ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ວັດອິສລາມ ສອງແຫ່ງ ໃນນິວຊີແລນ ໄດ້ເປີດ ຄືນໃໝ່ ຫຼັງຈາກມີການໂຈມຕີ ເມື່ອ 8 ວັນກ່ອນ


ແມ່ຍິງຄົນນຶ່ງ ມີປະຕິກິລິຍາ ຫຼັງຈາກການຢ້ຽມຢາມ ວັດອິສລາມ ອາລ ນໍຣ ທີ່ໄດ້ເປີດຄືນໃໝ່ ໃນເມືອງໄຄຣສ໌ເຊີດຈຸ ຂອງນິວຊີແລນ, ວັນທີ 23 ມີນາ 2019.
ແມ່ຍິງຄົນນຶ່ງ ມີປະຕິກິລິຍາ ຫຼັງຈາກການຢ້ຽມຢາມ ວັດອິສລາມ ອາລ ນໍຣ ທີ່ໄດ້ເປີດຄືນໃໝ່ ໃນເມືອງໄຄຣສ໌ເຊີດຈຸ ຂອງນິວຊີແລນ, ວັນທີ 23 ມີນາ 2019.

ເກືອບອາທິດກວ່າໆ ຫຼັງຈາກເກີດການໂຈມຕີກໍ່ການຮ້າຍ ຢູ່ທີ່ວັດອິສລາມ ສອງແຫ່ງ
ໃນເມືອງ ໄຄຣສ໌ເຊີດຈ໌ ຂອງນິວຊີແລນ ສະຖານທີ່ທາງ​ສາ​ສະ​ໜາ​ ທັງສອງແຫ່ງນີ້
ກໍໄດ້ເປີດຄືນໃໝ່ແລ້ວ.

ຢູ່ທີ່ວັດອິສລາມ ອາລ ນໍຣ (Al Noor) ໃນວັນເສົາມື້ນີ້ ບ່ອນທີ່ 40 ຄົນ ໃນຈຳນວນຜູ້
ເຄາະຮ້າຍທັງໝົດ 50 ຄົນ ໄດ້ຖືກສັງຫານນັ້ນ ແມ່ນບໍ່ຄ່ອຍ ມີຮ່ອງຮອຍຫຼັກຖານ
ຂອງເຫດການທີ່ໂຮດຮ້າຍເລີຍ.

ໄດ້ມີການທາສີໃໝ່ ແລະພວກຮູລູກປືນ ກໍໄດ້ຖືກປົກປິດດ້ວຍປູນ ແລະປ້ອງຢ້ຽມ
ໃໝ່ໄດ້ຖືກນຳມາປ່ຽນປ່ອງຢ້ຽມ ໂຕທີ່ທຸບແຕກ ໂດຍພວກທີ່ໄປໄຫວ້ພະສູດມົນ
ຜູ້ທີ່ພະຍາຍາມຫລົບໜີ ຈາກການບຸກເຂົ້າໄປຍິງ ໂດຍຊາຍຜິວຂາວ​ຫົວຊາດນິຍົມ
ສັນຊາດອອສເຕຣເລຍ ອາຍຸ 28 ປີ.

“ເພື່ອຈະຮູ້ສຶກອັນນັ້ນ ແບບຄວາມຮຸນແຮງ ແລະຄວາມໂຫດຮ້າຍທາລຸນນີ້ ທີ່ໄດ້
ມາບຽດບຽນພວກເຈົ້າໂດຍອາໄສຢູ່ໃນພາກສ່ວນຂອງໂລກທີ່ງົດງາມແຫ່ງນີ້ ແມ່ນ
ເລິກເຊິ່ງ ແລະສະເທືອນໃຈຢ່າງເລິກເຊິ່ງ”
ເຈົ້າຟ້າຊາຍ ຮາສຊານ ບິນ ທາລາລ ຂອງ
ຈໍແດນ ໄດ້ກ່າວໄປ ຊຶ່ງເປັນແຂກທ່ານນຶ່ງໃນຈຳນວນຫຼາຍຮ້ອຍ ຄົນ ທີ່ໄດ້ມາຢ້ຽມຢາມ
ວັດ ອາລ ນໍຣ.

