ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈໍານວນຜູ້ເສຍຊີວິດຢູ່ນິວຊີແລນ ເພີ່ມຂຶ້ນເປັນ 144 ຄົນ


An outfit worn by musician David Bowie is displayed at the "David Bowie is" exhibition at the Victoria and Albert (V&A) museum in central London.
An outfit worn by musician David Bowie is displayed at the "David Bowie is" exhibition at the Victoria and Albert (V&A) museum in central London.

ເຈົ້າໜ້າທີ່ກ່າວວ່າ ຈຳນວນຜູ້ເສຍຊີວິດຈາກແຜ່ນດິນໄຫວ
ໃນນິວຊີແລນໄດ້ເພີ່ມຂຶ້ນເປັນ 144 ຄົນໂດຍທີ່ຍັງມີຄວາມ
ຫວັງ ເຫຼືອນ້ອຍທີ່ສຸດ ສຳລັບພວກທີ່ຫາຍສາບສູນ 200
ກວ່າຄົນທີ່ຈະຍັງມີຊີວິດຢູ່.

ຜູ້ບັນຊາການຕຳຫຼວດ Dave Cliff ກ່າວຕໍ່ພວກນັກຂ່າວ
ໃນວັນເສົາມື້ນີ້ວ່າ ທ່ານມີຄວາມວິຕົກກັງວົນເປັນທີ່ສຸດສຳ
ລັບພວກທີ່ຍັງຫາຍສາບສູນຫຼັງຈາກໄດ້ເກີດແຜ່ນດິນໄຫວ
ຂະໜາດແຮງ 6.3 ໃນມື້ວັນອັງຄານຜ່ານມາ.

ລັດຖະມົນຕີການຕ່າງປະເທດນິວຊີແລນ ທ່ານ Murray
McCully ກ່າວໃນວັນສຸກວານນີ້ວ່າ ການປະຕິບັດງານກູ້
ໄພໃກ້ຈະສິ້ນສຸດລົງແລ້ວ. ທ່ານເວົ້າວ່າ ທ່ານພວມກະກຽມ
ທີ່ຈະແຈ້ງ “ຂ່າວຮ້າຍທີ່ສຸດ” ໃຫ້ແກ່ບັນດາຄອບຄົວຂອງ ພວກເຄາະຮ້າຍ ທີ່ຢູ່ໃນຫຼາຍໆປະເທດ.

ສ່ວນເຈົ້າຄອງກຳແພງເມືອງ Christchurch ທ່ານ Bob
Parker ກ່າວວ່າ ພວກກູ້ໄພແລະຍາດພີ່ນ້ອງຂອງພວກທີ່
ຫາຍສາບສູນ ຄວນທີ່ຈະກະກຽມກ່ຽວກັບຄວາມເປັນໄປໄດ້ທີ່ວ່າ ໂຕເລກຜູ້ເສຍຊີວິດອາດຈະ
ເພີ່ມຂຶ້ນຢ່າງຫຼວງຫຼາຍ ໃນໄລຍະ 24 ຫາ 48 ຊົ່ວໂມງຂ້າງໜ້ານີ້.

XS
SM
MD
LG