ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນິວ ຊີ​ແລນ ຈະ​ສົ່ງ​ເຈົ້າ​ໜ້າ​ທີ່ ໄປ​ກອບ​ກູ້​ສົບ ຜູ້​ເສຍ​ຊີ​ວິດ ຈາກ​ເກາະ​ພູ​ໄຟ


ພາບນີ້​ໄດ້​ມາ​ຈາກວິ​ດີ​ໂອ, ນັກ​ທ່ອງ​ທ່ຽວ​ຄົນ​ນຶ່ງ​ທີ່​ໄດ້​ຮັບ​ບາດ​ເຈັບ​ໃນ​ພູ​ໄຟ​ລະ​ເບີດ ຖືກ​ຫາມ​ຂຶ້ນ​ເຮືອ​ບິນ​ກອງ​ທັບ​ອາ​ກາດ ອອ​ສ​ເຕ​ຣ​ເລຍ​, ເມືອງ ຮາ​ມິ​ລ​ຕັນ, ປະ​ເທດ ນິວ ຊີ​ແລນ. 12 ທັນ​ວາ, 2019.
ພາບນີ້​ໄດ້​ມາ​ຈາກວິ​ດີ​ໂອ, ນັກ​ທ່ອງ​ທ່ຽວ​ຄົນ​ນຶ່ງ​ທີ່​ໄດ້​ຮັບ​ບາດ​ເຈັບ​ໃນ​ພູ​ໄຟ​ລະ​ເບີດ ຖືກ​ຫາມ​ຂຶ້ນ​ເຮືອ​ບິນ​ກອງ​ທັບ​ອາ​ກາດ ອອ​ສ​ເຕ​ຣ​ເລຍ​, ເມືອງ ຮາ​ມິ​ລ​ຕັນ, ປະ​ເທດ ນິວ ຊີ​ແລນ. 12 ທັນ​ວາ, 2019.

NEW ZEALAND VOLCANO – 30583527 #6

ບັນ​ດາ​ເຈົ້າ​ໜ້າ​ທີ່ ນິວ ຊີ​ແລນ ໃນ​ເວ​ລາ​ນີ້​ໄດ້​ກ່າວ​ວ່າ ເຂົາ​ເຈົ້າ​ຈະ​ສົ່ງພະ​ນັກ​ງານຈຳ​ນວນ​ນຶ່ງໄປ​ເກາະ​ສີ​ຂາວຫຼື White Island ໃນ​ວັນ​ສຸກມື້​ອື່ນເພື່ອກອບ​ກູ້​ເອົາ​ສົບ​ຂອງ 8 ຄົນ​ທີ່​ໄດ້​ເສຍ​ຊີ​ວິດ​ໃນ​ການ​ລະ​ເບີດ​ຂອງ​ພູ​ໄຟ​ເມື່ອ​ວັນ​ຈັນ​ທີ່​ຜ່ານ​ມາ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ໂຈະການ​ສົ່ງ​ພະ​ນັກ​ງານຄົ້ນ​ຫາ ​ເພື່ອ​ໄປ​ກອບ​ກູ້​ເອົາ​ສົບຜູ້​ເສຍ​ຊີ​ວິດ ຍ້ອນ​ຄວາມບໍ່​ແນ່ນອນ​ຢ່າງ​ຕໍ່​ເນື່ອງ​ຂອງ​ພູ​ໄພ​ດັ່ງ​ກ່າວ​ນັ້ນ. ຜູ້​ຊ່ຽວ​ຊານ​ດ້ານ​ແຜ່ນ​ດິນ​ໄຫວຢູ່​ທີ່​ອົງ​ການ​ຕິດ​ຕາມ​ການ​ສັ່ນ​ສະ​ເທືອນຊື່​ວ່າ GeoNet ຂອງ ນິວ​ ຊີ​ແລນ ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ມັນ​ຍັງ​ມີ​ໂອ​ກາດ 40-60 ເປີ​ເຊັນ ຂອງ​ການ​ລະ​ເບີດ​ຄັ້ງ​ໃຫຍ່​ອີກ. ແກັ​ສ​ພິດ ໄດ້​ສືບ​ຕໍ່​ພົ່ນ​ອອກ​ມາ​ຈາກ​ປາກ​ຂອງ​ພູໄຟ ແລະ ເກາະ​ທີ່​ວ່າ​ນັ້ນ​ໄດ້​ຖືກ​ປົກ​ຄຸມ​ດ້ວຍ​ຂີ່​ເທົ່າ​ກົດ.

ຈຳ​ນວນ​ຜູ້​ເສຍ​ຊີ​ວິດໄດ້​ເພີ່ມ​ຂຶ້ນ​ເປັນ 8 ຄົນ​ໃນ​ວັນ​ພຸດ​ວານນີ້, ໃນ​ຂະ​ນະ​ທີ່​ຜູ້​ເຄາະ​ຮ້າຍ​ອີກ​ສອງ​ຄົນ ຜູ້​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼື​ອ​ອອກ​ມາ​ຈາກ​ເກາະ​ຫຼັງ​ຈາກ​ການ​ລະ​ເບີດ​ນັ້ນ​ໄດ້​ເສຍ​ຊີ​ວິດ​ໃນ​ໂຮງ​ໝໍ. ຜູ້​ລອດ​ຊີ​ວິດ​ຢ່າງ​ໜ້ອຍ 27 ຄົນ​ມີ​ບາດ​ແຜ​ເຜົາ​ໄໝ້ຫຼາຍກວ່າ 71 ເປີ​ເຊັນ​ຢູ່​ຮ່າງ​ກາຍ​ຂອງ​ເຂົາ​ເຈົ້າ, ໃນ​ນັ້ນ, 22 ຄົນ​ ແມ່ນ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ທາງ​ສາຍ​ການ​ບິນ ຍ້ອນ​ການ​ຖືກ​ໄໝ້​ຢ່າງ​ຮຸນ​ແຮງ. ບັນ​ດາ​ເຈົ້າ​ໜ້າ​ທີ່​ການ​ແພດ​ໄດ້​ກ່າວ​ວ່າ ເຂົາ​ເຈົ້າ​ຕ້ອງ​ການ​ຜິວ​ໜັງ​ຕື່ມ​ອີກ 1 ລ້ານ 2 ແສນ​ຕາ​ລາງ​ຊັງ​ຕີ​ແມັດ ເພື່ອ​ປູກ​ຖ່າຍ​ໃຫ້​ຜູ້​ເຄາະ​ຮ້າຍ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ປະ​ມານ 47 ຄົນ​ໄດ້ໄປ​ທ່ຽວ​ຢູ່​ເກາະ​ດັ່ງ​ກ່າວ​ໃນ​ເວ​ລາ​ທີ່​ເກີດ​ການ​ລະ​ເບີດ, ລວມ​ທັງ​ຄົນ ອອ​ສ​ເຕ​ຣ​ເລຍ 24 ຄົນ. ຜູ້​ເຄາະ​ຮ້າຍ​ບາງ​ຄົນ​ແມ່ນ​ຜູ້​ໂດຍ​ສານ​ຈາກ​ເຮືອ​ສຳ​ລານ ທີ່​ປະ​ຕິ​ບັດ​ການ​ໂດຍ​ບໍ​ລິ​ສັດ Royal Carribean.

ອອ​ສ​ເຕ​ຣ​ເລຍ ໄດ້​ສົ່ງ​ເຮືອ​ບິນ​ທະ​ຫານ​ຢ່າງ​ໜ້ອຍ​ນຶ່ງ​ລຳ​ໄປ ນິວ ຊີ​ແລນ ເພື່ອ​ນຳ​ເອົາ​ຜູ້​ເຄາະ​ຮ້າຍ​ກັບ​ໄປ​ປິ່ນ​ປົວ​ໃນ​ປະ​ເທດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG