ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

​ເກີດ​ເຫດ​ລະ​ເບີດຄັ້ງ​ທີ່​ສອງ​​ ໃນບໍ່ຖ່ານຫີນ​ນິວ ຊີ​ແລນ


ເໝືອງຖ່ານຫີນ ທີ່ Pike River ທີ່ ນິວ ຊີແລນ
ເໝືອງຖ່ານຫີນ ທີ່ Pike River ທີ່ ນິວ ຊີແລນ

ຕໍາຫລວດ​ຂອງ​ນິວ ຊີ​ແລນ ກ່າວ​ວ່າ ບໍ່ມີ​ຄວາມ​ຫວັງອີກ
ແລ້ວ​ທີ່​ຈະ​ໄດ້​ພົບພວກ​ຄົນງານ 29 ຄົນ ​ທີ່​ຕົກ​ຄ້າງ​ຢູ່​ໃນ​
ບໍ່​ຖ່ານ​ຫີນ​ນັ້ນ ​ຍັງ​ມີ​ຊີ​ວິດ​ຢູ່ ​ຫຼັງ​ຈາກໄດ້​ເກີດ​ເຫດ​ລະ​ເບີດ
ຢ່າງ​ໃຫຍ່​ອີກ​ ເປັນ​ຄັ້ງ​ທີ່​ສອງໃນ​ອຸບ​ໂມງ​ລົງ​ໄປບໍ່.

ເຈົ້າ​ໜ້າ​ທີ່​ກູ້​ໄພ​ໄດ້​ເຕືອນ​ເຖິງລະດັບທີ່​ເປັນອັນຕະລາຍ
ຂອງແກ໊ສ methane ​ຢູ່​ໃນ​ບໍ່ ກ່ອນ​ໜ້າການ​ລະ​ເບີດ​ຂຶ້ນ​
ໃນ​ວັນ​ພຸດ​ມື້ນີ້ ທີ່ບໍ່​ຖ່ານ​ຫີນ Pike River ນັ້ນ.

ພວກ​ຄົນ​ງານ​ແມ່ນ​ໄດ້​ຕິດ​ຄ້າງ​ຢູ່​ໃນບໍ່​ຖ່ານ​ຫີນ​ຕັ້ງ​ແຕ່​ວັນ​ສຸກ
ແລ້ວ ​ເວລາ​ອາຍ​ແກ໊ສ​ທີ່​ສະ​ສົມ​ຂຶ້ນ ​ໄດ້ຮວມຕົວ​ກັນ​ແລະ
ລະ​ເບີດ​ຂຶ້ນໃນບໍ່ ທາງຝັ່ງ​ທະ​ເລ​ຕາ​ເວັນ​ຕົກຂອງ​ເກາະ​ໃຕ້ ຫລື south Island ຂອງ ນິວ ຊີ​ແລນ.

ພວກ​ກູ້​ໄພບໍ່​ໄດ້​ມີ​ການຕິດຕໍ່​ກັບ​ພວກ​ຄົນ​ງານ​ເໝືອງ​ ​ຕັ້ງ​ແຕ່​ນັ້ນ​ມາ ​ແລະ​ບໍ່​ສາ​ມາດສົ່ງ
ພວກ​ກູ້​ໄພລົງ​ໄປ​ຊ່ອຍໄດ້ ​ຍ້ອນ​ລະດັບ​ແກ໊ສ​ໃນ​ອຸ​ບ​ໂມງ​ໄປຫາ​ບໍ່ສູງຫຼາຍ. ພວກ​ຄົນ​ງານ
ເຫລົ່ານັ້ນ​ ມີ​ຮວມມີ​ຊາວ​ອັງກິດແລະ​ອ໊ອສ​ເຕ​ເລຍ ອາ​ຍຸຕັ້ງ​ແຕ່ 17 ​ເຖິງ 62 ປີ.

XS
SM
MD
LG