ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນາ​ຍົກ ນິວ​ຊີ​ແລນ ປະ​ຕິ​ຍານ​ວ່າ ຈະ​ບໍ່​ເອີຍ​ເຖິງ​ຊື່ ຂອງຊາຍ​ ​ທີ່​ສົງ​ໄສວ່າ​ ຍິງສັງ​ຫານ ພວກ​ທີ່​ໄປສູດມົນ ທີ່​ວັດ​ອິ​ສ​ລາມ


ນາ​ຍົກ​ລັດ​ຖະ​ມົນ​ຕີ ນິວ​ຊີ​ແລນ ທ່ານ​ນາງ ຈາ​ຊິນ​ດາ ອາ​ເດີ​ຣ໌ນ ກ່າວ​ຕໍ່​ລັດ​ຖະ​ສະ​ພາ ທີ່ນະ​ຄອນ Wellington,19 ມີ​ນາ 2019.
ນາ​ຍົກ​ລັດ​ຖະ​ມົນ​ຕີ ນິວ​ຊີ​ແລນ ທ່ານ​ນາງ ຈາ​ຊິນ​ດາ ອາ​ເດີ​ຣ໌ນ ກ່າວ​ຕໍ່​ລັດ​ຖະ​ສະ​ພາ ທີ່ນະ​ຄອນ Wellington,19 ມີ​ນາ 2019.

ນາ​ຍົກ​ລັດ​ຖະ​ມົນ​ຕີ ນິວ​ ຊີ​ແລນ ທ່ານ​ນາງ ຈາ​ຊິນ​ດາ ອາ​ເດີ​ຣ໌ນ (Jacinda Ardern) ​
ຮຽກ​ຮ້ອງ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ທັງ​ຫຼາຍ​ຮວມ​ກັນກັບ​ທ່ານ​ນາງທີ່​ບໍ່​ໃຊ້​ຊື່​ຂອງຊາຍ​ ​
ທີ່​ສົງ​ໄສວ່າ​ເປັນ​ຄາດ​ຕະ​ກອນ​ສັງ​ຫານ ພວກ​ທີ່​ໄປສູດ​ມົນພາ​ວະ​ນາ 50 ຄົນ ທີ່​ວັດ
​ອິ​ສ​ລາມ 2 ແຫ່ງ ໃນນະ​ຄອນໄຄ​ຣ​ສ​ເຈີຣ໌​ຈ ໃນ​ວັນ​ສຸກ​ຜ່ານ​ມາ​ນີ້.

ໃນ​ການ​ກ່າວ​ຄຳ​ປາ​ໄສ​ທີ່​ເສົ້າ​ໂ​ສກ ຊ້ອງ​ໜ້າ​ລັດ​ຖະ​ສະ​ພາ ໃນ​ວັນ​ອັງ​ຄານ​ມື້​ນີ້, ນາ​ຍົກ​
ລັດ​ຖະມົນ​ຕີ ອາ​ເດີ​ຣ໌ນ ໄດ້​ກ່າວ​ວ່າ ມື​ປືນ​ທີ່​ສົງ​ໄສ​ດັ່ງ​ກ່າວ​ນີ້​ແມ່ນ “ຜູ້​ກໍ່​ການ​ຮ້າຍ,
ລາວ​ແມ່ນ​ອາດ​ຊະ​ຍາ​ກອນ, ລາວ​ແມ່ນ​ບຸກ​ຄົນ​ຫົວ​ຮຸນ​ແຮງ​ຈັດ, ແຕ່​ວ່າ ລາວ​ຈະ​ເປັນ,
ຕອນ​ທີ່​ຂ້າ​ພະ​ເຈົ້າ​ກ່າວ​ອອກ​ມາ​ນີ້, ຈະ​ບໍ່​ມີ​ຊື່​ເລີຍ.”

“ຂ້າ​ພະ​ເຈົ້າ​ຂໍ​ຮ້ອງ​ຕໍ່​ພວກ​ທ່ານ​ທັງ​ຫຼາຍ ໃຫ້​ກ່າວ​ເຖິງ​ຊື່​ຂອງ​ພວກ​ທີ່ເ​ສຍຊີ​ວິດ, ແທນ​ທີ່​ຈະ​ແມ່ນ​ຊາຍ​ຜູ້​ທີ່ເອົາ​ຊີ​ວິດ​ຂອງ​ພວກ​ເຂົາ​ເຈົ້າ,” ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານ​ນາງອາ​ເດີ​ຣ໌ນ ​ທີ່ໄດ້​ກ່າວ​ໄປ.

ພວກ​ເຈົ້າ​ໜ້າ​ທີ່ໄດ້​ກ່າວ​ຫາ ຊາຍ​ໄວ 28 ປີ ​ສັນ​ຊາດອອ​ສ​ເຕ​ຣ​ເລຍ ທ້າວເບ​ຣນ​ທັນ ​ແຮ​ຣິ​ສ ແທ​ແຣນ​ທ໌ (Brenton Harris Tarrant) ທີ່​ໄດ້​ທຳ​ການ​ໂຈ​ມຕີ​ ທີ່​ໜ້າ​ຢ້ານ​ກົວນີ້. ລາວ​ແມ່ນ​ເປັນ​ຄົນ​ດຽວ​ທີ່​ໄດ້​ຖືກ​ຈັບ​ກຸມ ທີ່​ພົວ​ພັນ ໃນ​ການ​ສັງ​ຫານ​ດັ່ງ​ກ່າວ ແລະ​ໄດ້​ຖືກ​ກ່າວ​ຫາ ໃນ​ຖາ​ນ​ຄາດ​ຕະ​ກອນ.

