ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນິວຊີແລນສິ້ນສຸດ ການຊອກຫາ ພວກລອດຊີວິດ


ພວກນັກຮຽນນັກສຶກສາ ອາສາສະມັກໄປຊ່ອຍທຳຄວາມສະອາດ ຫຼັງແຜ່ນດິນໄຫວ ທີ່ເມືອງ Christchurch
ພວກນັກຮຽນນັກສຶກສາ ອາສາສະມັກໄປຊ່ອຍທຳຄວາມສະອາດ ຫຼັງແຜ່ນດິນໄຫວ ທີ່ເມືອງ Christchurch

ເຈົ້າໜ້າທີ່ນິວຊີແລນກ່າວວ່າ ຕົນບໍ່ມີຄວາມຫວັງອີກ
ແລ້ວ ທີ່ຈະພົບເຫັນ ຜູ້ທີ່ຍັງລອດຊີວິດມາໄດ້ຕື່ມອີກ
ຢູ່ຕາມຊາກຫັກພັກຂອງແຜ່ນດິນໄຫວໃນສັບປະດາ
ຜ່ານມາທີ່ເມືອງ Christchurch.

ທ່ານ John Hamilton ຫົວໜ້າປ້ອງກັນໄພໃຫ້ແກ່
ພົນລະເມືອງ ກ່າວຕໍ່ພວກນັກຂ່າວ ໃນວັນພະຫັດມື້
ນີ້ວ່າ ເປັນທີ່ໜ້າເສຍໃຈທີ່ການປະຕິບັດງານກູ້ໄພໄດ້
ມາເຖິງຈຸດທີ່ ຕໍ່ໄປນີ້ຈະເພັ່ງເລັງໃສ່ການຊອກຄົ້ນຫາ
ສົບຜູ້ເສຍຊີວິດໃນຂະນະບໍ່ມີຄວາມຫວັງອີກແລ້ວທີ່
ພວກຍັງຕົກຄ້າງຢູ່ຕາມຊາກຫັກພັງຈະຍັງມີຊີວິດຢູ່ໄດ້.

ຈຳນວນພວກເສຍຊີວິດຢ່າງເປັນທາງການຈາກແຜ່ນດິນໄຫວໃນວັນທີ 22 ກຸມພາ ເວລາ
ນີ້ແມ່ນ 161 ຄົນແລະພວກເຈົ້າໜ້າທີ່ຄາດວ່າໂຕເລກດັ່ງກ່າວຈະເພີ່ມຂຶ້ນເປັນ 240 ຄົນ ຮວມທັງພວກນັກສຶກສາຕ່າງປະເທດຈາກເຂດເອເຊຍຫຼາຍສິບຄົນ. ມີ 70 ຄົນໄດ້ຖືກຊ່ອຍ
ຊີວິດອອກມາຈາກຊາກຫັກພັງ ບໍ່ເທົ່າໃດຊົ່ວໂມງ ຫຼັງຈາກໄດ້ເກີດແຜ່ນດິນໄຫວແຮງ 6.3
ແຕ່ບໍ່ປາກົດວ່າມີການພົບເຫັນຜູ້ລອດຊີວິດມາໄດ້ຕື່ມອີກ ນັບແຕ່ມື້ທີ່ໄດ້ເກີດແຜ່ນດິນໄຫວ.

ບັນຊີລາຍຊື່ພວກຫາຍສາບສູນ ແມ່ນຮວມທັງພວກນັກສຶກສາ 60 ກວ່າຄົນ ທີ່ຫໍພັກໂຮງ
ຮຽນສອນພາສາຕ່າງປະເທດ ທີ່ຕຶກອາຄານໂທລະພາບ Canterbury ນຶ່ງໃນຈຳນວນຕຶກ
ອາຄານ 2 ຫຼັງທີ່ໄດ້ພັງທະລາຍລົງຢ່າງສິ້ນເຊີງໃນລະຫວ່າງທີ່ເກີດແຜ່ນດິນໄຫວ. ພວກທີ່
ຫາຍສາບສູນແມ່ນຮວມທັງນັກສຶກສາ 28 ຄົນຈາກຍີ່ປຸ່ນ, 21 ຄົນຈາກຈີນ, 9 ຄົນຈາກຟີ
ລິບປິນ, 6 ຄົນຈາກປະເທດໄທ, 2 ຄົນຈາກເກົາຫຼີໃຕ້ ຈາກໃຕ້ຫວັນແລະເຊີເບຍ ປະເທດ
ລະນຶ່ງຄົນ.

XS
SM
MD
LG