ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນິວ​ຊີ​ແລນ ຮຽ​ກ​ຮ້ອງ ສະ​ຫະ​ລັດ ໃຫ້​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ​ເກາະ​ ປາ​ຊີ​ຟິກ


ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ນິວ​ຊີ​ແລນ ທ່ານ​ນາງ ຈາ​ຊິນ​ດາ ອາ​ເດີນ ຢູ່​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ ຂອງ​ທຳ​ນຽບ​ຂາວ, 31 ພຶດ​ສະ​ພາ, 2022.
ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ນິວ​ຊີ​ແລນ ທ່ານ​ນາງ ຈາ​ຊິນ​ດາ ອາ​ເດີນ ຢູ່​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ ຂອງ​ທຳ​ນຽບ​ຂາວ, 31 ພຶດ​ສະ​ພາ, 2022.

ນາ​ຍົກ​ລັດ​ຖະ​ມົນ​ຕີ ນິວ​ຊີ​ແລນ ທ່ານ​ນາງ ຈາ​ຊິນ​ດາ ອາ​ເດີນ ໄດ້​ຮຽກ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ໃຫ້​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ​ເກາະ​ປາ​ຊີ​ຟິກຫຼາຍ​ຂຶ້ນ ທ່າມ​ກາງ​ການ​ຜັກ​ດັນ​ຮ່ວມ​ກັນ​ຂອງ ຈີນ ເພື່ອ​ຂະ​ຫຍາຍ​ອິດ​ທິ​ພົນ​ຂອງ​ເຂົາ​ເຈົ້າ​ໃນ​ພາກ​ພື້ນ ເວ​ລາ​ທີ່​ທ່ານ​ນາງ​ໄດ້​ພົບ​ປະ​ກັບ​ຜູ້​ນຳ​ສະ​ຫະ​ລັດ ຢູ່​ທຳ​ນຽບ​ຂາວ​ໃນ​ວັນ​ອັງ​ຄານ​ວານນີ້.

ທ່ານ​ນາງ ອາ​ເດີນ ໄດ້​ກ່າວ​ວ່າ “ພວກ​ເຮົາ​ຈະ​ສະ​ໜັບ​ສະ​ໜູນ ສະ​ຫະ​ລັດ ໃຫ້​ສືບ​ຕໍ່ ແລະ ຂະ​ຫຍາຍ​ການ​ພົວ​ພັນ​ໃນ​ພາກ​ພື້ນ​ຂອງ​ພວກ​ເຮົາ, ລວມ​ທັງ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ເຊິ່ງ​ມີ​ຄວາມ​ສຳ​ຄັນຫຼາຍ​ຕໍ່​ພາກ​ພື້ນ​ຂອງ​ພວກ​ເຮົາ.”

ທ່ານ ໄບ​ເດັນ ໄດ້​ກ່າວ​ຢ້ຳ​ວ່າ​ລັດ​ຖະ​ບານ​ຂອງ​ທ່ານ ​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ເປັນ​ຄູ່​ຮ່ວມ ​ກັບ​ປະ​ເທດ​ຕ່າ​ງ​ໆ​ໃນ​ພາກ​ພື້ນ​ນັ້​ນ. ທ່ານ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ມີ​ວຽກ​ໃຫ້​ເຮັດຫຼາຍກວ່າ​ເກົ່າ​ໃນ​ບັນ​ດາ​ເກາະ​ປາ​ຊີ​ຟິກ​ນັ້ນ.”

ການ​ປະ​ຊຸມ​ລະ​ຫວ່າງ​ທ່ານ​ໄບ​ເດັນ ແລະ ທ່ານ​ນາງ ອາ​ເດີນ ໄດ້​ມີ​ຂຶ້ນ​ລຸນຫຼັງ​ການ​ພົວ​ພັນຫຼາຍ​ຄັ້ງ​ທີ່​ລັດ​ຖະ​ບານ​ໄດ້​ເຮັດ​ກັບ​ບັນ​ດາ​ປະ​ເທດ​ອິນ​ໂດ​ປາ​ຊີ​ຟິກ​ໃນ​ເດືອນ​ພຶດ​ສະ​ພາ​ທີ່​ຜ່ານ​ມາ, ເລີ່ມ​ຕົ້ນ​ດ້ວຍກອງ​ປະ​ຊຸມ​ສຸດຍອດ​ໃນ​ນະ​ຄອນຫຼວງວໍ​ຊິງ​ຕັນ​ກັບ​ບັນ​ດາ​ຜູ້​ນຳ​ຂອງ​ສະ​ມາ​ຄົມ​ປະ​ຊາ​ຊາດ​ແຫ່ງ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ຫຼື ອາຊຽນ, ການ​ຢ້ຽມ​ຢາມ​ພັນ​ທະ​ມິດ ເກົາຫຼີ​ໃຕ້ ແລະ ຍີ່​ປຸ່ນ ຂອງ​ທ່ານ​ໄບ​ເດັນ​ເມື່ອ​ອາ​ທິດ​ທີ່​ຜ່ານ​ມາ, ແລະ ກອງ​ປະ​ຊຸມ​ສຸດຍອດ​ໃນ​ນະ​ຄອນຫຼວງ​ໂຕ​ກຽວ​ຂອງ​ກຸ່ມ Quad, ເຊິ່ງ​ແມ່ນ​ກຸ່ມ​ທີ່ບໍ່​ເປັນ​ທາງ​ການ​ຂອງ ສະ​ຫະ​ລັດ, ຍີ່​ປຸ່ນ, ອິນ​ເດຍ ແລະ ອອ​ສ​ເຕ​ຣ​ເລຍ.

ບັນ​ດາ​ເກາະ​ປາ​ຊີ​ຟິກ​ລວມ​ມີ ປາ​ປົວ​ນິວ​ກີ​ນີ, ເຄືອ​ຈັກ​ກະ​ພົບ ສະ​ຫະ​ລັດ ຂອງ​ໝູ່ເກາະ​ມາ​ເຣຍ​ນາ​ເໜືອ, ສະ​ຫະ​ພັນ​ລັດ​ແຫ່ງ​ໄມ​ໂຄ​ຣ​ນີ​ເຊຍ, ຟີ​ຈີ, ​ໂພ​ລີ​ນີ​ເຊຍ ຂອງ​ຝ​ຣັ່ງ, ຄີ​ຣີ​ບາ​ຕີ, ໝູ່​ເກາະ ມາ​ຊອ​ລ, ນາ​ອູ​ຣູ, ນິວ ຄາ​ເລ​ໂດ​ເນຍ, ນິວ​ຊີ​ແລນ, ປາ​ລາວ, ໝູ່​ເກາະ​ໂຊ​ໂລ​ມອນ, ຕົງ​ກາ, ຕູ​ວາ​ລູ, ວາ​ນູ​ອາ​ຕູ, ແລະ ວາ​ລ​ລິ​ສ ແລະ ຟູ​ຕູ​ນາ.

ນັບ​ຕັ້ງ​ແຕ່​ປະ​ທານ​ປະ​ເທດ​ຈີນ ທ່ານສີ ຈິ່ນ​ຜິງ ໄດ້​ເຂົ້າ​ກຳ​ຕຳ​ແໜ່ງ​ໃນ​ປີ 2013 ເປັນ​ຕົ້ນ​ມາ, ປັກ​ກິ່ງ ໄດ້​ຂະ​ຫຍາຍ​ການ​ມີ​ສ່ວນ​ຮ່ວມ​ໃນ​ພາກ​ພື້ນ​ເກາະ​ປາ​ຊີ​ຟິກ​ຢ່າງຫຼວງຫຼາຍ, ໂດຍ​ເພັ່ງ​ເລັງ​ໃສ່​ການ​ຂະ​ຫຍາຍ​ສາຍ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ ແລະ ຂະ​ຫຍາຍ​ຂອບ​ເຂດ​ດ້ານ​ການ​ທູດ ແລະ ການ​ຮັກ​ສາ​ຄວາມ​ປອດ​ໄພ. ອີງ​ຕາມ​ລາຍ​ງານ​ປີ 2018 ຂອງ​ລັດ​ຖະ​ບານ​ສະ​ຫະ​ລັດ, ຈີນ ແມ່ນ​ຜູ້​ທີ່​ມີ​ຄວາມ​ສຳ​ຄັນ​ໃນ​ພາກ​ພື້ນ​ດັ່ງ​ກ່າວ, ຫຼາຍກວ່າ ສະ​ຫະ​ລັດ ໃນ​ຂົງ​ເຂດ​ສ່ວນ​ໃຫຍ່ ​ລວມ​ມີ ການ​ຄ້າ, ການ​ລົງ​ທຶນ, ການ​ຊ່ວ​ຍ​ເຫຼືອ​ການ​ພັດ​ທະ​ນາ ແລະ ການ​ທ່ອງ​ທ່ຽວ.

ລັດ​ຖະ​ບານ​ທ່ານ ໄບ​ເດັນ ແມ່ນ “ກຳ​ລັງ​ພະ​ຍາ​ຍາມ​ທີ່​ຈະ​ຕາມ​ໃຫ້​ທັນ,” ອີງ​ຕາມ​ການ​ກ່າວ ​ຂອງ​ທ່ານ ແພັດ​ທ​ຣິກ ໂຄ​ຣ​ນິນ, ປະ​ທານ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ເອ​ເຊຍ-ປາ​ຊີ​ຟິກ ຢູ່​ສະ​ຖາ​ບັນ ຮັດ​ສັນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG