ນາຍົກລັດຖະມົນຕີ ນິວຊີແລນ ທ່ານນາງຈາຊິນດາ ອາເດີຣນ໌ ໄດ້ປະກາດໃນວັນຈັນ
ວານນີ້ ກ່ຽວກັບການສືບສວນສູງສຸດເຂົ້າສູ່ການໂຈມຕີຢູ່ວັດສອງແຫ່ງໃນເມືອງ
Christchurch ໃນຕົ້ນເດືອນນີ້ທີ່ໄດ້ສັງຫານ 50 ຄົນ.
ການສອບສວນອັນທີ່ຮູ້ຢູ່ໃນນິວຊີແລນໃນນາມ ຄະນະກຳມາທິການ ແລະນຳພາເປົ້າ
ໝາຍຂອງການແກ້ໄຂ ບໍ່ພຽງແຕ່ວ່າມີຫຍັງໄດ້ເກີດຂຶ້ນ ແຕ່ວ່າທ່າທີໃນອະນາຄົດທີ່ຈະ
ສາມາດປ້ອງກັນໄວ້ນັ້ນນຳ.
ທ່ານນາງອາເດີຣນ໌ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ທີ່ສຳຄັນທີ່ສຸດບໍ່ມີກ້ອນຫີນກ້ອນໃດ
ປະປ່ອຍໄວ້ບໍ່ໄດ້ປີ້ນເພື່ອໃຫ້ເຖິງພື້ນຖານວ່າ ການປະພຶດກໍ່ການຮ້າຍໄດ້ເກີດຂຶ້ນຢ່າງ
ໃດ ແລະແມ່ນຫຍັງ ຖ້າຫາກມີ ໂອກາດທີ່ພວກເຮົາໄດ້ຢັບຢັ້ງ ຮວມຢູ່ໃນນັ້ນ.”
ທ່ານນາງກ່າວວ່າການສືບສວນຢ່າງອິດສະຫລະ ຈະພິຈາລະນາເຖິງຜູ້ຍິງ ແລະກິດ
ຈະການຕ່າງໆກ່ອນໜ້ານັ້ນ ການມີໄວ້ໃຫ້ຂອງອາວຸດເຄິງອັດຕະໂນມັດຢູ່ໃນນິວຊີແລນ
ບົດບາດຂອງສື່ສັງຄົມ ແລະການປະຕິບັດງານຂອງຕຳຫຼວດ ແລະບັນດາອົງການສືບ
ລັບກ່ອນການໂຈມຕີ.
ທ່ານນາງອາເດີຣນ໌ກ່າວວ່າ “ນິວຊີແລນເປັນປະເທດທີ່ບໍ່ມີການສິ້ງຊອມ ແລະເປັນທີ່
ແຈ້ງຂາວໂດຍກົງທີ່ສຸດ ທີ່ຂ້າພະເຈົ້າຄິດວ່າມາຈາກບັນດາສະມາຊິກສາທາລະນະ.
ແຕ່ວ່າ ຄຳຖາມ ຫຼາຍໆຂໍ້ ແນ່ນອນວ່າຕ້ອງການຄຳຕອບ ຫຼືບໍ່ວ່ານີ້ຈະແມ່ນກິດຈະການ
ຂອງສ່ວນບຸກຄົນ ທີ່ພວກເຮົາສົມຄວນ ຫຼືໄດ້ຮູ້ມາກ່ອນ ແລະບັນດາອົງການຕ່າງໆ
ເຂົາເຈົ້າເອງພາກັນຍິນດີກັບການດູແລທີ່ເປັນອິດສະຫຼະ ແລະຫານສືບສວນກ່ຽວກັບ
ຄຳຖາມດັ່ງກ່າວ.
ນາຍົກລັດຖະມົນຕີບໍ່ໄດ້ໃຫ້ເວລາຕາຍໂຕວ່າເວລາໃດການສືບສວນຈະເສັດສິ້ນລົງ.
ທ່ານນາງກ່າວວ່າ ທ່ານນາງເຂົ້າໃຈປະຊາຊົນ ທີ່ບໍ່ຕ້ອງການປ່ອຍໃຫ້ລໍຖ້າຄຳຖາມ
ຕ່າງໆ ແຕ່ວ່າມີຄວາມຕ້ອງການສຳລັບເວລາ ທີ່ຈະໃຫ້ເສັດສິ້ນລົງຢ່າງ
ເໝາະສົມ.