ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນິວ ຊີ​ແລນ ຈະ​ຂະ​ຫຍາຍ​ຄວາມ​ສາ​ມາດ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ ທ່າມ​ກາງ​ຄວາມ​ເຄັ່ງ​ຕຶງ​ໃນ​ເຂດ​ມະ​ຫາ​ສະ​ໝຸດ ປ​າ​ຊີ​ຟິກ


ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ນິວ ຊີ​ແລນ ທ່ານ ແອນດ​ຣູ ລິດ​ໂທ ກ່າວ​ຄຳ​ປາ​ໄສ​ໃນ​ຂະ​ນະ​ທີ່​ທ່ານ​ເປີດ​ເຜີຍ​ເອ​ກະ​ສານ​ນະ​ໂຍຍ​ບາຍ​ປ້ອງ​ກັນ​ປະ​ເທດ​ໃນ​ນະ​ຄອນຫຼວງ ແວ​ລ​ລິງ​ຕັນ, ນິວ ຊີ​ແລນ, 4 ສິງ​ຫາ 2023.
ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ນິວ ຊີ​ແລນ ທ່ານ ແອນດ​ຣູ ລິດ​ໂທ ກ່າວ​ຄຳ​ປາ​ໄສ​ໃນ​ຂະ​ນະ​ທີ່​ທ່ານ​ເປີດ​ເຜີຍ​ເອ​ກະ​ສານ​ນະ​ໂຍຍ​ບາຍ​ປ້ອງ​ກັນ​ປະ​ເທດ​ໃນ​ນະ​ຄອນຫຼວງ ແວ​ລ​ລິງ​ຕັນ, ນິວ ຊີ​ແລນ, 4 ສິງ​ຫາ 2023.

ນິວ ຊີ​ແລນ ໄດ້​ກ່າວ​ໃນ​ວັນ​ສຸກມື້​ນີ້​ວ່າ​ເຂົາ​ເຈົ້າ​ມີ​ແຜນ​ທີ່​ຈະ​ຂະ​ຫາຍ​ຄວາມ​ສາ​ມາດ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ຂອງ​ເຂົາ​ເຈົ້າ​ໃນ​ຂະ​ນະ​ທີ່​ຄວາມ​ເຄັ່ງ​ຕຶງ​ໄດ້​ເພີ່ມ​ຂຶ້ນ​ໃນ​ເຂດມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ, ສ່ວນ​ນຶ່ງ​ກໍ​ຍ້ອນ​ການ​ກໍ່​ສ້າງກອງ​ທັບ​ໂດຍ ຈີນ.

ລັດ​ຖະມົນ​ຕີ​ປ້ອງ​ກັນ​ປະ​ເທດ ທ່ານ ແອນ​ດ​ຣູ ລິດ​ໂທ (Andrew Little) ໄດ້​ກ່າວ​ວ່າ​ການ​ໃຊ້​ຈ່າຍ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ໃນ​ປັດ​ຈຸ​ບັນ​ມີ​ຈຳ​ນວນ​ເຖິງ​ປະ​ມານ 1 ເປີ​ເຊັນ​ຂອງ​ເສດ​ຖະ​ກິດ​ປະ​ເທດ, ເຊິ່ງ​ແມ່ນ​ສ່ວນ​ນຶ່ງ​ທີ່​ທ່ານ​ຄາດ​ວ່າ​ຕ້ອງ​ຂະ​ຫຍາຍ, ເຖິງ​ແມ່ນ​ວ່າ​ຈະ​ບໍ່​ສູງ​ເຖິງ 2 ເປີ​ເຊັນ​ກໍ່​ຕາມ.

ທ່ານ​ໄດ້​ກ່າວ​ວ່າ​ການ​ປ່ຽນ​ເຮືອ​ລົບ​ຂະ​ໜາດ​ນ້ອຍ ແລະ ກຳ​ປັ່ນ​ລາດ​ຕະ​ເວນ​ທີ່​ເກົ່າ​ຂຶ້ນ​ແມ່ນ​ລວມ​ຢູ່​ໃນ​ຄວາມ​ຈຳ​ເປັນ​ທີ່​ຕ້ອງ​ຖືກ​ພິ​ຈາ​ລະ​ນາ​ຢ່າງ​ຮີບ​ດ່ວນ. ທ່ານ​ໄດ້​ກ່າ​ວ​ວ່າ​ປະ​ເທດ​ຍັງ​ໄດ້​ປະ​ເຊີນ​ກັບ​ການ​ຂົ່ມ​ຂູ່​ພາຍ​ໃນ​ປະ​ເທດ​ປະ​ເທດ​ເພີ່ມ​ຂຶ້ນ​ເຊັ່ນ​ການ​ບິດ​ເບືອນ​ຂໍ້​ມູນ, ການ​ໂຈມ​ຕີ​ທາງ​ຄອ​ມ​ພິວ​ເຕີ ແລະ ລັດ​ທິ​ກໍ່​ການ​ຮ້າຍ.

ເອ​ກະ​ສານ​ນະ​ໂຍ​ບາຍ​ປ້ອງ​ກັນ​ປະ​ເທດ​ສະ​ບັບ​ໃໝ່​ທີ່​ຖືກ​ເປີດ​ເຜີຍ​ໂດຍ​ທ່ານ ລິດ​ໂທ ບໍ່​ໄດ້​ລະ​ບຸ​ລາຍ​ລະ​ອຽດ​ທີ່​ສະ​ເພາະ​ເຈາະ​ຈົງ ກ່ຽວ​ກັບ ການ​ຂະ​ຫຍາຍ​ການ​ໃຊ້​ຈ່າຍ, ອຸ​ປະ​ກອນ ຫຼື ກອງ​ທະ​ຫານ, ດ້ວຍ​ລາຍ​ລະ​ອຽດ​ທີ່​ວ່າ​ນັ້ນ​ຄາດ​ວ່າ​ຈະ​ຖືກ​ສະຫຼຸບ​ໃນ​ແຜນ​ການ​ຄັ້ງ​ຕໍ່​ໄປ.

ກົງ​ກັນ​ຂ້າມ​ເອ​ກະ​ສານ​ດັ່ງ​ກ່າວ​ໄດ້​ຊີ້​ໃຫ້​ເຫັນ​ການ​ທົບ​ທວນ​ຄືນ ກ່ຽວ​ກັບ ບົດ​ບາດ​ຂອງກອງ​ທັບ​ຂອງ​ປະ​ເທດ, ເຊິ່ງ​ມັກ​ຈະ​ຖືກ​ໃຊ້​ເພື່ອ​ດຳ​ເນີນ​ການ​ຮັກ​ສາ​ສັນ​ຕິ​ພາບເປັນ​ຕົ້ນ​ຕໍ ຫຼື ສະ​ໜອງ​ການ​ຊ່ວຍ​ເຫຼືອໃນ​ເວ​ລາ​ທີ່​ບັນ​ດາ​ປະ​ເທດ​ໃນ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ຖືກ​ກະ​ທົບ​ໂດຍ​ໄພ​ພິ​ບັດ​ທຳ​ມະ​ຊາດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG