ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນີວຊີແລນໄວ້ອາໄລນໍາ ຄົນງານບໍ່ຖ່ານຫີນ ທີ່ເສຍຊີວິດ


ອາສາສະມັກຂອງອົງການສະພາກາແດງຜູ້ນຶ່ງຟາຍນ້ຳຕາໃນນ
ຂະນະທີ່ຍ່າງອກມາຈາກບ່ອນຈຸດທຽນໄວ້ອາໄລໃນວັນພຸດທີ
24 ພະຈິກ, 2010 ພາຍຫລັງທີ່ມີການລະເບີດຄັ້ງທີ 2 ທີ່ບໍ່
ຖ່ານຫິນ Pike River ທີ່ເກາະSouth Island ຂອງນີວຊີແລນ.
ອາສາສະມັກຂອງອົງການສະພາກາແດງຜູ້ນຶ່ງຟາຍນ້ຳຕາໃນນ ຂະນະທີ່ຍ່າງອກມາຈາກບ່ອນຈຸດທຽນໄວ້ອາໄລໃນວັນພຸດທີ 24 ພະຈິກ, 2010 ພາຍຫລັງທີ່ມີການລະເບີດຄັ້ງທີ 2 ທີ່ບໍ່ ຖ່ານຫິນ Pike River ທີ່ເກາະSouth Island ຂອງນີວຊີແລນ.

ພວກ​ປະຊາຊົນ​ໃນ​ທົ່ວ​ປະ​ເທດ ກໍ​ໄດ້ພາກັນ​ຮ່ວມ​ກັບ​ພວກ​ຄອບຄົວຂອງຄົນ​ງານ​ບໍ່​ຖ່ານ​ຫີນ 29 ຄົນ ​ທີ່​ໄດ້​ເສຍ​ຊີວິດ​ໄປ​ ໃນ​ການ​ໄວ້ອາ​ໄລ​ ອາວ​ອນນໍາ​ພວກ​ເຄາະ​ຮ້​າຍ ​ໃນອັນ​ທີ່​ເອີ້ນ​ວ່າ ​ໄພ​ຫາ​ຍະ​ນະ​ຄັ້ງ​ຮ້າຍ​ແຮງ​ທີ່​ສຸດ​ໃນ​ບໍ່​ແຮ່​ໃນ​ຮອບ​ຫລາຍ​ທົດ​ສະ​ວັດ​ຜ່ານ​ມາ.

ໄດ້​ມີ​ການ​ຊັກທຸງ​ລົງ​ເຄິ່ງ​ເສົາ ແລະ​ລັ່ນ​ລະ​ຄັງ​ໃນ​ໂບດ​ໃນ​ທົ່ວ​ປະ​ເທດ​ໃນ​ ມື້​ໄວ້ອາ​ໄລ​ແຫ່ງ​ຊາດ​ໃນ​ວັນ​ພະຫັດ​ມື້​ນີ້. ຕະຫລາດ​ຮຸ້ນ​ກໍ​ໄດ້​ເປີດ​ຊ້າກວ່າ​ປົກກະຕິ ​ໃ​ນການສະ​ແດງ​ຮ່ອງ ຮອຍແຫ່ງ​ການ​ເຄົາລົບນັບຖື ​ແລະ​ພວກ​ທີ​ມກີລາ​ຕ່າງໆ​ກໍ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ ທີ່​ຈະ​ລະ​ລຶກ​ເຖິງ​ດວງ​ວິນ​ຍານ​ຂອງ​ພວກ​ຄົນ​ງານ​ບໍ່​ ໂດຍ​ພາກັນເອົາ​ຜ້າ​ຂາວ​ມັດ​ແຂນ​ເປັນ​ສັນຍາລັກ.

ນາຍົກລັດຖະມົນຕີ John Key ທີ່​ໄດ້​ໄປ​ຢ້ຽມຢາມ​ບ່ອນ​ເກີດ​ເຫດ​ໃນ​ວັນ​ພະຫັດ​ມື້​ນີ້​ ກັບ​ພວກ​ຍາດຕິ​ພີ່ນ້ອງ​ຂອງ​ພວກ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ໃຫ້ຄໍາ​ໝັ້ນ​ສັນຍາ​ວ່າ ຈະ​ມີ​ການ​ສືບສວນ​ສອບ​ສວນ​ໃຫ້​ຄໍາ​ຊີ້​ແຈງ​ຢ່າງ​ເຕັມ​ສ່ວນ​ສໍາລັບ​ໂສກ​ນາຕະ​ກໍາ​ຄັ້ງ​ນີ້ ຊຶ່ງ​ເກີດ​ຈາກ​ແກ​ສລະ​ເບີດ​ຂຶ້ນ​ໃນບໍ່​ຖ່ານ​ຫິນ Pike River ​ທີ່​ເກາະ​ໃຕ້​ຫລື South Island ຂອງນີວຊີ​ແລນ​ນັ້ນ.

XS
SM
MD
LG