ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ Jacinda Ardern ຈະເປັນນາຍົກ ຄົນຕໍ່ໄປ ຂອງ ນິວຊີແລນ

ທ່ານ Winston Peters ຜູ້ນຳຂອງພັກ New Zealand First ພວມຫົວຍິ້ມ ລະຫວ່າງໂຄສະນາຫາສຽງ ໃນການເລືອກຕັ້ງ ທີ່ເມືອງ Christchurch ປະເທດ ນິວຊີແລນ. (16 ສິງຫາ, 2017)
ທ່ານ Winston Peters ຜູ້ນຳຂອງພັກ New Zealand First ພວມຫົວຍິ້ມ ລະຫວ່າງໂຄສະນາຫາສຽງ ໃນການເລືອກຕັ້ງ ທີ່ເມືອງ Christchurch ປະເທດ ນິວຊີແລນ. (16 ສິງຫາ, 2017)

ທ່ານນາງ Jacinda Ardern ຈະເປັນນາຍົກລັດຖະມົນຕີຄົນຕໍ່ໄປຂອງນິວຊີແລນຫຼັງ
ຈາກພັກການເມືອງນ້ອຍພັກນຶ່ງ ຫັນມາໃຫ້ການສະໜັບສະໜຸນ ຕໍ່ພັກແຮງງານ ຂອງ
ທ່ານນາງ Ardern ເຮັດໃຫ້ສະພາບການບໍ່ໄປບໍ່ມາ ລຸນຫຼັງການເລືອກຕັ້ງ ເປັນເວລາ ເກືອບນຶ່ງເດືອນສິ້ນສຸດລົງ.

ທ່ານ Winston Peters ຜູ້ນຳພັກມະຫາຊົນ New Zeland First ໄດ້ປະກາດໃນວັນ
ພະຫັດມື້ນີ້ວ່າ ຕົນຈະຕັ້ງລັດຖະບານປະສົມຮ່ວມກັບພັກແຮງງານທີ່ເປັນກາງອຽງຊ້າຍ
ແລະພັກ Green Party ທີ່ເປັນພັນທະມິດ.

ຜູ້ນຳພັກແຮງງານ ທ່ານນາງ Jacinda Ardern ທີ່ເມືອງ Christchurch ວັນທີ 1 ສິງຫາ 2017, ນາຍົກລັດຖະມົນຕີ ນິວຊີແລນ ທ່ານ Bill English ທີ່ເມືອງ Christchurch ວັນທີ 24 ສິງຫາ, 2017 ແລະທ່ານ Winston Peters ທີ່ເມືອງ Christchurch ວັນທີ 16 ສິງຫາ 2017.

ທ່ານ Peters ກ່າວຕໍ່ພວກນັກຂ່າວ ທີ່ນະຄອນ Willington ໃນລະຫວ່າງການກ່າວ
ຄຳປາໄສ ເພື່ອປະກາດກ່ຽວກັບເລື່ອງນີ້ວ່າ “ພວກເຮົາມີທາງເລືອກທີ່ຈະທຳການປັບ
ປຸງ ສະພາບການ ທີ່ເປັນຢູ່ໃນປັດຈຸບັນ ຫຼືເພື່ອການປ່ຽນແປງ.”

ທ່ານ Peters ໄດ້ກາຍເປັນຜູ້ມີບົດບາດໃນການຈັດແຈງເພື່ອສ້າງຕັ້ງລັດຖະບານຊຸດ
ໃໝ່ ຫຼັງຈາກການເລືອກຕັ້ງສະພາແຫ່ງຊາດໃນວັນທີ 23 ກັນຍາຜ່ານມາ ໂດຍທີ່ພັກ
ແຫ່ງຊາດ ຊຶ່ງເປັນພັກລັດຖະບານ ຂອງນາຍົກລັດຖະມົນຕີ Bill English ໄດ້ຊະນະ
56 ບ່ອນນັ່ງແລະພັກແຮງງານພ້ອມກັບພັກ Green Party ຊະນະ 54 ບ່ອນນັ່ງ ແຕ່
ກໍບໍ່ຮອດ 61 ບ່ອນນັ່ງ ທີ່ຈຳເປັນ ເພື່ອຈະຄວບຄຸມສະພາ ທີ່ມີທັງໝົດ 120 ບ່ອນນັ່ງ.
ທ່ານ English ແລະທ່ານນາງ Ardern ໄດ້ເຈລະຈາກັນຢ່າງຍືດຍາວ ແລະຂຸ້ນຂ້ຽວ
ກັບທ່ານ Peters ຊຶ່ງພັກ New Zeland First ຂອງທ່ານ ຊະນະ 9 ບ່ອນນັ່ງ ໃນສະ
ພາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG