ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຜ່ນດິນໄຫວ ຢູ່ນິວຊີແລນ


ແຜ່ນດິນໄຫວ ຢູ່ນິວຊີແລນ
ແຜ່ນດິນໄຫວ ຢູ່ນິວຊີແລນ

ເຈົ້າໜ້າທີ່ນິວຊີແລນກ່າວວ່າ ແຜ່ນດິນໄຫວຂະໜາດແຮງ ທີ່ເມືອງ Christchurch ຫົວເມືອງໃຫຍ່ອັນດັບ 2 ຂອງນິວຊີແລນນັ້ນ ໄດ້ສ້າງຄວາມເສຍຫາຍຮ້າຍແຮງ ໃຫ້ແກ່ໂຄງລ່າງພື້ນຖານ ແຕ່ບໍ່ມີຜູ້ໃດເສຍຊີວິດ.

ທ່ານ Bob Parker ເຈົ້າຄອງກຳແພງ ເມືອງ Christchurch ໄດ້ປະກາດພາວະສຸກເສີນ ໃນວັນເສົາມື້ນີ້ ຫຼັງຈາກໄດ້ເກີດ ແຜ່ນດິນໄຫວຂະໜາດແຮງ ໃນຕອນເຊົ້າມືດ ຢູ່ທີ່ເກາະໃຕ້ ຂອງນິວຊີແລນ. ພວກນັກຊ່ຽວຊານ ດ້ານແຜ່ນດິນໄຫວ ຂອງລັດຖະບານນິວຊີແລນເວົ້າວ່າ ແຜ່ນດິນໄຫວຄັ້ງນີ້ ມີຄວາມແຮງແທກໄດ້ 7.1 ຂະນະທີ່ ອົງການສຳຫຼວດທໍລະນີວິທະຍາ ຂອງສະຫະລັດ ກ່າວວ່າ ມີຄວາມແຮງ 7.0

ມີລາຍງານວ່າ ມີແຕ່ 2 ຄົນທໍ່ນັ້ນ ໄດ້ຮັບບາດເຈັບສາຫັດ ຄືຜູ້ຊາຍຄົນນຶ່ງ ໄດ້ຮັບບາດເຈັບ ຍ້ອນຖືກປ່ອງເຕົາໄຟຫັກທັບ ແລະອີກຄົນນຶ່ງ ຖືກແກ້ວບາດ. ລັດຖະມົນຕີຄຸ້ມຄອງຄວາມປອດໄພ ໃນລະຫວ່າງທີ່ເກີດໄພພິບັດ ຂອງນິວຊີແລນ ທ່່ານ John Carter ກ່າວວ່າ ປະເທດຂອງທ່ານໂຊກດີຫຼາຍ ທີ່ບໍ່ມີຜູ້ໃດເສຍຊີວິດ.

ແຜ່ນດິນໄຫວທີ່ວ່ານີ້ ໄດ້ສ້າງຄວາມຕື່ນຕົກໃຈ ໃຫ້ແກ່ປະຊາຊົນ ຂະນະທີ່ພວກເຂົາເຈົ້າ ພວມລັບນອນຢູ່ ແລະເຮັດໃຫ້ພວກເຂົາເຈົ້າ ພາກັນແລ່ນອອກໄປຢູ່ ຕາມຖະໜົນຫົນທາງ. ດ້ານໜ້າຂອງຕຶກອາຄານຫຼາຍໆຫຼັງ ໄດ້ພັງລົງມາ ທັບລົດ ແລະເຮັດໃຫ້ດິນຈີ່ແລະແກ້ວ ຢັ່ງຢາຍຢູ່ຕາມພື້ນດິນ ແຕ່ບໍ່ມີລາຍງານວ່າ ມີຕຶກຫຼືອາຄານໝົດຫຼັງ ໄດ້ພັງລົງມາ.

ແຜ່ນດິນໄຫວໃນຄັ້ງນີ້ ໄດ້ເຮັດສາຍໄຟຟ້າ ສາຍໂທລະສັບຂາດ ຕະຫຼອດທັງທໍ່ແກັສ ທໍ່ນໍ້າປະປາ ແລະທໍ່ນໍ້າໂສໂຄກແຕກ. ນອກນັ້ນ ຍັງໄດ້ສ້າງຄວາມເສຍຫາຍ ໃຫ້ແກ່ຂົວຈຳນວນນຶ່ງ ແລະລົບກວນຕາໜ່າງສົ່ງໄຟຟ້າ ແລະໂທລະສັບນຳດ້ວຍ.

ເປັນທີ່ຄາດກັນວ່າ ນາຍົກລັດຖະມົນຕີນິວຊີແລນ ທ່ານ John Key ຈະເດີນທາງ ໄປຍັງເມືອງ Christchurch ເພື່ອຊັ່ງຊາຕີລາຄາ ເບິ່ງຄວາມເສຍຫາຍ ຂອງໄພທຳມະຊາດ ຮ້າຍແຮງໃນຄັ້ງນີ້.

XS
SM
MD
LG