ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນິວຊີແລນ ຈະຍົກເລີກ ຂໍ້ຈຳກັດຫຼາຍຢ່າງ ກ່ຽວກັບໂຄວິດ-19


ປະຊາຊົນພາກັນລຽນແຖວເພື່ອຮັບເອົາອາຫານໄປກິນ ໃນຂະນະທີ່ ປະເທດຫລຸດຜ່ອນມາດຕະການປິດເມືອງໃນທົ່ວປະເທດ ຍ້ອນການແຜ່ລະບາດຂອງໄວຣັສໂຄໂຣນາ ຢູ່ໃນນະຄອນຫຼວງ ວິລລິງຕັນ ຂອງນິວຊີແລນ, ວັນທີ 1 ກັນຍາ 2021.
ປະຊາຊົນພາກັນລຽນແຖວເພື່ອຮັບເອົາອາຫານໄປກິນ ໃນຂະນະທີ່ ປະເທດຫລຸດຜ່ອນມາດຕະການປິດເມືອງໃນທົ່ວປະເທດ ຍ້ອນການແຜ່ລະບາດຂອງໄວຣັສໂຄໂຣນາ ຢູ່ໃນນະຄອນຫຼວງ ວິລລິງຕັນ ຂອງນິວຊີແລນ, ວັນທີ 1 ກັນຍາ 2021.

ນິວຊີແລນ ກຳລັງຫລຸດຜ່ອນມາດຕະການປິດເມືອງ ຫຼືລັອກດາວ ຍ້ອນການລະ ບາດ ຂອງໄວຣັສໂຄໂຣນາ ເກືອບວ່າທົ່ວປະເທດ ຊຶ່ງໃນເບື້ອງຕົ້ນ ໄດ້ຖືກວາງອອກ ເມື່ອເດືອນແລ້ວນີ້ ຫຼັງຈາກທີ່ປະເທດໃນມະຫາສະໝຸດປາຊີຟີກນີ້ ໄດ້ມີລາຍງານວ່າ ຕົນມີກໍລະນີຄົນຕິດໄວຣັສໂຄວິດ-19 ທີ່ໄດ້ຖືກຢັ້ງຢືນ ເປັນຄັ້ງທຳອິດ ໃນຮອບຫົກເດືອນ.

ນາຍົກລັດຖະມົນຕີ ທ່ານນາງຈາຊິນດາ ອາຣເດີນ ໄດ້ກ່າວໃນວັນຈັນຜ່ານມານີ້ ວ່າ ລະດັບການເຕືອນໄພ ໃນທົ່ວປະເທດ ຈະຫລຸດລົງ ສູ່ລະດັບ 2 ໂດຍຈະອະນຸຍາດໃຫ້ໂຮງຮຽນ ທຸລະກິດ ແລະຫ້ອງການທັງຫຼາຍນັ້ນ ເປີດຄືນໃໝ່ໄດ້.

ຄຳສັ່ງໃໝ່ດັ່ງກ່າວ ຈະບໍ່ຖືກປະຕິບັດ ຢູ່ໃນນະຄອນອັອກແລນ ຊຶ່ງເປັນເມືອງທີ່ໃຫຍ່ສຸດຂອງນິວຊີແລນ ແລະເປັນຈຸດສູນກາງຂອງການແຜ່ລະບາດໃນປັດຈຸບັນນີ້ ທີ່ໄດ້ເລີ້ມຂຶ້ນ ເມື່ອຊາຍຜູ້ນຶ່ງ ອາຍຸ 58 ປີ ໄດ້ຖືກກວດພົບວ່າ ຕິດໄວຣັສ ແດລຕ້າ ຊຶ່ງເປັນສາຍພັນໃໝ່ຂອງໂຄວິດ-19 ໃນກາງເດືອນສິງຫາ. ປະເທດແຫ່ງນີ້ໄດ້ມີກໍລະນີຕິດໂຄວິດ-19 ທີ່ໄດ້ຖືກຢັ້ງຢືນ 821 ຄົນ ໃນລະຫວ່າງການແຜ່ລະບາດ ໃນປັດຈຸບັນນີ້ ລວມທັງກໍລິນີໃໝ່ອີກ 20 ຄົນ ໃນວັນຈັນຜ່ານມາ.

ນະຄອນອັອກແລນ ຈະຍັງຄົງຢູ່ພາຍໃຕ້ຄຳສັ່ງທີ່ເຄັ່ງຄັດໃຫ້ຢູ່ໃນບ້ານ ຈົນຮອດວັນທີ 14 ກັນຍາ ໂດຍໃຫ້ໂຮງຮຽນ ຫ້ອງການ ແລະທຸລະກິດທັງໝົດ ປິດໄວ້ ແລະພຽງໃຫ້ແຕ່ການບໍລິການ ທີ່ຈຳເປັນເທົ່ານັ້ນ ສືບຕໍ່ດຳເນີນງານໄດ້.

ນາຍົກລັດຖະມົນຕີ ອາຣເດີນ ໄດ້ຮັບເອົາຍຸດທະສາດ ເພື່ອກຳຈັດຢ່າງສິ້ນເຊີງພະຍາດໂຄວິດ-19 ນີ້ ໂດຍກ່າວວ່າ ມັນຈຳເປັນທີ່ຈະ “ເອົາຈິງເອົາຈັງ” ກັບການປິດເມືອງຢ່າງເຂັ້ມງວດ ເພື່ອປ້ອງກັນ ບໍ່ໃຫ້ມີການແຜ່ລະບາດຢ່າງກວ້າງ ຂວາງ. ນິວຊີແລນ ໄດ້ວາງມາດຕະການປິດເມືອງຢ່າງເຄັ່ງຄັດໃນຫຼາຍວັນຕອນ ຕົ້ນໆຂອງການລະບາດ ທີ່ໄດ້ນຳໄປສູ່ການຕິດເຊື້ອໄວຣັສ ທີ່ໄດ້ຮັບການຢັ້ງຢືນ ພຽງແຕ່ 3,814 ກໍລະນີ ແລະການເສຍຊີວິດ ພຽງ 27 ຄົນ ໃນໝູ່ປະຊາກອນ 5 ລ້ານຄົນຂອງຕົນນັ້ນ.

ລິ້ງກ່ຽວກັບກໍລະນີຕິດເຊື້ອໄວຣັສແລະການເສຍຊີວິດ ຂອງນິວຊີແລນ:

New Zealand-COVID-19 Overview-Johns Hopkins (jhu.edu)

ພຽງແຕ່ 25 ຫາ 30 ເປີເຊັນຂອງຊາວນິວຊີແລນທັງໝົດໄດ້ຮັບການສັກຢາວັກ ຊີນກັນໂຄວິດ-19 ຢ່າງຄົບຖ້ວນ. ບັນດາເຈົ້າໜ້າທີ່ ກ່າວວ່າ ລັດຖະບານ ໃກ້ຈະຕົກລົງໃນຂັ້ນສຸດທ້າຍເພື່ອຮັບປະກັນວ່າ ຈະໄດ້ຮັບຢາວັກຊີນສອງໂດສຂອງຟາຍເຊີ (Pfizer) ຕື່ມອີກ ພາຍໃນບໍ່ເທົ່າໃດວັນຈະມາເຖິງນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG