ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີ 98 ຄົນເສຍຊີວິດແລ້ວ ຈາກແຜ່ນດິນໄຫວ ຢູ່ນິວຊີແລນ


ພວກກູ້ໄພສຸກເສີນ ພວມກະກຽມທີ່ຈະຍົກຍ້າຍສົບຄົນຕາຍຜູ້ນຶ່ງ ອອກໄປຈາກຕຶກໂທລະພາບ CTV ທີ່ເມືອງ Christchurch (24 ກຸມພາ 2011)
ພວກກູ້ໄພສຸກເສີນ ພວມກະກຽມທີ່ຈະຍົກຍ້າຍສົບຄົນຕາຍຜູ້ນຶ່ງ ອອກໄປຈາກຕຶກໂທລະພາບ CTV ທີ່ເມືອງ Christchurch (24 ກຸມພາ 2011)

ເຈົ້າໜ້າທີ່ນິວຊີແລນກ່າວວ່າ ມາຮອດເວລານີ້ໄດ້ມີການພົບ
ເຫັນສົບຜູ້ເສຍຊີວິດແລ້ວ 98 ສົບລຸນຫຼັງທີ່ໄດ້ເກີດແຜ່ນດິນ
ໄຫວທີ່ມີຄວາມແຮງ 6.3 ຢູ່ທີ່ເມືອງ Christchurch ໃນ
ມື້ວັນອັງຄານຜ່ານມາ.

ໃນຕອນເຊົ້າຂອງວັນພະຫັດມື້ນີ້ນາຍົກລັດຖະມົນຕີ John
Key ກ່າວວ່າ ໂຕເລກຜູ້ເສຍຊີວິດ ແມ່ນ 92 ຄົນ. ທ່ານ
ກ່າວຕື່ມວ່າ ຮ່ອງຮອຍຕ່າງໆສະແດງໃຫ້ເຫັນວ່າ ການສູນ
ເສຍຊີວິດ ແມ່ນສາມາດມີຫຼາຍກວ່າທີ່ພວກ​ເຮົາຄາດຄິດໄວ້.
ນາຍົກລັດຖະມົນຕີນິວຊີແລນຍັງເວົ້າວ່າ ມີຄວາມຢ້ານກົວ
ກັນຫຼາຍທີ່ສຸດສຳລັບອີກ 200 ຄົນທີ່ຍັງຫາຍສາບສູນ ແລະຊອກຫາບໍ່ທັນພໍ້ເທື່ອ.

ພວກທີ່ສາຍສາບສູນເຫຼົ່ານີ້ແມ່ນຮວມທັງ 100 ກວ່າຄົນ
ທີ່ເຊື່ອກັນວ່າຍັງຕົກຄ້າງຢູ່ພາຍໃນຕຶກອາຄານ ທີ່ເປັນ
ສະຖານີໂທລະພາບ ແລະໂຮງຮຽນສອນພາສາຕ່າງປະ
ເທດ. ໂຮງຮຽນດັ່ງກ່າວນີ້ ມີນັກຮຽນແລະພະນັກງານຫຼາຍກວ່າ 80 ຄົນຮວມທັງຫຼາຍໆ
ຄົນທີ່ມາຈາກຍີ່ປຸ່ນ.

ຄະນະກູ້ໄພຈາກສະຫະລັດ ອອສເຕຣເລຍ ຍີ່ປຸ່ນ ແລະບ່ອນອື່ນໆໄດ້ພາກັນເລັ່ງລັດເຂົ້າ
ຮ່ວມການປະຕິບັດງານຊອກຄົ້ນຫາແລະກູ້ໄພ ແລະຊ່ອຍສ້ອມແປງລະບົບໄຟຟ້າ ນໍ້າປະປາ
ແລະໂທລະສັບ.

XS
SM
MD
LG