ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນິວ ຊີແລນ, ເກົາຫຼີໃຕ້ ຍົກລະດັບ ການຫ້າມ ກ່ຽວກັບ ໄວຣັສໂຄໂຣນາ


ພະນັກງານແພດ ກວດ COVID-19 ຈາກປະຊາຊົນທີ່ຂັບລົດເຂົ້າໄປສະຖານທີ່ກວດໂຣກ ໃນເມືອງ ໄຄສເຊີຈ໌, ປະເທດ ນິວ ຊີແລນ. 13 ສິງຫາ, 2020.
ພະນັກງານແພດ ກວດ COVID-19 ຈາກປະຊາຊົນທີ່ຂັບລົດເຂົ້າໄປສະຖານທີ່ກວດໂຣກ ໃນເມືອງ ໄຄສເຊີຈ໌, ປະເທດ ນິວ ຊີແລນ. 13 ສິງຫາ, 2020.

ນິວ ຊີແລນ ໄດ້ຮຽກຮ້ອງທຸກຄົນທີ່ໃຊ້ການສັນຈອນສາທາລະນະ ແລະ ເດີນທາງໃນເຮືອບິນໃສ່ໜ້າກາກອັດໜ້າ ເລີ່ມຕົ້ນວັນຈັນມື້ນີ້, ໃນຂະນະທີ່ການຍົກລະດັບການຫ້າມຕ່າງໆທີ່ເພັ່ງເລັງໃສ່ການຢຸດການລະບາດຂອງໂຣກໄວຣັສໂຄໂຣນາ ໃນນະຄອນ ອອກແລນ ໄດ້ຖືກຂະຫຍາຍອອກຜ່ານວັນອາທິດວານນີ້.

ນະຄອນ ອອກແລນ, ເຊິ່ງແມ່ນເມືອງທີ່ໃຫຍ່ທີ່ສຸດຂອງປະເທດ, ໄດ້ຮັບມືກັບຫຼາຍກໍລະນີ ລຸນຫຼັງທີ່ປະເທດບໍ່ມີກໍລະນີຜູ້ຕິດເຊື້ອຫຼາຍກວ່າ 100 ວັນ ນັບຕັ້ງແຕ່ໄດ້ປະກາດວ່າ ບໍ່ມີການຕິດຕໍ່ໂຣກໃນຊຸມຊົນ. ບັນດາເຈົ້າໜ້າທີ່ສາທາລະນະສຸກໄດ້ລາຍງານ 8 ກໍລະນີໃໝ່ທີ່ເຊື່ອມໂຍງກັບການເຕົ້າ ໂຮມກັນຢູ່ນະຄອນ ອອກແລນ ໃນວັນຈັນມື້ນີ້.

ນາຍົກລັດຖະມົນຕີທ່ານນາງ ຈາຊິນດາ ອາເດີນ ໄດ້ກ່າວໃນກອງປະຊຸມລາຍງານໃນວັນຈັນມື້ນີ້ວ່າ “ພວກເຮົາຮູ້ວ່າໜ້າກາກຈະຊ່ວຍປົກປ້ອງພວກເຈົ້າ ແລະ ຄົນທີ່ຢູ່ອ້ອມແອມເຈົ້າ.”

ໃນນາງໄດ້ກ່າວວ່າ ທ່ານນາງເຂົ້າໃຈເຖິງຄວາມອຶດອັດຂອງປະຊາຊົນໃນຫຼາຍພາກສ່ວນອື່ນໆຂອງປະເທດ ບ່ອນທີ່ມັນບໍ່ມີການລາຍງານກໍລະນີໃໝ່ເທື່ອນັ້ນ ແຕ່ກໍຍັງມີການບັງຄັບໃຊ້ການຫ້າມບາງອັນຢູ່. ແຕ່ທ່ານນາງໄດ້ກ່າວວ່າ ດ້ວຍປະຊາຊົນໄດ້ຮັບອະນຸຍາດໃຫ້ເດີນທາງລະຫວ່າງພາກພື້ນນັ້ນ, ການແລກປ່ຽນໃນການອະນຸຍາດໃຫ້ດຳເນີນກິດຈະການທາງດ້ານເສດຖະກິດໄດ້ນັ້ນ ແມ່ນໄດ້ຮຽກຮ້ອງໃຫ້ມີການຢູ່ຫ່າງກັນໃນສັງຄົມ ແລະ ວາງຂໍ້ຈຳກັດຕໍ່ການເຈົ້າໂຮມກັນຂະໜາດໃຫຍ່.

ໃນປະເທດ ເກົາຫຼີໃຕ້, ບ່ອນທີ່ບັນດາເຈົ້າໜ້າທີ່ແມ່ນກຳລັງພະຍາຍາມທີ່ຈະ ຄວບຄຸມການລະບາດທີ່ມີຈຸດສູນກາງໃນເຂດນະຄອນຫຼວງ ໂຊລ ນັ້ນ, ລັດຖະບານໄດ້ອອກຄຳສັ່ງທີ່ຮຽກຮ້ອງໃຫ້ປະຊາ ຊົນໃສ່ໜ້າກາກທັງຢູ່ໃນສະຖານ ທີ່ໃນຮົ່ມ ແລະ ກາງແຈ້ງໃນວັນຈັນມື້ນີ້.

ການຫ້າມໃໝ່ຕ່າງໆ ຈະຫ້າມການເຂົ້າໂບດດ້ວຍຕົນເອງ ແລະ ປິດໄນທ໌ຄລັບ, ຮ້ານອາຫານບຸບເຟ ແລະ ຮ້ານບໍລິການຄອມພິວເຕີ ເຊິ່ງຈະມີຜົນບັງຄັບໃຊ້ທົ່ວປະເທດ ເກົາຫຼີໃຕ້.

ສູນກາງເພື່ອການຄວບຄຸມ ແລະ ປ້ອງກັນໂຣກ ເກົາຫຼີ ໄດ້ລາຍງານ 266 ກໍລະນີໃໝ່ໃນວັນຈັນມື້ນີ້, ດ້ວຍ 202 ກໍລະນີຖືກພົບໃນເຂດນະຄອນຫຼວງ ໂຊລ. ມັນຍັງມີການຕິດໂຣກໃນຕົວເມືອງໃຫຍ່ອື່ນໆຄື ບູຊານ, ແດຈອງ ແລະ ເຊຈອງ.

ປະເທດ ເມັກຊິໂກ, ເຊິ່ງໃນອາທິດທີ່ຜ່ານມາໄດ້ອ້າງເຖິງການຫຼຸດລົງຢ່າງຕໍ່ເນື່ອງໃນຕົວເລກການຕິດໂຣກສູງສຸດປະຈຳວັນຂອງເຂົາເຈົ້ານັ້ນ, ໄດ້ລາຍງານຜູ້ເສຍຊີວິດໃໝ່ 266​ ຄົນໃນວັນອາທິດວານນີ້, ເຊິ່ງແມ່ນຕົວເລກທີ່ຕໍ່າທີ່ສຸດທີ່ເຂົາເຈົ້າໄດ້ເຫັນໃນຮອບດົນກວ່າສອງເດືອນ.

ປະເທດດັ່ງກ່າວມີຜູ້ເສຍຊີວິດທັງໝົດຫຼາຍກວ່າ 60,000​ ຄົນ, ຕາມຫຼັງພຽງ ສະຫະລັດ ແລະ ບຣາຊິລ ເທົ່ານັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG