ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນິວ ຊີແລນ ຈະສົ່ງການຊ່ວຍເຫຼືອທາງທະຫານ ທີ່ບໍ່​ຮ້າຍ​ແຮງໄປໃຫ້ ຢູເຄຣນ


ນາຍົກລັດຖະມົນຕີ ນິວ ຊີແລນ ທ່ານນາງ ຈາຊິນດາ ອາເດີນ ກ່າວຄຳປາໄສຢູ່ກອງປະຊຸມຖະແຫຼງຂ່າວໃນນະຄອນຫຼວງ ແວລລິງຕັນ, ປະເທດ ນິວ ຊີແລນ. 7 ມີນາ, 2022. (Mark Mitchell/Pool Photo via AP)
ນາຍົກລັດຖະມົນຕີ ນິວ ຊີແລນ ທ່ານນາງ ຈາຊິນດາ ອາເດີນ ກ່າວຄຳປາໄສຢູ່ກອງປະຊຸມຖະແຫຼງຂ່າວໃນນະຄອນຫຼວງ ແວລລິງຕັນ, ປະເທດ ນິວ ຊີແລນ. 7 ມີນາ, 2022. (Mark Mitchell/Pool Photo via AP)

ນິວ ຊີແລນ ຈະສົ່ງອຸປະກອນທາງທະຫານທີ່ບໍ່ຮ້າຍແຮງໄປໃຫ້ ຢູເຄຣນ. ລັດຖະບານໃນນະຄອນ ຫຼວງ ແວລລິງຕັນ ຍັງຈະສະໜອງການຊ່ວຍເຫຼືອດ້ານການເງິນໄປໃຫ້ ຢູເຄຣນ ເພີ່ມເຕີມ ລຸນຫຼັງ ການບຸກລຸກ ຂອງ ຣັດເຊຍ. ນັກຂ່າວວີໂອເອ ຟິລ ເມີເຊີ ມີລາຍງານຈາກນະຄອນ ຊິດນີ ປະເທດ ອອສເຕຣເລຍ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ນິວ ຊີແລນ ຈະໃຊ້ເງິນ 3,460,000 ໂດລາເພື່ອຊ່ວຍເຫຼືອກອງກຳລັງ ຢູເຄຣນ ຕໍ່ສູ້ກັບ ຣັດເຊຍ.

ລັດຖະບານໃນນະຄອນຫຼວງ ແວລລິງຕັນ ໄດ້ກ່າວວ່າ ເງິນເພີ່ມເຕີມສ່ວນຫຼາຍຈະປະກອບສ່ວນເຂົ້າກັບກອງທຶນຂອງອົງການ NATO ທີ່ສະໜອງນໍ້າມັນເຊື້ອໄຟ, ອາຫານ, ອຸປະກອນການສື່ສານ ແລະອຸປະກອນປະຖົມພະຍາບານເບື້ອງ ຕົ້ນ.

ກອງທັບ ນິວ ຊີແລນ ຍັງຈະສະໜອງອຸປະກອນ ດ້ານກົນລະຍຸດ, ລວມມີເສື້ອເກາະທີ່ຫຼາຍກວ່າການຮຽກຮ້ອງຕ້ອງການຂອງເຂົາເຈົ້າເອງ.

ການນຳສົ່ງການຊ່ວຍເຫຼືອທີ່ບໍ່ອັນຕະລາຍເຖິງຊີວິດນີ້ ມີຄວາມເປັນໄປໄດ້ວ່າຈະຖືກຂົນໄປໂດຍເຮືອບິນປ້ອງກັນປະເທດ ນິວ ຊີແລນ ເປັນສ່ວນໃຫຍ່, ແລະ ອາດມີສ່ວນຮ່ວມຂອງກອງທັບ ອອສເຕຣເລຍ ດ້ວຍ.

ນາຍົກລັດຖະມົນຕີ ທ່ານນາງ ຈາຊິນດາ ອາເດີນ ໄດ້ກ່າວໃນວັນຈັນວານນີ້ວ່າ ປະເທດຂອງທ່ານນາງແມ່ນມີຄວາມກະຕືລືລົ້ນທີ່ຈະຊ່ວຍເຫຼືອ.

ທ່ານນາງ ຈາຊິນດາ ອາເດີນ ໄດ້ກ່າວວ່າ “ມື້ນີ້, ລັດຖະບານຍັງໄດ້ຕັດສິນໃຈທີ່ຈະສະໜັບສະໜູນກອງທັບ​ຂອງ ຢູເຄຣນ ດ້ວຍອຸປະກອນປ້ອງກັນ ດ້ານກົນ ລະຍຸດເຊັ່ນເສື້ອເກາະ, ໝວກເຫຼັກ ແລະ ເສື້ອກັກ. ການປະກາດຂອງມື້ນີ້ ຈະເສີມໃສ່ການວາງມາດຕະການລົງໂທດ ທີ່ພວກເຮົາໄດ້ວາງອອກຜ່ານກົດໝາຍການຂວໍ້າບາດ ຣັດເຊຍ ທີ່ໄດ້ຖືກປະກາດໃຊ້ນັ້ນ, ພ້ອມກັບເງິນ 6 ລ້ານໂດລານິວ ຊີແລນ ທີ່ໄດ້ສະໜອງໃຫ້ການສະໜັບສະໜູນ ດ້ານມະນຸດສະທຳ ເຊິ່ງນຳເອົາຈຳນວນການປະກອບສ່ວນຂອງພວກເຮົາທັງໝົດມາເປັນ 11 ລ້ານໂດລາ ນິວ ຊີແລນ. ມາດຕະການລົງໂທດທີ່ຖືກກຳນົດໃນທົ່ວໂລກແມ່ນກຳລັງສ້າງຜົນກະທົບ, ສະນັ້ນ, ນິວ ຊີແລນ ຈະສືບຕໍ່ເຮັດບົດບາດຂອງເຂົາເຈົ້າໃນການສະໜັບສະໜູນຄູ່ຮ່ວມຂອງພວກເຮົາເພື່ອຄັດຄ້ານສົງຄາມນີ້.”

ບັນດາເຈົ້າໜ້າທີ່ ນິວ ຊີແລນ ຍັງບໍ່ໄດ້ຕັດສິນໃຈທີ່ຈະສົ່ງການຊ່ວຍເຫຼືອກ່ຽວ​ກັບ​ອາ​ວຸດ​ຮ້າຍ​ແຮງ ໄປໃຫ້ກອງກຳລັງ ຢູເຄຣນ. ແຕ່ແນວໃດກໍຕາມ, ເຂົາເຈົ້າໄດ້ວາງມາດຕະການລົງໂທດດ້ານການເງິນ ແລະ ການຫ້າມເດີນທາງ ຕໍ່ນັກການ ເມືອງ ແລະ ເຈົ້າໜ້າທີ່ກອງທັບ ຣັດເຊຍ ຫຼາຍຄົນ. ກົດໝາຍທີ່ຖືກປັບປຸງໃໝ່ດັ່ງກ່າວ ຈະອະນຸຍາດໃຫ້ ນິວຊີແລນ ຍຶດຊັບສິນຕ່າງໆຂອງຜູ້ທີ່ເຊື່ອມໂຍງກັບ ຣັດເຊຍ.

ນາຍົກລັດຖະມົນຕີ ອາເດີນ ໄດ້ກ່າວວ່າເຂົາເຈົ້າຈະບໍ່ປະຫຼາດໃຈຖ້າ ນິວ ຊີແລນ ຖືກກະທົບໂດຍມາດຕະການລົງໂທດຕອບໂຕ້ຂອງ ຣັດເຊຍ.

ທ່ານນາງໄດ້ກ່າວວ່າ ການບຸກລຸກ ຢູເຄຣນ ໂດຍ ຣັດເຊຍ ເມື່ອວັນທີ 24 ກຸມ ພາທີ່ຜ່ານມາ ແມ່ນການທຳລາຍກົດເກນທີ່ອີງໃສ່ກົດລະບຽບສາກົນຄັ້ງໃຫຍ່.

ລັດຖະບານດັ່ງກ່າວໄດ້ເວົ້າວ່າ ປະຊາຊົນ ນິວ ຊີແລນ ທີ່ເດີນທາງໄປ ຢູເຄຣນ ເພື່ອຕໍ່ສູ້ໃນຄວາມຂັດແຍ້ງນັ້ນ ຄົງຈະບໍ່ລະເມີດກົດໝາຍພາຍໃນປະເທດໃດໆ, ເຖິງແມ່ນວ່າເຈົ້າໜ້າທີ່ໄດ້ແນະນຳບໍ່ໃຫ້ປະຊາຊົນເດີນທາງໄປພາກພື້ນທີ່ວ່ານັ້ນກໍຕາມ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG