ຮ່າງກົດໝາຍທີ່ແນໃສ່ການຄວບຄຸມອາວຸດປືນໃຫ້ເຄັ່ງຄັດຂຶ້ນກວ່າເກົ່າຂອງນິວຊີແລນ
ເພື່ອຮັບມືກັບການຍິງສັງຫານໝູ່ຮ້າຍແຮງຢູ່ວັດອິສລາມສອງແຫ່ງໃນເດືອນແລ້ວນີ້
ໄດ້ຖືກຮັບຜ່ານຂັ້ນຕອນທຳອິດ ໃນການນຳສະເໜີຢູ່ສະພາແຫ່ງຊາດໃນວັນອັງຄານມື້ນີ້.
ຮ່າງກົດໝາຍ ຊຶ່ງໄດ້ຖືກຮັບຜ່ານດ້ວຍຄະແນນສຽງ 119 ຕໍ່ 1 ສະບັບນີ້ ແມ່ນຫ້າມ
ອາວຸດປືນຍາວເຄິ່ງອັດຕະໂນມັດແບບທະຫານ ແລະປືນຍາວອັດຕະໂນມັດ ຄືກັນກັບ
ອາວຸດທີ່ໃຊ້ໃນການໂຈມຕີເມື່ອວັນທີ 15 ມີນາຜ່ານມາທີ່ວັດ Al-Noor ແລະວັດ
Linwood ໃນນະຄອນ Christchurch ທີ່ເຮັດໃຫ້ 50 ກວ່າຄົນເສຍຊີວິດນັ້ນ.
ລັດຖະມົນຕີກະຊວງຕຳຫຼວດທ່ານ Stuart Nash ກ່າວວ່າ ການສັງຫານໝູ່ດັ່ງກ່າວ
ໄດ້ເຜີຍໃຫ້ເຫັນວ່າຊາວນິວຊີແລນໃນຈຳນວນຫຼາຍເກີນໄປແມ່ນສາມາດຄອບຄອງ
ອາວຸດປືນທີ່ເປັນອັນຕະລາຍໄດ້.
ທ່ານ Nash ກ່າວຕໍ່ສະມາຊິກສະພາວ່າ “ພວກເຮົາບໍ່ຢາກເຫັນການໂຈມຕີແບບ
ນີ້ອີກຢູ່ໃນປະເທດຂອງພວກເຮົາ.”
ແຕ່ສະມາຊິກສະພານິຍົມແນວທາງເດີມ ທ່ານ David Seymour ໄດ້ຕ້ອງຕິ ການ
ເຄື່ອນໄຫວຢ່າງວ່ອງໄວເກີນໄປຂອງສະມາຊິກສະພາ ໃນການລົງຄະແນນສຽງ
ກ່ຽວກັບຮ່າງກົດໝາຍດັ່ງກ່າວ ຊຶ່ງມີແຕ່ທ່ານພຽງຄົນດຽວທີ່ໄດ້ສະແດງການ
ຄັດຄ້ານ. ແຕ່ທ່ານ Seymour ແມ່ນໄດ້ພາດໂອກາດທີ່ຈະຢັບຢັ້ງຮ່າງກົດໝາຍ
ນີ້ ຍ້ອນທ່ານໄດ້ໄປຮອດສະພາຊ້າໂພດ ເພື່ອດຳເນີນຂັ້ນຕອນໃນການລົງຄະແນນສຽງ
ຍ້ອນທ່ານໄດ້ໂອ້ລົມກັບພວກນັກຂ່າວດົນເກີນໄປກ່ຽວກັບການຄັດຄ້ານຂອງທ່ານ
ຕໍ່ຮ່າງກົດໝາຍສະບັບນີ້.