ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນິວຊີແລນ ເປີດຊາຍ​ແດນຄືນຢ່າງເຕັມສ່ວນ ຫລັງ​ຈາກ​ໄດ້ປິດ​​ມາ​ເປັນເວ​ລາ​ຍາວ​ນານ ຍ້ອນ​ການ​ລະ​ບາດ​ຂອງໂຄວິດ -19


ຄົນ​ພາ​ກັນ​ດີ​ໃຈ​ທີ່​ໄດ້​ພົບພີ່​ນ້ອງ​ພາຍ​ຫລັງ​ທີ່​ເຮືອ​ບິນ​ຈາກ Los Angeles ໃນ ສ​ຫລ ໄປ​ເຖິງສະ​ໜາມ​ບິນ​ສາ​ກົນ​ຂອງ Auckland ໃນ​ຂະ​ນະ​ທີ່​ນີວ ຊີ​ແລນ​ໄດ້​ເປີດ​ຊາຍ​ແດນ​ໃຫ້​ແກ່​ພວກ​ປະ​ເທດທີ່​ຖືກ​ຍົກ​ເວັ້ນ​ວີ​ຊາ, ວັນ​ທີ 2 ພຶດ​ສະ​ພາ, 2022.
ຄົນ​ພາ​ກັນ​ດີ​ໃຈ​ທີ່​ໄດ້​ພົບພີ່​ນ້ອງ​ພາຍ​ຫລັງ​ທີ່​ເຮືອ​ບິນ​ຈາກ Los Angeles ໃນ ສ​ຫລ ໄປ​ເຖິງສະ​ໜາມ​ບິນ​ສາ​ກົນ​ຂອງ Auckland ໃນ​ຂະ​ນະ​ທີ່​ນີວ ຊີ​ແລນ​ໄດ້​ເປີດ​ຊາຍ​ແດນ​ໃຫ້​ແກ່​ພວກ​ປະ​ເທດທີ່​ຖືກ​ຍົກ​ເວັ້ນ​ວີ​ຊາ, ວັນ​ທີ 2 ພຶດ​ສະ​ພາ, 2022.

ຊາຍແດນຂອງນິວຊີແລນໄດ້ເປີດຄືນຢ່າງເຕັມສ່ວນເປັນຄັ້ງທໍາອິດສໍາລັບນັກທ່ອງທ່ຽວຈາກທົ່ວໂລກໃນວັນຈັນມື້ນີ້, ນັບຕັ້ງແຕ່ມີການແຜ່ລະບາດຂອງພະ​ຍາດໂຄ​ວິດ-19 ທີ່ເຮັດໃຫ້ພວກເຂົາ​ເຈົ້າ​ປິດປະ​ເທດ​ໄວ້ໃນເດືອນມີນາ 2020, ອີງ​ຕາມ​ອົງ​ການ​ຂ່າວ​ຣອຍ​ເຕີສ໌ (Reuters).

ຊາຍແດນຂອງນິວຊີແລນໄດ້ເລີ່ມຕົ້ນເປີດຄືນໃຫມ່ໃນເດືອນກຸມພາ ຊຶ່ງທໍາອິດ ແມ່ນ​ເປີດ​ໃຫ້ສໍາລັບຊາວນິວຊີແລນ ແລະຂໍ້ຈໍາກັດຕ່າງໆໄດ້ຄ່ອຍໆຜ່ອນຄາຍ ລົງ.

ຂະບວນການກະ​ກຽມເປີດຊາຍແດນຄືນໃໝ່ ໄດ້ສິ້ນສຸດລົງໃນຄືນວັນອາທິດ ວານນີ້ ສຳ​ລັບນັກທ່ອງທ່ຽວທີ່ຕ້ອງການວີຊາ ແລະຜູ້ທີ່ມີວີຊານັກຮຽນ ບັດນີ້ ກໍໄດ້ຮັບອະນຸຍາດໃຫ້ກັບຄືນສູ່ນິວຊີແລນເຊັ່ນ​ກັນ. ຂະນະ​ນີ້ ນິວຊີ​ແລນ ຍັງ​ໄດ້​ປ່ອຍ​ໃຫ້​ກຳ​ປັ່ນ​ທ່ອງ​ທ່ຽວ ​ແລະ ກ່ຳ​ປັ່ນຫລູ​ຫລາຍລຳສຳ​ລັບພັກຜ່ອນ​ຂອງ​ຕ່າງປະ​ເທດ​ເຂົ້າ​ຈອດ​ຢູ່​ທ່າ​ເຮືອ​ຂອງ​ຕົນອີກ​ດ້ວຍ.

ນັກທ່ອງທ່ຽວສ່ວນໃຫຍ່ທີ່ເຂົ້າໄປໃນນິວຊີແລນຍັງຕ້ອງໄດ້ຮັບການສັກຢາປ້ອງ ກັນໂຄ​ວິດ ແລະຕ້ອງໄດ້ກວດໂຄ​ວິດສອງຄັ້ງຫຼັງຈາກມາຮອດ. ແຕ່ຢ່າງໃດກໍ່ ຕາມ, ບໍ່ມີຂໍ້ກໍານົດໃຫ້ກັກກັນໂຕ.

ນາຍົກລັດຖະມົນຕີນິວຊີແລນ ທ່ານນາງ​ ຈາ​ຊິນ​ດາ ອາ​ເດີນ (Jacinda Ardern) ກ່າວໃນວັນຈັນວານນີ້ ໃນລະຫວ່າງການກ່າວຄຳປາໄສທີ່ກອງປະ ຊຸມສຸດຍອດຂອງທຸລະກິດຈີນ ທີ່ເມືອງ ໂອກ​ແລນ ວ່າການເປີດຊາຍແດນທີ່​ເປັນ​ໄລ​ຍະຂັ້ນສຸດທ້າຍທີ່​ມີ​ຄວາມສຳ​ຄັນອັນໃຫຍ່ຫຼວງ.

"ມັນເປັນຂັ້ນຕອນທີ່ເຮັດ​ເປັນ​ໄລ​ຍະ ແລະລະມັດລະວັງ ໃນສ່ວນຂອງພວກເຮົາ ນັບຕັ້ງແຕ່ເດືອນກຸມພາເປັນ​ຕົ້ນ​ມາ ຍ້ອນວ່າພວກເຮົາ, ຄຽງຄູ່ກັບປະເທດອື່ນໆ ໃນໂລກສືບຕໍ່ຄວບ​ຄຸມ​ການລະບາດຂອງພະ​ຍາດ​ລະ​ດັບ​ໂລກ​ຢູ່, ໃນຂະນະທີ່ ຮັກ​ສາປະຊາຊົນຂອງພວກເຮົາໃຫ້ປອດໄພ."

ນັກສຶກສາຕ່າງປະເທດໄດ້ປະກອບສ່ວນທີ່ສໍາຄັນຕໍ່ເສດຖະກິດຂອງນິວຊີແລນ ແລະຜູ້ສະ​ໜອງ​ການບໍລິການດ້ານການສຶກສາຫວັງວ່າ ການເປີດຊາຍແດນອີກ ເທື່ອນຶ່ງຈະເປັນການຊຸກຍູ້ໂຮງຮຽນ ແລະມະຫາວິທະຍາໄລໃນທົ່ວປະເທດ.

ທ່ານ ສ​ຕວດ ແນ​ສ (Stuart Nash) ລັດຖະມົນຕີກະ​ຊວງທ່ອງທ່ຽວນິວຊີແລນ ກ່າວວ່າການກັບຄືນມາຂອງກ່ຳ​ປັ່ນທ່ອງ​ທ່ຽວຍັງຈະເປັນການຊຸກຍູ້ອຸດສາຫະ ກໍາທ້ອງຖິ່ນອີກ​ດ້ວຍ.

ທ່ານ​ ແນ​ສ ກ່າວ​ອີກວ່າ "ການ​ຢ້ຽ​ມ​ຢາມ​ຂອງ​ກ່ຳ​ປັ່ນ​ທ່ອງ​ທ່ຽວສ່ວນ​ໃຫຍ່​ແມ່ນຢູ່​ໃນ​ລະ​ຫວ່າງ​ເດືອນ​ທີ່​ຮ້ອນ​ຂຶ້ນ​ຄືເດືອນ​ຕຸ​ລາ​ຫາ​ເດືອນ​ເມ​ສາ ແລະ​ລະດູ​ຮ້ອນ​ແມ່ນ​ລະ​ດູ​ແຫ່ງ​ການທ່ອງ​ທ່ຽວ​ຂອງ​ພວກ​ເຮົາໂດຍ​ທັງ​ໝົດ. ນີ້ຫມາຍຄວາມວ່າມັນຈະ ເປັນການ​ຮັບຕ້ອນ​ນັກ​ທ່ອງ​ທ່ຽວຢ່າງ​ເຕັມ​ພະ​ລັງ​ຂອງອຸດສາຫະກໍານີ້.”

ອ່ານ​ຂ່າວນີ້​ເພີ້ມ​ເ​ປັນ​ພາ​ສາ​ອັງ​ກິດ

XS
SM
MD
LG