ລວມຢູ່ພາຍໃນຜູ້ທີ່ມາຢ້ຽມຢາມວັດດັ່ງກ່າວ ໃນວັນເສົາມື້ນີ ກໍມີບັນດາຜູ້ທີ່ລອດ ຊີວິດ
ຈາກການໂຈມຕີ ແລະພວກຄົນຜູ້ທີ່ຮູ້ຈັກພວກຜູ້ເຄາະຮ້າຍ.

ບັນດາສະມາຊິກຂອງປະຊາຄົມ ມຸສລິມ ພາກັນໄປຢ້ຽມຢາມ ວັດອິສລາມ ອາລ ນໍຣ (Al Noor) ຫຼັງຈາກທີ່ໄດ້ເປີດຄືນໃໝ່ ໃນເມືອງໄຄຣສ໌ເຊີດຈ໌ ຂອງນິວຊີແລນ, ວັນທີ 23 ມີນາ 2019.
ບັນດາສະມາຊິກຂອງປະຊາຄົມ ມຸສລິມ ພາກັນໄປຢ້ຽມຢາມ ວັດອິສລາມ ອາລ ນໍຣ (Al Noor) ຫຼັງຈາກທີ່ໄດ້ເປີດຄືນໃໝ່ ໃນເມືອງໄຄຣສ໌ເຊີດຈ໌ ຂອງນິວຊີແລນ, ວັນທີ 23 ມີນາ 2019.

ທ່ານ ຊາກັດ ຄານ ປະທານສະມາຄົມຊາວມຸສລິມ ຂອງເມືອງແຄນເທີເບີຣີ ໄດ້ກ່າວວ່າ
“ຈຳພວກທີ່ໄດ້ສູນເສຍ ສະມາຊິກໃນຄອບຄົວຂອງພວກເຂົາເຈົ້າ ແນ່ນອນແມ່ນມີ
ຄວາມຮູ້ສຶກເສົ້າເສຍໃຈ ແລະຈຳພວກຜູ້ທີ່ມີໜ້າຢູ່ທີ່ນີ້ ໃນລະ ຫວ່າງເກີດເຫດ
ແນ່ນອນຄວາມຊົງຈຳກໍຫວນຄືນໄປ. ເປັນພາບຫວນຄືນມາ.”

ໃນຕອນເຊົ້າວັນເສົາມື້ນີ້ ຢູ່ໃນເມືອງໄຄຣສ໌ເຊີດຈ໌ ນັ້ນ ໄດ້ມີການເດີນຂະບວນ ເພື່ອ
ຄວາມຮັກ ຫຼື March For Love ໂດຍມີພວກຄົນພາກັນຍ່າງ ໂດຍສ່ວນ ໃຫຍ່ແມ່ນ
ຢູ່ໃນຄວາມສະຫງົບງຽບ. ຜູ້ເດີນຂະບວນຄົນນຶ່ງ ຖືປ້າຍທີ່ອ່ານວ່າ “ຍິນດີຕ້ອນຮັບ
ຊາວມຸສລິມ ພວກຈຳແນກສີຜິວ ບໍ່ຕ້ອນຮັບ.”

ນາງມານາລາ ບັດເລີ ອາຍຸ 16 ປີ ເປັນນັກຮຽນຜູ້ນຶ່ງ ທີ່ໄດ້ຈັດຕັ້ງການເດີນ ຂະບວນ
ໄດ້ກ່າວວ່າ “ພວກເຮົາຮູ້ສຶກວ່າ ຄວາມກຽດຊັງ ໄດ້ນຳມາຊຶ່ງຄວາມ ມືດມົນ ໃນເວລາ
ຄືແນວນີ້ ແລະ ຄວາມຮັກ ແມ່ນເປັນຢາປົວທີ່ດີທີ່ສຸດ ທີ່ຈະ ເປັນໄຟສ່ອງແສງ ໃຫ້ແກ່
ເມືອງທີ່ຢູ່ໃນຄວາມມືດ.”

ໃນວັນສຸກວານນີ້ ກໍໄດ້ມີພິທີສົ່ງສະການຝັງສົບຂະໜາດໃຫຍ່ ໃຫ້ແກ່ຜູ້ເຄາະ ຮ້າຍ
26 ສົບ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG