ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ແຜນຍຸດທະສາດ “ການລົບລ້າງ” COVID-19 ຂອງ ນິວຊີແລນ ຖືກທົດສອບ ໃນຂະນະທີ່ເຂົາເຈົ້າ ຍືດເວລາ ການກັກບໍລິເວນ ອອກໄປ


ທ່ານ ຄຣິສ ຮັອບກິນສ໌, ລັດຖະມົນຕີຂອງລັດຖະບານ ນິວຊີແລນ ໄດ້ຍອມຮັບວ່າວິທີການ “ລົບ ລ້າງ” ເພື່ອບັນລຸສະຖານະພາບ “COVID ເປັນສູນ” ຂອງປະເທດອາດຈະປະຕິບັດບໍ່ໄດ້ອີກຕໍ່ໄປ ໃນຂະນະທີ່ໄວຣັສສາຍພັນ ແດລຕ້າ ໄດ້ພິສູດໃຫ້ເຫັນວ່າຍາກຈະຄວບຄຸມໄດ້. ລັດຖະບານໃນນະ ຄອນຫຼວງ ແວລລິງຕັນ ໄດ້ຍືດເວລາການກັກບໍລິເວນທົ່ວປະເທດອອກໄປ ຈົນຮອດຢ່າງໜ້ອຍວັນ ສຸກນີ້ ແລະ ມີການຕິດເຊື້ອ 107 ກໍລະນີໄດ້ຖືກກວດພົບໃນປັດຈຸບັນນີ້. ຄຳສັ່ງໃຫ້ຢູ່ໃນບ້ານໃນເມືອງ ອອກແລນ (Auckland), ເຊິ່ງແມ່ນຈຸດສູນກາງຂອງການລະບາດນັ້ນ, ແມ່ນຈະມີຜົນບັງຄັບໃຊ້ໄປຈົນຮອດຢ່າງໜ້ອຍວັນທີ 31 ສິງຫາ. ນັກຂ່າວວີໂອເອ ຟິລ ເມີເຊີ ມີລາຍງານຈາກນະຄອນ ຊິດນີ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ປະເທດ ນິວຊີແລນ ໄດ້ກຳນົດການກັກບໍລິເວນ ຕັ້ງແຕ່ມີສັນຍານທຳອິດຂອງການລະບາດໂດຍປະຕິບັດໃຊ້ແຜນຍຸດທະສາດເພື່ອ “ປາບ” COVID-19 ແລະ ຫຼຸດຜ່ອນການແຜ່ລາມຂອງໄວຣັສດັ່ງກ່າວ. ເຂົາເຈົ້າຍັງໄດ້ປິດເຂດ ຊາຍແດນຕໍ່ຄົນຕ່າງປະເທດສ່ວນໃຫຍ່ໃນເດືອນມີນາ 2020 ແລະ ປະຊາຊົນທີ່ ເດີນທາງກັບປະເທດຈະຕ້ອງໄດ້ປະຕິບັດການຄວບຄຸມກັກບໍລິເວນທີ່ເຂັ້ມງວດ. ປະເທດດັ່ງກ່າວໄດ້ພະຍາຍາມທີ່ຈະຫຼຸດຜ່ອນຄວາມຮຸນແຮງຂອງໂຣກລະບາດ ແລະ ໄດ້ຮັບສາຍຍາວ່າ “ນິວຊີແລນ ທີ່ປອດໄພ” ຍ້ອນແຜນຍຸດທະສາດ ດັ່ງ ກ່າວ. ແຕ່ແນວໃດກໍຕາມ, ລັດຖະບານຕອນນີ້ແມ່ນໄດ້ຍອມຮັບວ່າ ມັນມີຮອຍ ແຕກໃນວິທີການເພື່ອຕໍ່ສູ້ກັບໂຣກລະບາດຂອງປະເທດນັ້ນ.

ບັນດາເຈົ້າໜ້າທີ່ສາທາລະນະສຸກ ໄດ້ເຊື່ອມໂຍງ ການລະບາດຂອງສາຍພັນ ແດລຕ້າ ໃສ່ນັກເດີນທາງ ຜູ້ທີ່ໄດ້ກັບມາ ຈາກລັດ ນິວ ຊາວ ເວລສ໌ ຂອງ ອອສເຕຣເລຍ ໃນວັນທີ 7 ສິງຫາທີ່ຜ່ານມາ.

ທ່ານ ຄຣິສ ຮັອບກິນສ໌, ລັດຖະມົນຕີການຕອບສະໜອງຕໍ່ COVID-19, ໄດ້ ກ່າວຕໍ່ໂທລະພາບ TVNZ ໃນທ້ອງຖິ່ນເມື່ອວັນອາທິດທີ່ຜ່ານມາວ່າ ການລົບ ລ້າງໄວຣັສດັ່ງກ່າວ ຈະເປັນວຽກງານທີ່ຫຍຸ້ງຍາກ.

