ຊາວເມືອງຫຼາຍກວ່າສອງລ້ານຄົນຢູ່ໃນເຂດຕາເວັນອອກສຽງເໜືອຂອງສະຫະລັດຍັງບໍ່ ມີໄຟຟ້າໃຊ້ເທົ່າເຖິງວັນອາທິດມື້ນີ້ ຫຼັງຈາກເກີດພາຍຸຮ້າຍແຮງ Sandy ເມື່ອຕົ້ນອາທິດແລ້ວນີ້.
ຂະນະທີ່ຄຸ້ມ Lower Manhattan ຂອງນະຄອນນີວຢ໊ອກໄດ້ກະແສໄຟຟ້າຄືນມາແລ້ວ ພວກຊາວເມືອງຢູ່ຄຸ້ມອື່ນໆ ໂດຍສະເພາະຄຸ້ມ Staten Island ແລະ ຄຸ້ມ Queens ຍິ່ງເກີດມີຄວາມຍໍ້ທໍ້
ອຸກອັ່ງຫຼາຍເພີ່ມຂຶ້ນ ຍ້ອນວ່າ ຈົນຮອດດຽວນີ້ ພວກເຂົາເຈົ້າ
ກໍຍັງບໍ່ມີໄຟຟ້າໃຊ້ ຕໍ່ໜ້າສະພາບດິນຟ້າອາກາດ ທີ່ໜາວເຢັນເຖິງຂັ້ນກ້າມເປັນນໍ້າກ້ອນນັ້ນ.
ເບິ່ງວີດິໂອກ່ຽວກັບຜົນກະທົບຂອງພາຍຸແຊນດີ
ທ່ານ Michael Bloomberg ເຈົ້າຄອງກໍາແພງນະຄອນນີວຢ໊ອກ ໄດ້ ຮຽກຮ້ອງ ພວກ ຊາວເມືອງ ທີ່ຍັງບໍ່ມີໄຟຟ້າໃຊ້ ໂດຍສະເພາະພວກຄົນເຖົ້າແກ່ ໃຫ້ພາກັນໄປພັກຢູ່ທີ່ບ່ອນພັກຊົ່ວຄາວທີ່ທາງການຈັດຫາໄວ້ໃຫ້ ເພື່ອຈະໄດ້ອົບອຸ່ນແລະໄດ້ກິນອາຫານຮ້ອນໆ.
ໃນຂະນະດຽວກັນ ເຈົ້າໜ້າທີ່ນະຄອນນີວຢ໊ອກ ກໍໄດ້ສ້າງຄວາມສັບສົນວຸ້ນ ວາຍ ຂຶ້ນມາອີກ ເວລາພວກເຂົາເຈົ້າເວົ້າວ່າ ຈະມີນໍ້າມັນແອັສຊັງແຈກຢາຍ ຢູ່ຕາມສະຖານທີ່ຕ່າງໆທົ່ວຕົວເມືອງນີວຢ໊ອກ ແຕ່ໃນເວລາຕໍ່ມາຊໍ້າພັດເວົ້າວ່າ ມີແຕ່ພວກຄົນງານສຸກເສີນ ແລະ ຜູ້ຊ່ວຍກູ້ໄພເທົ່ານັ້ນທີ່ຈະໄດ້ຮັບນໍ້າມັນແອັສຊັງກ່ອນ ກ່ອນປະຊາຊົນທໍາມະດາສາມັນ.
ເບິ່ງວີດິໂອກ່ຽວກັບຊີວິດຫລັງພາຍຸແຊນດີ
ສ່ວນທີ່ລັດ ນີວເຈີຊີ ຢູ່ໃກ້ກັນນັ້ນ ຜູ້ປົກຄອງລັດ ທ່ານ Chris Christie ໄດ້ເລີ່ມປະຕິບັດແຜນການແບ່ງປັນ ທີ່ອະນຸຍາດໃຫ້ລົດລາທັງຫຼາຍທີ່ມີເລກທ້າຍຂອງປ້າຍລົດ ເປັນເລກຄູ່ ໄປຊື້
ນໍ້າມັນໄດ້ໃນວັນຄູ່. ສ່ວນຜູ້ມີ ເລກທ້າຍຄີກ ກໍໃຫ້ໄປເອົານໍ້າມັນໃນວັນຄີກ. ທ່ານ Christie ໄດ້ຍ້ອງຍໍສັນເສີນປະທານາທິບໍດີໂອບາມາ ສໍາລັບການສະໜອງຕອບຢ່າງໄວວາແລະທັນໃຈຈາກລັດຖະບານກາງ ແຕ່ພວກເຄາະຮ້າຍໃນລັດນີວ ເຈີຊີ ທັງຫຼາຍ ທີ່ຍັງໂມໂຫ ພາກັນສືບຕໍ່ຈົ່ມທຸກໃຫ້ທາງການຢູ່ຕໍ່ມາ.
ການປະເມີນຜົນເສຍຫາຍໃນເບື້ອງຕົ້ນ ຈາກໄພ ຊຸບເປີ້ພາຍຸແຊນດີ ໃນເຂດຝັ່ງຕາເວັນ ອອກສະຫະລັດ ແມ່ນຕົກຢູ່ໃນປະມານລະວ່າງ 20 ຫາ 50 ພັນລ້ານໂດລາ.
ເບິ່ງວີດິໂອຜົນກະທົບ ດ້ານເສດຖະກິດຂອງລົມພາຍຸແຊນດີ: