ບັນດາຜູ້ຊ່ຽວຊານດ້ານການທະຫານຂອງນິວ ຊີແລນ ໄດ້ບິນໄປລົງທີ່ເກາະສີຂາວ ຫຼື White Island ໃນວັນສຸກມື້ນີ້, ຕາມເວລາໃນທ້ອງຖິ່ນ, ເພື່ອກອບກູ້ເອົາສົບຂອງ 6 ຄົນ ໃນຈຳນວນພວກທີ່ເສຍຊີວິດ 8 ຄົນ ຍ້ອນການລະເບີດຂອງພູໄຟໃນວັນຈັນທີ່ຜ່ານມານັ້ນ.
"ພວກເຮົາມີຜູ້ປະຕິບັດງານຢູ່ໃນເກາະດັ່ງກ່າວ, ມີຫລາຍສິ່ງ ຫລາຍຢ່າງທີ່ອາດ ຈະເຮັດໃຫ້ຜິດແຜນໄດ້ ເມື່ອພວກເຮົາບໍ່ສາມາດຄວບຄຸມສະຖານະການໄດ້ທັງໝົດ," ນັ້ນຄືຄຳເວົ້າຂອງທ່ານໄມຄ໌ ຄລີເມັນທ໌ (Mike Clement), ຮອງຫົວໜ້າຜູ້ບັນຊາການຕຳຫລວດ ທີ່ກ່າວຕໍ່ບັນດານັກຂ່າວໃນວັນສຸກມື້ນີ້. ທ່ານກ່າວໃນເວລາຕໍ່ມາອີກວ່າ ເທົ່າທີ່ຜ່ານມາການປະຕິບັດງານ "ແມ່ນດຳເນີນໄປດັ່ງທີ່ພວກເຮົາຫວັງໄວ້," ອີງຕາມອົງການຂ່າວ CNA, ຊຶ່ງເປັນບໍລິສັດດ້ານຂ່າວສານທີ່ຕັ້ງຢູ່ຂົງເຂດເອເຊຍ.
ທ່ານເວົ້າວ່າ ເຮືອບິນບໍ່ມີຄົນຂັບໄດ້ບອກແຜນທີ່ຂອງຈຸດທີ່ສົບ 6 ຄົນນັ້ນຢູ່ ແຕ່ວ່າ ບ່ອນຢູ່ຂອງສົບອີກ 2 ຄົນ ນັ້ນ ແມ່ນບໍ່ທັນຮູ້ເທື່ອ.
ບັນດາເຈົ້າໜ້າທີ່ໄດ້ໂຈະການສົ່ງພະນັກງານຊອກຄົ້ນຫາເພື່ອກອບກູ້ເອົາສົບຜູ້ເສຍຊີວິດນັ້ນໄວ້ກ່ອນ ຍ້ອນຄວາມບໍ່ແນ່ນອນແບບຕໍ່ເນື່ອງຂອງພູໄພດັ່ງກ່າວນັ້ນ. ຜູ້ຊ່ຽວຊານດ້ານແຜ່ນດິນໄຫວຢູ່ທີ່ອົງການຕິດຕາມການສັ່ນສະເທືອນທີ່ຊື່ວ່າ GeoNet ຂອງນິວ ຊີແລນ ກ່າວໃນວັນພຸດຜ່ານມາວ່າ ມັນຍັງມີໂອກາດ 40 ຫາ 60 ເປີເຊັນ ທີ່ຈະມີການລະເບີດຂອງພູໄຟຄັ້ງໃຫຍ່ອີກຢູ່. ອາຍພິດໄດ້ສືບຕໍ່ພົ່ນອອກມາຈາກປາກຂອງພູໄຟ ແລະເກາະທີ່ວ່ານັ້ນໄດ້ຖືກປົກຄຸມດ້ວຍຂີ່ເທົ່າທີ່ມີກົດອາຊິດ.
ຜູ້ລອດຊີວິດຢ່າງໜ້ອຍ 27 ຄົນ ມີບາດແຜຍ້ອນຖືກເຜົາໄໝ້ຫຼາຍກວ່າ 71 ເປີເຊັນຂອງຮ່າງກາຍຂອງເຂົາເຈົ້າ, ໃນນັ້ນ, 22 ຄົນ ແມ່ນໄດ້ຮັບການຊ່ວຍເຫຼືອໂດຍການໃຊ້ເຄື່ອງລະບາຍອາກາດ ຍ້ອນການຖືກໄໝ້ຢ່າງຮຸນແຮງ. ບັນດາເຈົ້າໜ້າທີ່ທາງການແພດກ່າວວ່າ ພວກເຂົາເຈົ້າຕ້ອງການຜິວໜັງຕື່ມອີກ 1 ລ້ານ 2 ແສນ ຕາລາງຊັງຕີແມັດ ເພື່ອເອົາໄປປູກຖ່າຍໃຫ້ຜູ້ໄດ້ຮັບເຄາະຮ້າຍ.
ບັນດາເຈົ້າໜ້າທີ່ກ່າວວ່າ ປະມານ 47 ຄົນ ໄດ້ໄປທ່ຽວຢູ່ເກາະດັ່ງກ່າວໃນເວລາທີ່ເກີດການລະເບີດຂອງພູໄຟຢູ່ນັ້ນ, ຊຶ່ງລວມທັງຄົນອອສເຕຣເລຍ 24 ຄົນ,ສ່ວນທີ່ເຫລືອຈາກນັ້ນ ແມ່ນຄົນໄປຈາກສະຫະລັດ, ອັງກິດ, ເຢຍຣະມັນ, ຈີນ, ມາເລເຊຍ, ແລະ ນິວ ຊີແລນ. ຜູ້ໄດ້ຮັບເຄາະຮ້າຍບາງຄົນແມ່ນຜູ້ໂດຍສານຈາກເຮືອສຳລານທີ່ດຳເນີນງານໂດຍບໍລິສັດ Royal Carribean.
ອອສເຕຣເລຍ ໄດ້ສົ່ງເຮືອບິນທະຫານຢ່າງໜ້ອຍນຶ່ງລຳໄປນິວ ຊີແລນ ເພື່ອນຳເອົາຜູ້ໄດຮັບເຄາະຮ້າຍກັບໄປປິ່ນ.