ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວນິວຊິແລນ ຍ້າຍໄປບ່ອນດິນສູງ ໃນຂະນະທີ່ເກີດແຜ່ນດິນໄຫວ ມີຟອງສຸນາມິ


ຂໍ້ມູນຈາກສູນກາງແຜ່ນດິນໄຫວ ທໍລະນີວິທະຍາແຫ່ງຊາດ ສະຫະລັດ ສະແດງໃຫ້ເຫັນການສັ່ນສະເທືອນຢູ່ເຂດແຄມຝັ່ງທະເລ ຂອງປະເທດນິວຊິແລນ ໃນວັນສຸກມື້ນີ້.
ຂໍ້ມູນຈາກສູນກາງແຜ່ນດິນໄຫວ ທໍລະນີວິທະຍາແຫ່ງຊາດ ສະຫະລັດ ສະແດງໃຫ້ເຫັນການສັ່ນສະເທືອນຢູ່ເຂດແຄມຝັ່ງທະເລ ຂອງປະເທດນິວຊິແລນ ໃນວັນສຸກມື້ນີ້.

ຄື້ນຟອງສຸນາມິຂະໜາດນ້ອຍ ທີ່ເກີດຈາກແຜ່ນດິນໄຫວຮ້າຍແຮງຕິດຕໍ່ກັນໄດ້ ສ້າງຄວາມສັ່ນສະເທືອນໃຫ້ແກ່ຝັ່ງຕາເວັນອອກ ຂອງເກາະເໜືອ ປະເທດນິວຊີ ແລນໃນວັນສຸກມື້ນີ້ແລະພວກເຈົ້າໜ້າທີ່ກ່າວວ່າ ປະຊາຊົນຫຼາຍພັນຄົນທີ່ໄດ້ພາ ກັນຍ້າຍໄປຢູ່ບ່ອນດິນສູງນັ້ນເວລານີ້ ສາມາດກັບຄືນ ໄປບ້ານເຮືອນຂອງເຂົາ ເຈົ້າໄດ້ແລ້ວ.

ພວກເຈົ້າໜ້າທີ່ໄດ້ເຕືອນວ່າຄື້ນຟອງອາດສູງເຖິງສາມແມັດ ຊຶ່ງສູງກວ່າລະດັບ ຄື້ນຟອງທະເລເວລານໍ້າຂຶ້ນ ຫຼັງຈາກເກີດແຜ່ນດິນໄຫວທີ່ມີລະດັບແຮງສຸດ 8.1 ແຕ່ວ່າຄື້ນຟອງທີ່ໃຫຍ່ສຸດ ເວລານີ້ໄດ້ຜ່ານໄປແລ້ວ ອີງຕາມຫ້ອງການຄຸ້ມຄອງ ໄພສຸກເສີນແຫ່ງຊາດ ຫຼື NEMA ຊຶ່ງເວົ້າວ່າ ໄດ້ມີການຫຼຸດລະດັບ ຂອງການຂົ່ມຂູ່ລົງແລ້ວ.

ອົງການດັ່ງກ່າວຍັງເວົ້າວ່າ “ບັດນີ້ ຜູ້ຄົນທີ່ໄດ້ຍ້າຍໜີທັງໝົດ ສາມາດກັບຄືນໄປໄດ້ແລ້ວ.”

ວີດີໂອ ທີ່ລົງເຜີຍແຜ່ຢູ່ໃນສື່ສັງຄົມ ໄດ້ສະແດງໃຫ້ເຫັນວ່າ ຟອງນໍ້າທະເລໄດ້ ຍູ້ເຂົ້າໄປໃນເຂດທ່າເຮືອນັອດແລນ ແລະໃນເຂດແຫຼມຕາເວັນອອກຂອງເກາະເໜືອ.

ໃນຕອນເຊົ້າວັນສຸກມື້ນີ້ ພວກກຳມະກອນ ນັກຮຽນ ແລະປະຊາຊົນຢູ່ໃນຂົງເຂດນັອດແລນ ແລະອ່າວເປລັນຕີ ຢູ່ຝັ່ງດ້ານເໜືອໃກ້ກັບເມືອງອັອກແລນໄດ້ເຕືອນ ໃຫ້ລະວັງໄພ ຫຼັງຈາກເກີດແຜ່ນດິນໄຫວສາມເທື່ອ ຢູ່ນອກແຄມຝັ່ງທະເລ ພາຍໃນເວລາບໍ່ຮອດແປດຊົ່ວໂມງ ທີ່ເຮັດໃຫ້ເກີດສຽງຫວໍເຕືອນໄພສຸນາມິ.

ອ່ານຂ່າວນີ້ເປັນພາສາອັງກີດ

XS
SM
MD
LG