ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

65 ຄົນເສຍຊີວິດ ໃນເຫດແຜ່ນດິນໄຫວ ຢູ່ນິວຊີແລນ


ພວກຕຶກສູງໆຫັກ​ພັງ​ລົງ ໃນເຫດແຜ່ນດິນໄຫວໃນເມືອງ Christchurch ປະ​ເທດ New Zealand, ວັນທີ 22 ກຸມພາ 2011.
ພວກຕຶກສູງໆຫັກ​ພັງ​ລົງ ໃນເຫດແຜ່ນດິນໄຫວໃນເມືອງ Christchurch ປະ​ເທດ New Zealand, ວັນທີ 22 ກຸມພາ 2011.

ໄດ້ເກີດແຜ່ນດິນໄຫວຂະໜາດຮ້າຍແຮງໃນ ເມືອງ
Christchurch ປະ​ເທດ New Zealand ທີ່ເຮັດໃຫ້
ພວກຕຶກສູງໆຫັກ​ພັງ​ລົງ​ໃນ​ເວລາ​ທີ່​ພວກ​ຄົນ​ກໍາລັງ​ເຮັດ​ລ້າ
ເຮັດ​ການ​ຢູ່ ແລະເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 65 ຄົນ
ແລ້ວ.

ພວກກຸ່ມໜ່ວຍກູ້ໄພແລະດັບເພີງ ກ່າວວ່າ ພາຫາ​ນະ​ແລະ​
ວຽກ​ງານກູ້ໄພຂອງ ​ເຂົາ​ເຈົ້າ​ແມ່ນບໍ່​ພຽງພໍ​ແລະ​ລໍາບາກ
ຫລາຍໃນຂະນະທີ່ພະຍາຍາມຊ່ອຍເຫຼືອ ພວກທີ່ໄດ້ຮັບ
ບາດເຈັບ ແລະຊອກຄົ້ນຫາພວກທີ່ຕິດຄ້າງຢູ້ໃນຊາກຫັກ
ພັງນັ້ນ. ​ໄດ້​ມີ​ການ​ນໍາໃຊ້ເຮຣິຄອບເຕີ​ເພື່ອຫົດສາດນໍ້າ
ໃສ່ໄຟທີ່ລຸກໄໝ້ນັ້ນແລະລົດຍົກ​ເຄື່ອງຂອງ ກໍ​ໄດ້​ຖືກນໍາ
ມາໃຊ້ເພື່ອຊ່ອຍເອົາພວກທີ່ຕິດຄ້າງຢູ່ເທິງຫຼັງຄາຂອງ ຕຶກສູງ ລົງ​ມາ.

ນາຍົກລັດຖະມົນຕີ ທ່ານ John Key ທີ່ໄດ້ເດີນທາງ
ໄປຍັງທີ່ເກີດເຫດຢ່າງຮີບດ່ວນ ຈາກນະຄອນຫຼວງ
Wellington ກ່າວວ່າ ຈໍານວນພວກທີ່ເສັຍຊີວິດຍັງຈະມີເພີ່ມຂຶ້ນ ຊຶ່ງທ່ານກ່າວວ່າ
“ພວກເຮົາຊາວ New Zealand ​ແມ່ນໄດ້ປະສົບ​ກັບມື້ທີ່ເສົ້າໝອງແລະຂົ່ມຂືນທີ່ສຸດມື້ນຶ່ງ ສໍາຫຼັບພວກເຮົາ.”

ແຜ່ນດິນໄຫວທີ່ມີຄວາມແຮງແທກໄດ້ 6.3 ນີ້ແມ່ນເປັນຄັ້ງທີ່ສອງ ໃນຮອບ 5 ເດືອນ
ຂອງເມືອງດັ່ງກ່າວ ບ່ອນທີ່ໄດ້ມີແຜ່ນດິນໄຫວ 7.1 ເກີດຂຶ້ນມາແລ້ວໃນເດືອນກັນຍາທີ່
ຜ່ານມາ ​ທີ່​ບໍ່​ໄດ້​ມີການລົ້ມຕາຍໃດໆເລີຍ, ແຕ່ນັກທໍລະນີວິທະຍາທາງດ້ານແຜ່ນດິນໄຫວ
ກ່າວວ່າ ແຜ່ນດິນໄຫວໃນຄັ້ງນີ້ແມ່ນໄດ້ເກີດຂຶ້ນໃກ້ໆກັບຕົວເມືອງຫລາຍ​ກ່ວາ​ເທື່ອ​ກ່ອນ
ແລະຢູ່​ໃກ້ໜ້າດິນຫຼາຍທີ່ສຸດ ຈຶ່ງພາໃຫ້ມີຄວາມຮຸນແຮງຫລາຍ​ກ່ວາ.

XS
SM
MD
LG