ທ່ານ ຮັອບກິນສ໌ ໄດ້ກ່າວວ່າ “ສາຍພັນ ແດລຕ້າ ໄດ້ກໍ່ໃຫ້ມີຄຳຖາມທີ່ໃຫຍ່ວ່າ ພວກເຮົາຈະຕໍ່ສູ້ດີ້ນຮົນກັບມັນ, ເຊິ່ງໃນໄລຍະບໍ່ເຖິງ 24 ຊົ່ວໂມງຄົນຜູ້ທີ່ໄດ້ຕິດມັນ ແລະ ຕິດແປດມັນໃສ່ຄົນອື່ນນັ້ນ ແມ່ນບໍ່ຄືກັບສິ່ງທີ່ພວກເຮົາບໍ່ໄດ້ຮັບມືໃນໂຣກລະບາດໃນປັດຈຸບັນນີ້, ແລະ ມັນກໍໄດ້ປ່ຽນແປງທຸກຢ່າງ. ມັນໝາຍຄວາມວ່າການປ້ອງກັນທີ່ມີຢູ່ທັງໝົດຂອງພວກເຮົາເລີ່ມທີ່ຈະເບິ່ງບໍ່ພຽງພໍ ຫຼື ບໍ່ແຂງ ແກ່ນຍ້ອນຜົນຂອງມັນ. ສະນັ້ນ, ພວກເຮົາຈຶ່ງໄດ້ຕິດຕາມຢ່າງໃກ້ຊິດໃນສິ່ງທີ່ພວກເຮົາສາມາດເຮັດເພີ່ມເຕີມ, ແຕ່ວ່າມັນໄດ້ກໍ່ໃຫ້ມີຄຳຖາມທີ່ໃຫຍ່ ກ່ຽວກັບ ວ່າແມ່ນຫຍັງຈະເປັນແຜນໄລຍະຍາວຂອງພວກເຮົາໃນອະນາຄົດ.”

ປະເທດ ອອສເຕຣເລຍ ກໍໄດ້ຫຍັບຫ່າງອອກຈາກແຜນຍຸດທະສາດການລົບລ້າງທີ່ຖືກໃຊ້ມາດົນນານຂອງເຂົາເຈົ້າເຊັ່ນກັນ. ນາຍົກລັດຖະມົນຕີ ທ່ານ ສກັອດ ມໍຣິສສັນ ໄດ້ເຕືອນວ່າປະຊາຊົນຈະຕ້ອງໄດ້ຮຽນຮູ້ເພື່ອອາໄສຢູ່ກັບໄວຣັສດັ່ງກ່າວ. ແຕ່ທ່ານໄດ້ກ່າວວ່າການກັກບໍລິເວນຈະສືບຕໍ່ໄປຈົນກວ່າວ່າປະຊາກອນ 70 ເປີເຊັນຈະໄດ້ສັກຢາຢ່າງຄົບຖ້ວນແລ້ວເສຍກ່ອນ. ປັດຈຸບັນນີ້, ປະຊາ ຊົນ ອອສເຕຣເລຍ ບໍ່ເຖິງນຶ່ງສ່ວນສາມແມ່ນໄດ້ສັກຢາວັກຊີນສອງໂດສແລ້ວ.

ການຫ້າມອອກບ້ານໃນຍາມກາງຄືນໃນຫຼາຍພາກສ່ວນທີ່ຖືກກະທົບໂດຍໄວຣັສໃນນະຄອນ ຊິດນີ ໄດ້ເລີ່ມຂຶ້ນໃນວັນຈັນວານນີ້ ໃນຂະນະທີ່ການຕິດສາຍພັນ ແດລຕ້າ ໄດ້ເພີ່ມຂຶ້ນໃນຕົວເມືອງທີ່ໃຫຍ່ທີ່ສຸດຂອງ ອອສເຕຣເລຍ ນັ້ນ. ການໃສ່ໜ້າກາກຕອນນີ້ແມ່ນຂໍ້ບັງຄັບຕໍ່ຜູ້ອາໄສຢູ່ທຸກຄົນທີ່ອອກໄປຂ້າງນອກ. ຕຳຫຼວດແມ່ນໄດ້ຖືກມອບອຳນາດໃຫ້ຫຼາຍກວ່າເກົ່າ ເພື່ອປິດຊ່ວງຕຶກອາພາດເມັ້ນ, ແລະ ສັ່ງໃຫ້ປະຊາຊົນແຍກປ່ຽວເປັນເວລາ 14 ວັນຖ້າເຂົາເຈົ້າລະເມີດມາດຕະການຫ້າມ.

ລັດ ນິວ ຊາວ ແວລສ໌ ແລະ ວິກຕໍເຣຍ, ເຊິ່ງແມ່ນລັດ ທີ່ມີປະຊາກອນໜາແໜ້ນທີ່ສຸດຂອງ ອອສເຕຣເລຍ, ແມ່ນກຳລັງປະຕິບັດການກັກບໍລິເວນພ້ອມກັບນະຄອນຫຼວງ ແຄນເບີຣາ.

ປະເທດ ນິວຊີແລນ ມີກໍລະນີຫຼາຍເປັນປະຫວັດການຢູ່ທີ່ປະມານ 3,000 ກໍລະນີ ແລະ ເສຍຊີວິດ 26 ຄົນ ນັບຕັ້ງແຕ່ໂຣກລະບາດໄດ້ເລີ່ມຂຶ້ນ.

ອອສເຕຣເລຍ ໄດ້ລາຍງານການຕິດເຊື້ອ 44,000 ກໍລະນີ ແລະ ເສຍຊີວິດ 981 ຄົນ, ອີງຕາມກະຊວງສາທາລະນະສຸກຂອງປະເທດ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG