ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄູ່ສົມລົດໃໝ່ ໄດ້ໃຊ້ໝໍ້ຫຸງເຂົ້າເປັນລະເບີດ ໃນການໂຈມຕີໂບດແຫ່ງນຶ່ງ ອີງຕາມຄຳເວົ້າຂອງຕຳຫຼວດອິນໂດເນເຊຍ


ຕຳຫຼວດຂອງອິນໂດເນເຊຍ ຢືນຍາມຢູ່ດ້ານນອກຂອງໂບດແຫ່ງນຶ່ງຫຼັງຈາກທີ່ ເກີດເຫດວາງລະເບີດແຕກຂຶ້ນ ໃນເມືອງມາກາສກາຣ, ວັນທີ 28 ມີນາ 2021.
ຕຳຫຼວດຂອງອິນໂດເນເຊຍ ຢືນຍາມຢູ່ດ້ານນອກຂອງໂບດແຫ່ງນຶ່ງຫຼັງຈາກທີ່ ເກີດເຫດວາງລະເບີດແຕກຂຶ້ນ ໃນເມືອງມາກາສກາຣ, ວັນທີ 28 ມີນາ 2021.

ທາງການຂອງອິນໂດເນເຊຍ ໄດ້ລະບຸໂຕຄູ່ຜົວເມຍ ທີ່ຫາກໍແຕ່ງງານເມື່ອບໍ່ດົນມານີ້ ທີ່ເຊື່ອມໂຍງກັບກຸ່ມ ຈາມາ ອານຊາຣູດ ດາວລາ (Jamaah Ansarud Daulah or JAD) ທີ່ເປັນເຄືອຂ່າຍຂອງກຸ່ມລັດອິສລາມ ເປັນຜູ້ຕ້ອງສົງໄສຫຼັກ ທີ່ຢູ່ເບື້ອງຫຼັງການໂຈມຕີລະເບີດສະຫຼະຊີບ ໃນວັນອາທິດຜ່ານມາ ທີ່ໄດ້ແນເປົ້າໝາຍໃສ່ ໂບດກາໂຕລິກ ໃນເມືອງມາກາສກາຣ ຊຶ່ງເປັນເມືອງເອກຂອງແຂວງຊູລາເວຊີໃຕ້.

ໂດຍເອີ່ຍເຖິງຄູ່ສາມີແລະພັນລະຍາດ້ວຍພຽງຊື່ຫຍໍ້ເທົ່ານັ້ນ ທ່ານລິສຕີໂຢ ຊີກິດ ປຣາໂບໂວ (Listyo Sigit Prabowo) ຜູ້ບັນຊາການຕຳຫຼວດແຫ່ງຊາດຂອງອິນໂດເນເຊຍ ໄດ້ກ່າວວ່າ ຜູ້ຕ້ອງສົງໄສ “ແອລ ແລະ ວາຍແອສແອັຟ” ທີ່ໄດ້ຖືກລະບຸໂຕໂດຍສື່ມວນຊົນຂອງອິນໂດເນເຊຍ ເປັນຊາຍທີ່ຊື່ວ່າ ລູູກແມນ ແລະພັນລະຍາຂອງລາວ ຊື່ວ່າ ດີວີ ໄດ້ແຕ່ງການກັນມາໄດ້ 6 ເດືອນກ່ອນໜ້ານີ້ ໂດຍຜູ້ສຳຄັນຂອງກຸ່ມ JAD ທີ່ຮູ້ຈັກກັນໃນຊື່ ຣີຟາລດີ.

ຊາວອິນໂດເນເຊຍ ໂດຍທົ່ວໄປແລ້ວ ມີຊື່ດຽວເທົ່ານັ້ນ ຊຶ່ງພວກເຂົາໃຊ້ໃນການກ່າວເອີ້ນກັນ.

ອີງຕາມທ່ານປຣາໂບໂວແລ້ວ ທ້າວຣີຟາລດີ ໄດ້ຖືກຈັບກຸມ ໃນເດືອນມັງກອນ ແລະໄດ້ຖືກຕັ້ງຂໍ້ຫາມີສ່ວນກ່ຽວຂ້ອງໃນການວາງລະເບີດ ຢູ່ພະວິຫານ Our Lady of Mount Carmel ໃນເມືອງໂຮໂລ ຂອງຟີລິບປິນ ໃນປີ 2019 ຊຶ່ງໄດ້ເຮັດໃຫ້ 20 ຄົນເສຍຊີວິດ ແລະອີກຫຼາຍສິບຄົນໄດ້ຮັບບາດເຈັບ.

ຜູ່ບັນຊາການຕຳຫຼວດ ຍັງໄດ້ກ່າວວ່າ ທ້າວລູກແມນ ໄດ້ປະໄວ້ໜັງສື ທີ່ຂຽນຂໍ້ຄວາມສັ່ງລາໃຫ້ແກ່ພໍ່ແມ່ຂອງຜູ້ກ່ຽວ ໂດຍບອກພວກເຂົາວ່າ ລາວ “ພ້ອມແລ້ວທີ່ຈະເປັນຜູ້ຍອມຕາຍເພື່ອສາສະໜາ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG