງລັດຖະສະພາ​ໄດ້ຮັບ​ຊາບ​ກ່ຽວ​ກັບ​ເລື່ອງ​ນີ້​ໃນ​ວັນ​ທີ 13 ເດືອນ
​ທັນວາ ຜ່ານມານີ້.

ທ່ານ​ນາງ​ນາວ​ເອິດທ໌ ກ່າວ​ວ່າ ກອບ​ກົດໝາຍທີ່ອະນຸຍາດໃຫ້ ຜູ້ຜະລິດ​ອາວຸດ​ຢູ່​ໃນ
​ສະຫະລັດ ຂາຍສິນຄ້າຂອງຕົນ​ໃຫ້​ແກ່​ຢູ​ເຄຣນນັ້ນ ​ໄດ້​ມີ​ມາ​ແຕ່ໃນສະໄໝຂອງ​ລັດ
ຖະບານ​ທ່ານ​ບາ​ຣັກ​ໂອ​ບາ​ມາ ຢູ່ແລ້ວ.

ທ່ານ​ນາງ​ນາວ​ເອີ​ດທ໌ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ຢູ່​ຖະ​ແຫລ​ງການ​ຕໍ່​ສື່ມວນ​ຊົນ​ໃນ​ວັນ​ພຸດ​ທີ່
​ຜ່ານ​ມາ​ວ່າ ລັດ​ຖະບານ​ບໍ່​ໄດ້​ສະໜອງ​ອາວຸດ​ໃຫ້​ແກ່​ຢູ​ເຄຣນເອົາເອງ ພຽງ​ແຕ່​ອະນຸ
ຍາດໃຫ້ບັນດາຜູ້ຜະລິດ​ອາວຸດໃນ​ສະຫະລັດ​ຂາຍໃຫ້ປະເທດດັ່ງກ່າວ​ໄດ້​.

ອົງການ​ຂ່າວຣອຍ​ເຕີ​ໄດ້​ລາຍ​ງານວ່າ ໃບ​ອະນຸຍາດສົ່ງ​ສິນຄ້າ​ອອກ​ກວາມເອົາ​ພວກ
ອາວຸດ​ເຊັ່ນ ​ອາວຸດສົງຄາມແບບເຄິ່ງ​ໂອ​ໂຕ​ມາຕິກ​ ​ແລະແບບ​ໂອໂຕ​ມາຕິກ. ມັນຮວມ
ທັງປືນ​ສັ້ນຍິງ​ສູ້​ລົບ, ​ເຄື່ອງ​ເກັບ​ສຽງ, ກ້ອງ​ສ່ອງທາງໄກຂອງ​ທະຫານ, ເຄື່ອງດັບແສງ
ໄຟ​ເຮັດໃຫ້ເຫລື້ອມ​ຕາ ​ແລະ​ສິ້ນ​ສ່ວນ​ຕ່າງໆ ຂອງອຸປະກອນເຫລົ່ານີ້.

ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ກ່າວ​ວ່າ ອຸບປະກອນ​ໄດ້​ອະນຸ​ມັດ​ໃຫ້​ຂາຍ​ມີ​ມູນ​ຄ່າ 41
ລ້ານ 5 ​ແສນ​ໂດ​ລາ. ໜັງສືພິມ Washington Post ລາຍ​ງານ​ວ່າ​ບໍ່​ມີ​ການ​ອະນຸມັດ
ໃຫ້ຂາຍອາວຸດ​ໜັກ​ ເຊັ່ນລູກສອນ​ໄຟຕ້ານ​ລົດ​ຖັງແຈ​ເວີ​ລິນ (Javerlin) ​ທີ່​ຢູເຄຣນຮ້ອງ​
ຂໍ​ມານັ້ນ. ໜັງສືພິມດັ່ງກ່າວ​ຍັງ​ລາຍ​ງານ​ວ່າ ກາ​ນາ​ດາ​ ກໍໄດ້​ອະນຸມັດ​ການ​ຂາຍທີ່​ຄ້າຍຄື
​ກັນນີ້ ​ໃຫ້​ແກ່​ຢູ​ເຄຣນ​ໃນອາທິດ​ນີ້.

ບັນດາ​ຜູ້​ຕິຕຽນ​ການ​ເຄື່ອນ​ໄຫວດັ່ງ​ກ່າວເວົ້າ​ວ່າ ການ​ຂາຍ​ອາວຸດ​ທີ່​ຮ້າຍ​ແຮງ​ໃຫ້​ແກ່​ຢູ​
ເຄຣນ ເປັນໄພຂົ່ມຂູ່​ຕໍ່​ການ​ເພີ້​ມຄວາມ​ເຄັ່ງ​ຕຶງຂຶ້ນລະຫວ່າງ​ສະຫະລັດ ​ກັບຣັດ​ເຊຍ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ​ຈິ​ມ ​ແມັດ​ຕິ​ສ ຢູ່ໃນການ​ເດີນທາງ​ໄປ ນະ
ຄອນ​ກຽບຟ໌ຂອງປະ​ເທດ​ຢູ​ເຄຣນ ​ໃນ​ເດືອນ​ສິງຫາ​ທີ່​ຜ່ານມານັ້ນ ໄດ້ກ່າວ​ວ່າ ລັດຖະບານ​
ທ່ານ​ທຣໍາ​ໄດ້ “ທົບ​ທວນ​ເບິ່ງ​ຢ່າງ​ທີ່​ຖ້ວນ” ວ່າຈະອະນຸມັດການຂາຍ​ອາວຸດ​ປ້ອງ​ກັນ​ທີ່
​ຮ້າຍ​ແຮງ​ແກ່​ປະ​ເທດ ທີ່ຖືກ​ສົງຄາມທໍາລາຍນີ້ ຫລືບໍ່. “ອາວຸດ​ປ້ອງ​ກັນ​ບໍ່​ແມ່ນເປັນການ
ເກາະຜິດ ເວັ້ນເສຍແຕ່ວ່າ ປະເທດນັ້ນ ​ເປັນ​ບຸກລຸກ ​ແລະມັນ​ເປັນ​ທີ່​ແຈ້ງ​ຂາວຢູ່ແລ້ວ​ວ່າ
ຢູ່ເຄຣນບໍ່​ໄດ້​ເປັນປະເທດທີ່ບຸກລຸກເຂດແດນຂອງໃຜ”. ທ່ານ​ກ່າວເຊັ່ນນັ້ນ ເພື່ອ​ຕອບ​ຕໍ່
​ຄຳ​ຖາມ​ທີ່ວ່າຣັດ​ເຊຍຈະ​ເຫັນ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ເປັນ​ໄພ​ຂົ່ມຂູ່ ຫລືບໍ່ນັ້ນ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາສາ​ອັງກິດ

XS
SM
MD
LG