ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກີດແຜ່ນດິນໄຫວແຮງ 6.3 ຢູ່ນິວຊີແລນ (ເບິ່ງຮູບສະລາຍດ໌)


ຊາກຫັກພັງຈາກແຜນດິນໄຫວຂະໜາດແຮງ ທີ່ເມືອງ Christchurch ປະເທດນິວຊີແລນ (22 ກຸມພາ 2011)
ຊາກຫັກພັງຈາກແຜນດິນໄຫວຂະໜາດແຮງ ທີ່ເມືອງ Christchurch ປະເທດນິວຊີແລນ (22 ກຸມພາ 2011)

ມີລາຍງານວ່າມີຜູ້ເສຍຊີວິດແລ້ວຢ່າງນ້ອຍ 65 ຄົນຫຼັງຈາກເກີດແຜ່ນດິນໄຫວຂະໜາດ ແຮງທີ່ເມືອງ Christchurch ໃນປະເທດນິວຊີແລນ. ຕຶກອາຄານໄດ້ພັງລົງມາ ຊຶ່ງພາ ໃຫ້ມີຄວາມຢ້ານກົວກັນວ່າ ຊາວເມືອງ ແລະພວກຄົນງານຈຳນວນນຶ່ງ ອາດຍັງຕົກຄ້າງ ຢູ່ຕາມຊາກຫັກພັງເຫຼົ່ານີ້. Phil Mercer ຜູ້ສື່ຂ່າວຂອງ VOA ມີລາຍງານຈາກນະຄອນ ຊິດນີ

ອົງການສຳລວດທໍລະນີວິທະຍາ ຂອງສະຫະລັດ ກ່າວວ່າ
ໄດ້ເກີດແຜ່ນດິນໄຫວແຮງ ຂະໜາດ 6.3 ໃກ້ໆກັບເມືອງ
Christchurch ຫົວເມືອງໃຫຍ່ອັນດັບ 2 ຂອງນິວຊີແລນ
ໃນຕອນທ່ຽງຂອງວັນອັງຄານມື້ນີ້ ຂະນະທີ່​ເມືອງ​ດັ່ງກ່າວ
ພວມອັ່ງ​ອໍໄປດ້ວຍຜູ້ຄົນເປັນຈຳນວນຫຼາຍທີ່ສຸດ.

ຕໍາຫຼວດກ່າວວ່າ ມີຫຼາຍໆຄົນໄດ້ເສຍຊີວິດຮວມທັງຜູ້ໂດຍ
ສານຢູ່ເທິງລົດເມ 2 ຄັນ ທີ່ຖືກຊາກຫັກພັງຕົກລົງມາທັບ.

ຂ່າວໂທລະພາບຖ່າຍ​ທອດ​ພາບໃຫ້ເຫັນຜູ້ຄົນຈໍານວນນຶ່ງ
ທີ່ໄດ້ຮັບບາດເຈັບນັ້ນ ໄດ້ຮັບການຊ່ອຍເຫຼືອຈາກພວກກູ້
ໄພຢູ່ຕາມຖະໜົນຫົນທາງສາຍຕ່າງໆທີ່​ໄດ້​ຮັບ​ຄວາມ​ເສຍ
ຫາຍ ​ໃນ​ຂະນະທີ່ພວກຄົນງານຮັບມືກັບໄພສຸກເສີນແລະ
ອາສາສະມັກພາກັນຫາມເອົາຜູ້ບາດເຈັບອອກມາຈາກຕຶກ
ອາຄານ ຂະນະທີ່ຄວາມຕື່ນຕົກໃຈຢ້ານກົວແຜ່ລາມອອກ ໄປ.

ເມືອງ Christchurch ຊຶ່ງເປັນຫົວເມືອງໃຫຍ່ອັນດັບ 2 ຂອງນິວຊີແລນນັ້ນ ເຄີຍເກີດ
ແຜ່ນດິນໄຫວແຮງຂະໜາດ 7.1 ມາແລ້ວໃນເດືອນກັນຍາປີກາຍນີ້ ແລະແຜ່ນດິນໄຫວ
ຂະໜາດນ້ອຍທີ່ຕິດຕາມມາກໍໄດ້ສັ່ນສະເທືອນເມືອງດັ່ງກ່າວ​ເປັນ​ໄລຍະໆຢູ່ຕະຫຼອດມາ.

ຕຶກອາຄານຈຳນວນນຶ່ງໃນເຂດໃຈກາງເມືອງໄດ້ພັງທະລາຍລົງມາ ແລະພະວິຫານ​ໃຫຍ
່​ຂອງເມືອງ ກໍໄດ້ຮັບຄວາມເສຍຫາຍຢ່າງໜັກ. ສາຍໄຟຟ້າແລະໂທລະສັບໄດ້ຖືກຕັດໃນ
ບາງເຂດແລະຖະໜົນຫົນທາງບາງສາຍໄດ້ຫຍຸບລົງ ແລະມີຂົວຢ່າງນ້ອຍນຶ່ງແຫ່ງໄດ້ຮັບ
ຄວາມເສຍຫາຍ.

ຄລິກຢູ່ບ່ອນຮູບ ເພື່ອເບິ່ງສະລາຍດ໌

ປະຊາຊົນຈຳນວນຫຼາຍພັນຄົນໄດ້ພາກັນແລ່ນອອກຈາກຕຶກ​ອາຄານໄປຢູ່ຕາມຖະໜົນ
ຫົນທາງຂະນະທີ່ແຜ່ນດິນໄຫວຂະໜາດນ້ອຍທີ່ຕິດຕາມມາໄດ້ສັ່ນສະເທືອນ​ໄປ​ທົ່ວເຂດ
Canterbury ທີ່ຢູ່​ອອ້ມ​ເມືອງ Christchurch ແລະໄກອອກໄປກວ່ານັ້ນອີກ.

ນາຍົກລັດຖະມົນຕີນິວຊີແລນ ທ່ານ John Key ກ່າວຕໍ່ສະພາແຫ່ງຊາດຂອງນິວຊີແລນ
ວ່າພວກທີ່ໄດ້ຮັບຜົນກະທົບນັ້ນຈະໄດ້ຮັບການຊ່ອຍເຫຼືອຕາມທີ່ພວກເຂົາເຈົ້າຕ້ອງການ.

// ສຽງ //

ທ່ານ Key ເວົ້າວ່າ “ສິ່ງທີ່ພວກ​ເຮົາຮູ້ຈັກໃນເວລານີ້ ກໍຄືປະຊາຊົນໃນເຂດ
Canterbury ໄດ້ປະສົບພົບພໍ້ກັບສະພາບການທີ່ເຈັບປວດ ແລະໜ້າຕື່ນຕົກໃຈ
ອີກຄັ້ງນຶ່ງ. ຄວາມເປັນຫ່ວງຂອງຂ້າພະເຈົ້າ ແລະຂ້າພະເຈົ້າແນ່ໃຈວ່າ ຂອງ
ສະພາແຫ່ງຊາດນິວຊີແລນນຳ ແມ່ນຢູ່ກັບປະຊາຊົນແຫ່ງເຂດ Canterbury.
ເວລານີ້ ລັດຖະບານແມ່ນຢືນຢູ່ຄຽງຂ້າງກັບພວກທ່ານ ດົນເທົ່າທີ່ມີຄວາມຈຳ
ເປັນໃນການສ້ອມແປງແລະບູລະນະສ້າງສາເຂດຂອງທ່ານ.”

ນິວຊີແລນຊຶ່ງຮູ້ກັນໃນນາມ “ໝູ່ເກາະແຫ່ງຄວາມສັ່ນສະເທືອນ” ນັ້ນ ໄດ້ປະສົບກັບແຜ່ນ
ດິນໄຫວຫຼາຍກວ່າ 14,000 ເທື່ອໃນແຕ່ລະປີ. ໝູ່ເກາະດັ່ງກ່າວນີ້ ນອນຢູ່ໃນເສັ້ນຮອຍ ແຕກແຫງຂອງໂລກໃນເຂດມະຫາສະມຸດປາຊີຟິກ ຊຶ່ງເປັນເຂດທີ່ມີແຜ່ນດິນໄຫວຫຼາຍທີ່
ສຸດໃນໂລກແລະເນັ່ງແຕ່ອະເມຣິກາເໜືອໄປຫາຕອນໃຕ້ຂອງມະຫາສະມຸດປາຊີຟິກແລະ
ຫຼັງຈາກນັ້ນກໍກ້ຽວຂຶ້ນເໜືອອີກໄປຫາຍີ່ປຸ່ນ.

XS
SM
MD
LG