ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນິວຊີແລນ ລາຍງານວ່າ ບໍ່ມີກໍລະນີຕິດເຊື້ອໄວຣັສໃໝ່ ຢູ່ໃນປະເທດ ຫຼື ສູນກໍລະນີ


ແຜນທີ່ຂອງປະເທດເກາະ ນິວຊີແລນ
ແຜນທີ່ຂອງປະເທດເກາະ ນິວຊີແລນ

ປະເທດນິວຊີແລນໄດ້ລາຍງານວ່າ ບໍ່ມີກໍລະນີຕິດເຊື້ອໄວຣັສໂຄໂຣນາລາຍໃໝ່ ຫຼື ສູນກໍລະນີ ໃນວັນຈັນມື້ນີ້ ເປັນຄັ້ງທຳອິດ ນັບຕັ້ງແຕ່ໄດ້ມີກໍລະນີຕິດເຊື້ອໃນກາງເດືອນມີນາ.

ຂີດໝາຍດັ່ງກ່າວ ມີຂຶ້ນນຶ່ງສັບປະດາ ຫຼັງຈາກທີ່ປະເທດໄດ້ເລີ້ມຫລຸດຜ່ອນກົດລະບຽບຕ່າງໆຂອງມາດຕະການປິດເມືອງທີ່ເຂັ້ມງວດ ທີ່ໄດ້ວາງອອກເປັນເວລານຶ່ງເດືອນ ໃນຂະນະທີ່ລັດຖະບານ ໄດ້ຫາທາງຢຸດຢັ້ງການແຜ່ລະບາດຂອງໄວຣັສດັ່ງກ່າວ.

“ເປັນທີ່ຈະແຈ້ງວ່າ ຕົວເລກທັງຫຼາຍຂອງມື້ນີ້ ເປັນທີ່ໜ້າເພິ່ງພໍໃຈ ແຕ່ມັນເປັນພຽງຊ່ວງນຶ່ງໃນເວລາເທົ່ານັ້ນ” ຜູ້ອຳນວຍການໃຫຍ່ ກະຊວງສາທາລະນະສຸກ ທ່ານນາງ ອາຊລີ ບລູມຟີລ ໄດ້ກ່າວໄປ.

ທ່ານນາງບລູມຟີລ ກ່າວຕໍ່ໄປອີກວ່າ “ການທົດສອບອັນແທ້ຈິງນັ້ນ ແມ່ນອາທິດຕໍ່ຈາກນີ້ໄປ ເມື່ອພວກເຮົາຄຳນຶງເຖິງໄລຍະຂອງການຟັກຕົວສຳລັບໄວຣັສ ແລະໄລຍະເວລາທີ່ມັນໃຊ້ເພື່ອທີ່ສະແດງອາການຕ່າງໆອອກໃຫ້ເຫັນ ຊຶ່ງໂດຍທົ່ວໄປແລ້ວ 5 ຫາ 6 ວັນ ຫຼັງຈາກທີ່ໄດ້ສຳພັດກັບມັນ.”

ໃນຂະນະດຽວກັນ ນິວຊີແລນ ກໍໄດ້ທຳຄວາມກ້າວໜ້າາຫຼາຍສົມຄວນ ໃນການຕໍ່ຕ້ານໄວຣັສດັ່ງກ່າວ ໂດຍມີປະມານທັງໝົດ 1,500 ກໍລະນີຕິດເຊື້ອໄວຣັສທີ່ໄດ້ຮັບການຢືນຢັນ ແລະ ມີຜູ້ເສຍຊີວິດ 20 ຄົນ ຊຶ່ງຕົນໄດ້ເອົາແນວທາງທີ່ລະ ມັດລະວັງ ເພື່ອຕ່າວປີ້ນມາດຕະການຢູ່ພາຍໃນເຮືອນ. ໂດຍສ່ວນໃຫຍ່ແລ້ວ ໂຮງຮຽນທັງຫຼາຍ ແມ່ນຍັງຄົງປິດຢູ່ ເຊັ່ນດຽວກັນກັບ ຮ້ານຄ້າແລະຮ້ານອາ ຫານທັງຫຼາຍ.

ອີຕາລີ ເປັນປະເທດນຶ່ງທີ່ຖືກກະທົບໜັກທີ່ສຸດ ໃນບັນດາປະເທດທັງຫຼາຍ ໄດ້ເລີ້ມຕົ້ນຂັ້ນຕອນໃນການເປີດປະເທດຄືນໃໝ່ ໃນວັນຈັນມື້ນີ້ ໂດຍອະນຸຍາດໃຫ້ພວກຄົນງານຂອງໂຮງຈັກໂຮງງານ ແລະພວກຄົນງານກໍ່ສ້າງກັບຄືນໄປວຽກຂອງພວກເຂົາເຈົ້າໄດ້. ປະຊາຊົນຍັງຈະໄດ້ຮັບອະນຸຍາດໃຫ້ອອກໄປຍ່າງ ແລະໄປຢ້ຽມຢາມຍາດຕິພີ່ນ້ອງ ໃນຂະນະທີ່ຮ້ານອາຫານຫຼາຍແຫ່ງ ກໍຈະໄດ້ຮັບອະ ນຸຍາດໃຫ້ບໍລິການອາຫານ ສັ່ງໄປກິນຢູ່ນອກ.

ປະເທດນີ້ ມີກໍລະນີຕິດເຊື້ອໄວຣັສທີ່ໄດ້ຮັບການຢືນຢັນ ຫຼາຍກວ່າ 210,000 ຄົນ ແລະປະມານ 29,000 ຄົນໄດ້ເສຍຊີວິດ. ລາຍງານທີ່ເປັນທາງການຂອງສາທາລະນະສຸກ ແມ່ນວ່າ ມີຜູ້ເສຍຊີວິດລາຍໃໝ່ 174 ຄົນໃນວັນອາທິດວານນີ້ ຊຶ່ງເປັນຕົວເລກປະຈຳວັນທີ່ຕ່ຳສຸດ ໃນປະມານສອງເດືອນຜານມາ.

ສ່ວນທຸລະກິດຕ່າງໆ ຍັງໄດ້ເລີ້ມຕົ້ນເປີດກິດຈະການຄືນ ໃນວັນຈັນມື້ນີ້ ໃນບາງເຂດຂອງມາເລເຊຍ ຂະນະທີ່ ນາຍົກລັດຖະມົນຕີ ມູຢິດດີນ ຢາສຊິນ ຜ່ອນຜັນຂໍ້ຈຳກັດຕ່າງໆຂອງມາດຕະການປິດເມືອງ ຊຶ່ງໃນເບື້ອງຕົ້ນ ມີກຳນົດອາຍຸໃກ້ຈະໝົດລົງ ໃນວັນທີ 12 ພຶດສະພານີ້.

ລັດຖະບານຂອງທ່ານຢາສຊິນ ແມ່ນນຶ່ງໃນບັນດາຫຼາຍໆລັດຖະບານຢູ່ທົ່ວໂລກ ທີ່ກຳລັງພິຈາລະນາເບິ່ງວ່າ ຈະເອົາມາດຕະການແນວໃດທີ່ຈະສົມເຫດສົມຜົນ ເພື່ອຈະຢຸດຢັ້ງໄວຣັສໂຄໂຣນາບໍ່ໃຫ້ແຜ່ລະບາດ ທຽບໃສ່ກັບຄວາມປາຖະໜາທີ່ຢາກຈະໃຫ້ເສດຖະກິດເຄື່ອນຕົວອີກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG