ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສື່ມວນ​ຊົນ​ທາງ​ການ: ດາວ​ທຽມ​ທີ່​ຫາ​ກໍ​ຖືກ​ສົ່ງ​ຂຶ້ນ​ໃໝ່ໆ ຂອງ​ເກົາ​ຫຼີ​ເໜືອ ໄດ້​ຖ່າຍ​ຮູບ​ຖານ​ທັບ​ ສ​ຫລ ທີ່​ເກາະ​ກວມ


​ແຟ້ມ - ຜູ້​ນຳ​ເກົາ​ຫຼີ​ເໜືອ ກິມ ຈົງ ອືນ ແນມ​ເບິ່ງ​ຈະ​ຫຼວດ ທີ່​ບັນ​ທຸກ​ດາວ​ທຽມ​ສອດ​ແນມ Malligyong-1 ທີ່​ຖືກ​ສົ່ງ​ຂຶ້ນ​ຈາກ​ແຂ​ວງ ກີ​ຢອງ​ຊາວ​ເໜືອ ໃນ​ຮູບ​ທີ່​ອົງ​ການ​ຂ່າວ​ຣອຍ​ເຕີ້​ໄດ້​ຮັບ​ມາ ເມື່ອ​ວັນ​ທີ 21 ພະ​ຈິກ 2023.
​ແຟ້ມ - ຜູ້​ນຳ​ເກົາ​ຫຼີ​ເໜືອ ກິມ ຈົງ ອືນ ແນມ​ເບິ່ງ​ຈະ​ຫຼວດ ທີ່​ບັນ​ທຸກ​ດາວ​ທຽມ​ສອດ​ແນມ Malligyong-1 ທີ່​ຖືກ​ສົ່ງ​ຂຶ້ນ​ຈາກ​ແຂ​ວງ ກີ​ຢອງ​ຊາວ​ເໜືອ ໃນ​ຮູບ​ທີ່​ອົງ​ການ​ຂ່າວ​ຣອຍ​ເຕີ້​ໄດ້​ຮັບ​ມາ ເມື່ອ​ວັນ​ທີ 21 ພະ​ຈິກ 2023.

ຜູ້​ນຳ​ຂອງ​ເກົາ​ຫຼີ​ເໜືອ ກິມ​ ຈົງ ອຶນ ໄດ້​ກວດ​ເບິ່ງ​ຮູບ​ພາບ​ ຂອງ​ຖານ​ທັບ​ສະ​ຫະ​ລັດ​ທີ່​ເກາະ​ກວມ ​ທີ່​ຖ່າຍ​ຈາກ​ດາວ​ທຽມ ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຫຼັງ​ຈາກ​ເກົາ​ຫຼີ​ເໜືອ​ໄດ້​ກ່າວ​ອ້າງວ່າ ​ຕົນ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ສົ່ງ​ດາວ​ທຽມ​ສອດ​ແນມ​ໜ່ວຍ​ທຳ​ອິດ​ຂອງ​ປະ​ເທດ​ຂຶ້ນ​ສູ່​ວົງ​ໂຄ​ຈ​ອນ.

ໃນ​ລະ​ຫວ່າງ​ການ​ໄປ​ຢ້ຽມ​ຢາມ​ສູນ​ກາງ​ຄວບ​ຄຸມ​ດາວ​ທຽມ ​ທີ່​ພຽງ​ຢາງ ທ່ານ​ກິມ​ໄດ້​ສັງ​ເກດ​ເບິ່ງ​ຮູບ​ພາບ ຂອງ​ຖານ​ທັບ​ອາ​ກາດ​ແອນ​ເດີ​ສັນ ອ່າວ​ອາ​ພ​ຣາ ແລະ​ຖານ​ທັບ​ທີ່​ສຳ​ຄັນ​ອື່ນໆ​ອີກ​ຂອງ​ສະ​ຫະ​ລັດ ອົງ​ການ​ຂ່າວ​ສູນ​ກາງ​ຂອງ​ທາງ​ການ​ເກົາ​ຫຼີ​ເໜືອ ຫຼື KCNA ລາຍ​ງານ.

ລາຍ​ງານ​ດັ່ງ​ກ່າວ​ບໍ່​ໄດ້​ຮວມ​ທັງ​ຮູບ​ພາບ​ທີ່​ກ່າວ​ກັນ​ວ່າ​ຖ່າຍ​ໂດຍ​ດາວ​ທຽມ ທີ່​ຖືກ​ສົ່ງ​ຂຶ້ນ​ສູ່​ວົງ​ໂຄ​ຈອນ​ໃນ​ແລງວັນ​ອັງ​ຄານ ຈາກ​ເຂດ​ແຄມ​ຝັ່ງ​ທະ​ເລ​ກ້ຳ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ. ລາຍ​ງານ​ເວົ້າ​ວ່າ ອຸບ​ປະ​ກອນ​ດັ່ງ​ກ່າວ ​ຈະ​ໃຊ້​ເວ​ລາ 7 ຫາ 10 ມື້ເພື່ອ “ປັບ​ໂຕ” ກ່ອນ​ຈະ​ເລີ້ມ​ປະ​ຕິ​ບັດ​ງານ​ໃນ​ການ​ສອດ​ແນມໃນ​ວັ​ນ​ທີ 1 ທັນ​ວາ​ຈະ​ມານີ້.

ທ່ານ​ກິມ ຢາກ​ໃຫ້​ສົ່ງ​ດາວ​ທຽມ​ສອດ​ແນມ “ຕື່​ມ​ອີກ​ຫຼາຍ​ໜ່ວຍ” ຂຶ້ນ​ສູ່​ “ວົງ​ໂຄ​ຈອນທີ່​ແຕກ​ຕ່າງ​ກັນ” ອັນ​ເປັນ​ສ່ວນ​ນຶ່ງ​ໃນ​ຄວາມ​ພະ​ຍາ​ຍາມ ​ເພື່ອ​ໃຫ້​ສາ​ມາດ​ຕິດ​ຕາມ​ເບິ່ງ​ການ​ເຄື່ອນ​ໄຫວ​ທາງ​ທະ​ຫານ​ຂອງ​ສະ​ຫະ​ລັດແລະ​ພັນ​ທະ​ມິດ​ໄດ້​ດີ​ຂຶ້ນກວ່າ​ເກົ່າ ອົງ​ການ​ຂ່າວ KCNA ລາຍ​ງານ.

ນີ້​ແມ່ນ​ຄວາມ​ພະ​ຍາ​ຍາມ​ເທື່ອ​ທີ 3 ຂອງ​ເກົາ​ຫຼີ​ເໜືອ ໃນ​ການ​ສົ່ງ​ດາວ​ທຽມ​ຂຶ້ນ​ສູ່​ວົງ​ໂຄ​ຈອນ​ໃນ​ປີນີ້. ການ​ຍິງ​ສົ່ງ​ກ່ອນ​ໜ້ານີ້ ມີ​ຂຶ້ນ​ໃນ​ເດືອນ​ພຶດ​ສະ​ພາ ແລະ​ສິງຫາ ຊຶ່ງ​ໄດ້​ສິ້ນ​ສຸດ​ລົງ​ດ້ວຍ​ຄວາມ​ລົ້ມ​ແຫຼວ​ຍ້ອນ​ບັນ​ຫາ​ກ່ຽວ​ກັບລູກຈະ​ຫຼວດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG