ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານນາງອາ​ເດິນ ​ສ້າງ​ຄວາມ​ປະຫລາດໃຈ ທີ່​ເວົ້າ​ວ່າ ທ່ານ​ນາງຈະລົງຈາກຕຳ​ແໜ່ງນາ​ຍົກ​


(ພາບ​ໃນ​ຟາຍ) ນາ​ຍົກ​ລັດ​ຖະ​ມົນ​ຕີ Jacinda Ardern ກ່າວ​ຕໍ່​ນັກ​ຂ່າວ ໃນ​ນະ​ຄອນໂອກ​ແລນຂອງ​ນີວ​ຊີ​ແລນ, ວັນ​ທີ 22 ກັນ​ຍາ, 2020
(ພາບ​ໃນ​ຟາຍ) ນາ​ຍົກ​ລັດ​ຖະ​ມົນ​ຕີ Jacinda Ardern ກ່າວ​ຕໍ່​ນັກ​ຂ່າວ ໃນ​ນະ​ຄອນໂອກ​ແລນຂອງ​ນີວ​ຊີ​ແລນ, ວັນ​ທີ 22 ກັນ​ຍາ, 2020

ນາຍົກລັດຖະມົນຕີນິວຊີແລນ ທ່ານນາງເຈ​ຊິນ​ດາ ອາ​ເດິນ (Jacinda Ardern) ໃນວັນພະຫັດມື້ນີ້ ໄດ້ມີການປະ ກາດທີ່​ເຮັດ​ໃຫ້​ຄົນປະ​ຫລາດ​ໃຈວ່າ ທ່ານນາງ “ບໍ່ສາ​ມາດ ສືບ​ຕໍ່” ນຳພາປະເທດ​ໄດ້ອີກ​ແລ້ວ ແລະຈະລາອອກຈາກຕຳແໜ່ງ ບໍ່ເກີນຕົ້ນເດືອນ ກຸມພານີ້ ແລະຈະບໍ່ຫາທາງ​ແຂ່ງ​ຂັນໃຫ້​ໄດ້​ຮັບການເລືອກຕັ້ງຄືນໃໝ່ອີກ, ອີງ​ຕາມ ລາຍ​ງານອົງ​ການ​ຂ່າວ​ຣອຍ​ເຕີ​ສ໌ (Reuters).

ທ່ານນາງອາ​ເດິນ (Ardern) ກ່າວ ຂະ​ນະ​ທີ່ກັ້ນ​ນ້ຳ​ຕາໄວ້​ວ່າ ມັນ​ເປັນ​ການດຳ​ລົງ​ຕຳ​ແໜ່ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີໃນ 5 ປີ​ເຄິ່ງ ​ທີ່​ຫຍຸ້ງ​ຍາກ ແລະ​ກ່າວວ່າ​ ທ່ານນາງກໍ​ເປັນ​ພຽງ​ແຕ່​ມະ​ນຸດຜູ້​ນຶ່ງ​ເທົ່າ​ນັ້ນ ແລະ​ຈຳ​ເປັນ​ຕ້ອງ​ໄດ້​ລາ​ອອກ​ຈາກ​ຕຳ​ແໜ່ງ.

"ໃນຊ່ວງລະດູຮ້ອນນີ້, ຂ້າ​ພະ​ເຈົ້າຫວັງວ່າ ຈະຊອກຫາວິທີກະກຽມ ສຳ​ລັບບໍ່ພຽງແຕ່ ອີກນຶ່ງປີເທົ່າ​ນັ້ນ ແຕ່ເປັນການກະ​ກຽມ​ສຳ​ລັບອີກນຶ່ງສະ​ໄໝ- ເພາະວ່າ ນັ້ນແມ່ນສິ່ງ ທີ່ປີນີ້ຮຽກ​ຮ້ອງ​ໃຫ້​ເຮັດ. ຂ້າ​ພະ​ເຈົ້າບໍ່ສາມາດເຮັດໄດ້," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ນາງ ອາ​ເດິນ ອາ​ຍຸ 42 ປີ ທີ່ກ່າວຢູ່ກອງປະຊຸມຖະ​ແຫລງຂ່າວ.

ທ່ານ​ນາງ​ກ່າວ​ຕໍ່​ໄປ​ວ່າ "ຂ້າ​ພະ​ເຈົ້າຮູ້ວ່າ ຈະມີການສົນທະນາກັນຫຼາຍ ຫຼັງຈາກການ ຕັດສິນໃຈອັນນີ້ ກ່ຽວກັບສິ່ງທີ່ເອີ້ນວ່າ "ເຫດຜົນທີ່ແທ້ຈິງ" ແມ່ນ​ຫຍັງ... ມຸມທີ່ຫນ້າສົນໃຈທີ່ທ່ານຈະໄດ້ພົບ ກໍແມ່ນວ່າ ຫລັງຈາກໄດ້ດໍາເນີນງານ​ໄປ​ກັບສິ່ງທ້າທາຍ ອັນໃຫຍ່ຫຼວງບາງ​ຢ່າງ​ມາໄດ້ຫົກປີ ເຫັນ​ວ່າຂ້າ​ພະ​ເຈົ້າແມ່ນມະນຸດຜູ້​ນຶ່ງ.”

"ພວກນັກການເມືອງແມ່ນມະນຸດ. ພວກເຮົາເອົາທຸກສິ່ງທຸກ​ຢ່າງ​ໃຫ້ເທົ່າ​ທີ່ພວກເຮົາ ສາມາດເຮັດໄດ້, ແລະຫຼັງຈາກນັ້ນມັນກໍ​ເຖິງເວລາ. ແລະສໍາລັບຂ້າ​ພະ​ເຈົ້າ ມັນເຖິງເວລາແລ້ວ."

ການ​ລົງ​ຄະ​ແນນ​ສຽງ​ຂອງ​ພັກ​ແຮງ​ງານ​ນິວ​ຊີ​ແລນ ​ທີ່​ປົກ​ຄອງປະ​ເທດ​ຢູ່ ເພື່ອ​ເລືອກ ເອົາ​ຜູ້​ນຳ​ຄົນ​ໃໝ່​ ຈະ​ມີ​ຂຶ້ນ​ໃນ​ວັນ​ອາ​ທິດນີ້; ຜູ້​ນໍາ​ພັກ​ຈະ​ເປັນ​ນາ​ຍົກ​ລັດ​ຖະ​ຈົນກ​ວ່າ​ ການ​ເລືອກ​ຕັ້ງ​ທົ່ວ​ໄປຈະ​ຈັດ​ຂຶ້ນ​. ອາຍຸການເປັນຜູ້ນໍາຂອງທ່ານ​ນາງ​ອາ​ເດິນ ຈະສິ້ນ ສຸດລົງບໍ່ກາຍວັນທີ 7 ກຸມພາ ແລະການເລືອກຕັ້ງທົ່ວ ໄປຈະຈັດຂຶ້ນໃນວັນທີ 14 ຕຸລາ.

ທ່ານ​ນາງ​ອາ​ເດິນກ່າວວ່າ ທ່ານນາງເຊື່ອວ່າ ພັກແຮງງານຈະຊະນະການເລືອກຕັ້ງ ທີ່ຈະມາເຖິງນີ້.

ຮອງນາຍົກລັດຖະມົນຕີນິວຊີແລນ ທ່ານແກ​ຣນ ໂຣ​ເບີດ​ສັນ (Grant Robertson) ທີ່ເປັນລັດຖະມົນຕີກະ​ຊວງການເງິນ ກ່າວຢູ່ໃນຖະແຫຼງການສະບັບນຶ່ງວ່າ ທ່ານຈະບໍ່ ສະແຫວງຫາການໄດ້​ຂຶ້ນເປັນຜູ້ນໍາພັກແຮງງານຄົນຕໍ່ໄປ.

ນັກອອກຄວາມຄິດເຫັນທາງດ້ານການເມືອງ, ທ່ານ​ເບນ ໂທ​ມັ​ສ (Ben Thomas) ກ່າວວ່າ ການປະກາດຂອງທ່ານ​ນາງ​ອາ​ເດິນ ແມ່ນສ້າງຄວາມແປກໃຈອັນໃຫຍ່ຫຼວງ ຍ້ອນວ່າການຢັ່ງ​ຫາງ​ສຽງ ຍັງຈັດອັນດັບໃຫ້ທ່ານນາງເປັນນາຍົກລັດຖະມົນຕີທີ່ຄົນ​ນິ​ຍົມຂອງປະເທດຢູ່ ເຖິງແມ່ນວ່າການສະຫນັບສະຫນູນສໍາລັບພັກຂອງທ່ານນາງໄດ້ ຫຼຸດລົງ ຈາກລະດັບຄວາມສູງທີ່​ສຸດ ທີ່ເຫັນຢູ່ໃນໄລ​ຍະການເລືອກຕັ້ງປີ 2020 ນັ້ນ.

ທ່ານ​ໂທ​ມັ​ສ ກ່າວວ່າ ບໍ່ມີຜູ້ທີ່​ຈະສືບທອດຕຳ​ແໜ່ງ​ແທນ ທີ່ເຫັນໄດ້​ຢ່າງຊັດເຈນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG