ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນີວຊີແລນດ໌ ຈັດພິທີ ເພື່ອເປັນຂີດໝາຍ ຄົບຮອບນຶ່ງປີ ຂອງເຫດແຜ່ນດິນໄຫວ ຮ້າຍແຮງສຸດ


ຊາວນີວຊີແລນດ໌ຄົນນຶ່ງກໍາລັງປ່ອຍແມງກະເບື້ອນາງພະຍາ Monarch
ເພື່ອເປັນເຄຶ່ອງໝາຍແກ່ດວງວິນຍານ ຜູ້ເສຍຊີວິດ185 ຄົນຍ້ອນເຫດແຜ່ນ
ໄຫວທີ່ເມືອງ Christchurch, ນີວຊີແລນດ໌ເມື່ອປີຜ່ານມາ
ຊາວນີວຊີແລນດ໌ຄົນນຶ່ງກໍາລັງປ່ອຍແມງກະເບື້ອນາງພະຍາ Monarch ເພື່ອເປັນເຄຶ່ອງໝາຍແກ່ດວງວິນຍານ ຜູ້ເສຍຊີວິດ185 ຄົນຍ້ອນເຫດແຜ່ນ ໄຫວທີ່ເມືອງ Christchurch, ນີວຊີແລນດ໌ເມື່ອປີຜ່ານມາ

ຊາວ​ນີວຊີ​ແລນ​ດ໌ຫຼາຍພັນ​ຄົນ ​ເຂົ້າປະກອບສ່ວນ​ໃນ​ພິທີ​ທີ່​ເຄັ່ງຂຶມ​ບັ້ນ​ນຶ່ງ ​ເມື່ອ​ວັນ​ພຸດ​ມື້​ນີ້
ເພື່​ອ​ເປັນ​ຂີດ​ໝາຍ​ຄົບຮອບ​ນຶ່ງ​ປີຂອງເຫດ​ແຜ່ນ​ດິນ​ໄຫວທີ່​ຮ້າຍແຮງສຸດ ຊຶ່ງ​ຍັງ​ຜົນ​ໃຫ້​ມີ​ຜູ້
ເສຍ​ຊີວິດ 185 ຄົນ​ ໃນ​ໃຈກາງ​ເມືອງ Christchurch ນັ້ນ.

ລາຍ​ຊື່​ຂອງ​ຜູ້​ເສຍ​ຊີວິດ​ໄດ້​ຖືກ​ອ່ານທີ່​ສວນສາທາລະນະ North Hagley ຂອງ​ເມືອງ
Christchurch ກ່ອນ​ພວກ​ໄວ້ອາ​ໄລ​ທີ່ຫຼັ່ງນໍ້າຕາພາກັນ​ຢືນສະຫງົບ​ສະຕິອາລົມ​ເປັນ​ເວລາ
ສອງ​ນາທີ ​ຊຶ່ງ​ກົງ​ກັບ​ເວລາ​ທີ່​ເກີດ​ແຜ່ນດິນ​ໄຫວ.

ພິທີ​ໄວ້ອາ​ໄລ​ດັ່ງກ່າວ ​ໄດ້​ສິ້ນ​ສຸດ​ລົງ ດ້ວຍ​ການ​ປ່ອຍ​ແມງ​ກະ​ເບື້ອນາງພະຍາ Monarch
185 ​ໂຕ ອັນ​ເປັນ​ເຄຶ່ອງໝາຍ​ຂອງ​ດວງ​ວິນ​ຍານ ​ທີ່​ຈາກ​ໄປຂອງ​ພວກເສຍ​ຊີວິດ​ ​ແລະ​ການ​
ຟື້ນ​ຊີບ​ຄືນ​ໃໝ່​ຂອງ​ເມືອ​ງດັ່ງກ່າວ. ທ່ານ Jerry Mateparae ຜູ້ສຳເລັດ​ລາຊະການ​ຂອງ
ປະ​ເທດ​ນີວຊີ​ແລນ​ດ໌ກ່າວ​ວ່າທ່ານ​ໝັ້ນ​ໃຈ​ວ່າ​ເມືອງ​ນີ້​ຈະ​ສາມາດ​ບູລະນະ​ສ້າງສາ​ຄືນໃໝ່​ໄດ້.

ເຫ​ດ​ແຜ່ນດິນ​ໄຫວ​ດັ່ງກ່າວ​ທີ່​ມີ​ຄວາມ​ແຮງ 6.1 ຣິກ​ເຕີນັ້ນ ​ໄດ້​ທໍາລາຍ​ບ້ານ​ເຮືອນ ​ແລະ​
ຕຶກ​ອາຄານ​ຫຼາຍພັນ​ຫຼັງ ທີ່​ຕົວ​ເມືອງ Christchurch ທີ່​ສ້າງ​ຜົນ​ເສຍ​ຫາຍ​ເປັນ​ມູນ​ຄ່າ 25
ພັນ​ລ້ານ​ໂດ​ລາ ​ແລະ​ທໍາລາຍເຂດ​ໃຈກາງ​ເມືອງ​ໃຫຍ່​ອັນ​ດັບ​ສາມ​ ຂອງ​ນີວຊີແລນ​ດ໌ ​ກາຍ
ເປັນ​ຜືນ​ດິນ​ທີ່​ເກືອບ​ວ່າ​ໄຮ້​ຄ່າ. ພວກ​ເສຍ​ຊີວິດ​ຫຼາຍຄົນ​ແມ່ນ​ພວກ​ນັກ​ສຶກສາ​ທີ່​ມາ​ຮຽນ​ພາ
ສາ ຈາກທົ່ວ​ຂົງ​ເຂດ​ເອ​ເຊຍ ​ທີ່​ໄດ້​ເຖິງ​ແກ່​ຄວາມ​ຕາຍ​ເວລາ​ຕຶກ​ໂຮງຮຽນ​ເຂົາ​ເຈົ້າ​ພັງ​ລົງ.

XS
SM
MD
LG