ທ້າວແທ​ແຣນ​ທ໌ ຍັງ​ບໍ່​ທັນ​ໄດ້​ຮັບ​ສາ​ລະ​ພາບ​ໃດໆ​ເລີຍ. ສື່ມວນ​ຊົນ​ລາຍ​ງານ​ວ່າ ລາວ​ປະ​ຕິ​ເສດ​ຕໍ່​ການ​ມີ​ທ​ະ​ນາຍ​ຄວາມ ແລະ​ຈະ​ຂໍ​ເປັນ​ຕົວ​ແທນ ດ້ວຍ​ຕົວ​ຂອງ​ລາວ​ເອງໃນ​ການ​ດຳ​ເນີນ​ຄະ​ດີຢູ່​ສານ.​ ການ​ໄປ​ປະ​ກົດ​ຕົວ​ຕໍ່​ສານ​ຄັ້ງ​ຕໍ່​ໄປ ​ແມ່ນກຳ​ນົດ​ໃສ່ ວັນ​ທີ 5 ເມ​ສາ.

ນາ​ຍົກ​ລັດ​ຖະ​ມົນ​ຕີອາ​ເດີ​ຣ໌ນ ໄດ້​ກ່າວ​ວ່າ ລັດ​ຖະ​ບານ​ຂອງ​ທ່ານ​ນາງ ຈະ​ເປີດ​ການ​ສືບ​ສວນ ​ເຂົ້າ​ໃນ​ອັນ​ທີ່​ພວກ​ເຈົ້າ​ໜ້າ​ທີ່ ​ແລະ​ໜ່ວຍ​ສືບ​ລັບ​ຂອງ​ປະ​ເທດແມ່ນ​ລະ​ຫຼວມ ຕໍ່ສັນ​ຍານ​ໃດໆ ກ່ຽວ​ກັບ​ທ້າວແທ​ແຣນ​ທ໌ແລະ​ຈຸດ​ປະ​ສົງ​ຂອງ​ລາວ ຫຼື​ບໍ່. ທ່ານ​ນາງຍັງ​ໄດ້​ສະ​ແດງ​ອອກ​ຊຶ່ງ​ຄວາມ​ອຶດ​ອັດ ກ່ຽວ​ກັບບໍ​ລິ​ສັດ​ສື່ສັງ​ຄົມ​ຍັກ​ໃຫຍ່ ເຟ​ສ​ບຸກ ທີ່​ມີ​ສຳ​ນັກ​ງານ ​ຢູ່​ທີ່​ສະ​ຫະ​ລັດ ທີ່​ອະ​ນຸ​ຍາດ​ໃຫ້ ທ້າວ ແທ​ແຣນ​ທ໌ຖ່າຍ​ທອດ​ການ​ໂຈມ​ຕີແບບ​ສົດໆ, ພ້ອມ​ທັງພາບ​ວີ​ດີ​ໂອ​ດັ່ງ​ກ່າວ​ນີ້ ຍັງ​ມີ​ໃຫ້​ຜູ້​ຄົນ​ໄດ້​ເບິ່ງ ເປັນ​ເວ​ລາ 4 ມື້ ຕໍ່​ມາ.

“ພວກ​ເຮົາ​ບໍ່​ສາ​ມາດ​ພຽງ​ແຕ່​ຈະ​ນັ່ງ​ຢູ່ເ​ສີຍໆແລະ​ຮັບ​ເອົາ​ແບບທີ່​ເປັນ​ຢູ່ນີ້ ແລະ​ນັ້ນແມ່ນ​ການ​ກ່າວ​ທີ່ບອກ​ເຖິງ​ຄວາມ​ບໍ່​ຮັບ​ຜິດ​ຊອບ ໃນ​ສະ​ຖານ​ທີ່ບ​ອ່ນ​ທີ່​ມັນ​ນຳ​ອອກ​ເຜີຍ​ແຜ່,” ​ຊຶ່ງ​ທ່ານ​ນາງ ອາ​ເດີ​ຣ໌ນ ໄດ້​ກ່າວ​ໃນ​ຄຳ​ຖະ​ແຫຼງ​ການ ຕໍ່​ລັດ​ຖະ​ສະ​ພາ ແລະ​ທ່ານ​ນາງ​ຍັງ​ໄດ້​ກ່າວ​ເພີ້ມ​ຕື່ມ​ວ່າ “ພວກ​ເຂົາ​ແມ່ນ​ຜູ້​ຈັດ​ພິມ​ເຜີຍ​ແຜ່, ບໍ່​ແມ່ນ​ພຽງ​ແຕ່​ຜູ້​ສົ່ງ​ໄປສະ​ນີ. ມັນ​ບໍ່​ຄວນ​ຈະ​ເຫັນ​ແຕ່​ຜົນ​ກຳ​ໄລ​ທັງ​ໝົດ, ບໍ່​ມີ​ຄວາມ​ຮັບ​ຜິດ​ຊອບ​ເລີຍ.”

ເຟ​ສ​ບຸກ ກ່າວ​ວ່າ ຕົນ ໄດ້​ລຶບ​ວີ​ດີ​ໂອ​ຕ່າງໆ ​ທີ່​ມີ 1 ລ້ານ 5 ອັນກ່ຽວ​ກັບ​ການ​ສັງ​ຫານ​ໝູ່ ພາຍ​ໃນ 24 ຊົ່ວ​ໂມງ ​ຂອງ​ການ​ໂຈມ​ດີ​ດັ່ງ​ກ່າວ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG