ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ຜູ້​ຕ້ອງ​ສົງ​ໄສ ໃນ​ການ​ຍິງ​ໂຈມ​ຕີ ວັດ​ອິ​ສ​ລາມ ຢູ່​ນິວ​ຊີ​ແລນ ຖືກ​ນຳ​ໂຕ​ຂຶ້ນ​ສານ


ທ້າວ​ເບ​ຣັນ​ທັນ ແທ​ແຣນ​ທ໌ ຖືກ​ນຳ​ໂຕ​ຂຶ້ນ​ສານ ທີ່​ເມືອງ​ໄຄຣ​ເຈີ​ດ​ຈ໌ ປະ​ເທດ​ນິວ​ຊີ​ແລນ. (16 ມີ​ນາ 2019)
ທ້າວ​ເບ​ຣັນ​ທັນ ແທ​ແຣນ​ທ໌ ຖືກ​ນຳ​ໂຕ​ຂຶ້ນ​ສານ ທີ່​ເມືອງ​ໄຄຣ​ເຈີ​ດ​ຈ໌ ປະ​ເທດ​ນິວ​ຊີ​ແລນ. (16 ມີ​ນາ 2019)

ຜູ້​ຕ້ອງ​ສົງ​ໄສ​ຄົນ​ສຳ​ຄັນໃນ​ການ​ຍິງ​ສັງ​ຫານ​ໝູ່​ທີ​ວັດ​ອິ​ສ​ລາມ 2 ແຫ່ງ​ໃນ​ເມືອງໄຄ​ຣ​ເຈີດ​ຈ໌ ປະ​ເທດ​ນິວ​ຊີ​ແລນທີ່​ເຮັດ​ໃຫ້​ 49 ຄົນ​ເສຍ​ຊີ​ວິດ​ໄປ​ນັ້ນ ໄດ້​ໄປ​ປາ​ກົດ​ໂຕ​ຢູ່​ສານ ໃນ​ວັນ​ເສົາ​ມື້ນີ້.

ທ້າວ​ເບ​ຣັນ​ທັນ ແທ​ແຣນທ໌ ອາ​ຍຸ 28 ປີ ທີ່​ເປັນ​ຄົນ​ສັນ​ຊາດອອ​ສ​ເຕ​ຣ​ເລຍ ແລະປະ​ກາດ​ຕົນ​ເອງວ່າ ເປັນ​ຄົນ​ຜິວ​ຂາວ​ຫົວ​ຊາດ​ນິ​ຍົມ​ນັ້ນ ໄດ້​ຖືກ​ຄວບ​ຄຸມ​ໂຕ​ໂດຍເຈົ້າ​ໜ້າ​ຕິດ​ອາ​ວຸດ 2 ຄົນ ​ເຂົ້າ​ໄປ​ໃນ​ສານ ​ເມືອງໄຄ​ຣ​ເຈີດ​ຈ໌ ບ່ອນ​ທີ່​ຜູ້​ພິ​ພາກ​ສາ​ໄດ້​ອ່ານຂໍ້​ຫາ​ຄາດ​ຕະ​ກຳ​ນຶ່ງ​ຕໍ່​ຜູ້​ກ່ຽວນັ້ນ.

Arrest Made in Attack on 2 New Zealand Mosques
please wait

No media source currently available

0:00 0:02:57 0:00

ຫຼັງ​ຈາກ​ຜູ້​ຕ້ອງ​ສົງ​ໄສ​ອອກ​ໄປ​ຈາກ​ສານ​ແລ້ວ ຜູ້​ພິ​ພາກ​ສາ​ກ່າວ​ວ່າ “ໃນ​ຂ​ະ​ນະ​ທີ່ມີ​ພຽງ​ແຕ່​ຂໍ້​ຫາ​ຄາດ​ຕະ​ກຳ​ນຶ່ງ ໄດ້​ຍື່ນ​ຟ້ອງ​ຕໍ່​ຜູ້​ກ່ຽວ​ໃນ​ເວ​ລານີ້ ມັນ​ກໍ​ມີ​ເຫ​ດ​ຜົນ​ຢູ່ທີ່​ຈະ​ຄາດ​ຄະ​ເນ​ໄດ້​ວ່າ ຈະ​ມີ​ຂໍ້​ຫາ​ອື່ນໆ​ຮວ​ມ​ຢູ່​ດ້ວຍ.”

ຜູ້​ຕ້ອງ​ສົງ​ໄສ​ທີ່​ສົມ​ຮູ້​ຮ່ວມ​ຄິດ​ອີກ 2 ຄົນ ກໍ​ຖືກ​ເຈົ້າ​ໜ້າ​ທີ່​ຈັບ​ໄວ້​ແລ້ວ. ຕຳ​ຫຼວດ​ພວມ​ພະ​ຍາ​ຍາມ​ຈະ​ລົງ​ຄວາມ​ວ່າ ໃນ​ຂອບ​ເຂດ​ໃດ ຖ້າ​ຫາກວ່​າ​ມີ ພວກ​ເຂົາ​ເຈົ້າ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ການ​ໂຈມ​ຕີ​ດັ່ງ​ກ່າວ.

ໃນ​ການ​ຖະ​ແຫຼງ​ຂ່າວ​ ເມື່ອ​ຕອນ​ເຊົ້າ​ວັນ​ເສົາ​ມື້ນີ້ ນາ​ຍົກ​ລັດ​ຖະ​ມົນ​ຕີ​ນິວ​ຊີ​ແລນ ທ່ານ​ນາງຈາ​ຊິນ​ດາ ອາ​ເດີນ ກ່າວ​ວ່າ ການ​ຍິງ​ສັງ​ຫານ​ ຂອງ​ທ້າວ​ແທ​ແຣນ​ທ໌​ໄດ້ຖືກ​ຂັດ​ຂວາງ ​ເວ​ລາ​ລາວ​ຖືກ​ເຈົ້າ​ໜ້າ​ທີ່​ຈັບ. ນາ​ຍົກ​ລັດ​ຖະ​ມົນ​ຕີ​ກ່າວ​ຕື່ມ​ວ່າ“ລາວ​ຕັ້ງ​ໃຈ​ທີ່​ຈະ​ສືບ​ຕໍ່​ການ​ໂຈມ​ຕີ​ດັ່ງ​ກ່າວນີ້.”

ທ່ານ​ນາງ​ ເອີ້ນ​ການ​ຍິງ​ສັງ​ຫານ​ໝູ່ ​ໃນ​ຄັ້ງ​ນີ້​ວ່າ “ເປັນ​ການ​ກໍ່​ຄວາມ​ຮຸນ​ແຮງ ​ທີ່​ຮ້າຍ​ກາດ ​ເປັນ​ພິ​ເສດ” ແລະ​ປະ​ກາດ​ວ່າ “ກົດ​ໝາຍ​ປືນ​ຂອງ​ພວກ​ເຮົາ​ຈະ​ມີ​ການ​ປ່ຽນແປງ.” ທ່ານ​ນາງ​ເວົ້າ​ວ່າ ມື​ປືນ​ ມີ​ປືນ​ທັງ​ໝົດ 5 ກະ​ບອກ 2 ກະ​ບອກ​ ແມ່ນເປັນ​ປືນ​ເຄິ່ງ​ອັ​ດ​ຕະ​ໂນ​ມັດ. ປືນ​ທັງ​ໝົດ​ແມ່ນ​ໄດ້​ມາ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ.

ທ່ານ​ນາງ​ເວົ້າ​ວ່າ ທັງ​ມື​ປືນ ແລະ​ຜູ້​ຕ້ອງ​ສົງ​ໄສ​ທີ່​ສົມ​ຮູ້​ຮ່ວມ​ຄິດ ຕ່າງ​ກໍ​ບໍ່​ໄດ້​ຢູ່​ໃນ​ບັນ​ຊີ​ພວກ​ກໍ່​ການ​ຮ້າຍ​ທີ່​ຄວນ​ມີ​ການ​ຕິດ​ຕາມ​ສິ້ງ​ຊອມ ຢູ່​ໃນ​ນິວ​ຊີ​ແລນ ຫລື​ອອ​ສເຕ​ຣ​ເລຍ.

ນາ​ຍົກ​ລັດ​ຖະ​ມົນ​ຕີອອ​ສ​ເຕ​ຣ​ເລຍ ທ່ານ​ສ​ກັອດ ມໍ​ຣິ​ສັນ ກ່າວ​ເຖິງ​ຜູ້​ຕ້ອງ​ສົງ​ໄສ ວ່າ “​ຜູ້ກໍ່​ການ​ຮ້າຍ​ຂວາ​ຈັດ.”

ການ​ໂຈມ​ຕີ​ມີ​ຂຶ້ນ​ໃນ​ລະ​ຫວ່າງ​ພິ​ທີ​ສູດ​ມົນ​ມື້​ວັນ​ສຸກ ເວ​ລາ​ພວກ​ທີ່​ເຫຼື້ອມ​ໄສ​ ໃນສາ​ສະ​ໜາຫຼາຍ​ຮ້ອຍ​ຄົນ ​ພາ​ກັນ​ໄປເຕົ້າ​ໂຮມ​ກັນ ​ຢູ່ທີ່​ວັດ. ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ມີ 41 ຄົນ ​ເສຍ​ຊີ​ວິດ​ ຢູ່ທີ່​ວັດ Al Noor ​ແລະ 7 ຄົນ​ທີ່​ວັດ Linwood ຊຶ່ງ​ຢູ່​ຫ່າງ​ກັນດ້ວຍ​ການ​ຂັບ​ລົດ ​ພຽງ 10 ນາ​ທີ​ເທົ່າ​ນັ້ນ. ​ເດັກ​ນ້ອຍ ​ແມ່ນ​ຮວມ​ຢູ່​ໃນ​ຈຳ​ນວນ48 ຄົນ​ທີ່​ໄດ້​ຮັບ​ບາດ​ເຈັບ.

ມື​ປືນ​ໄດ້ອອກ​ເຟ​ສ​ບຸກ​ໄລ​ຟ໌ ໃນ​ການ​ຍິງ​ໂຈມ​ຕີ​ຂອງ​ຕົນ. ນອກນັ້ນ ລາວ​ຍັງ​ໄດ້ພິມ​ເຜີຍ​ແຜ່​ຖະ​ແຫຼງ​ການ​ທີ່​ຍາວ 74 ໜ້າ ຂອງ​ພວກ​ຜິວ​ຂາວ​ຫົວ​ຊາດ​ນິ​ຍົມ ຊຶ່ງໄດ້​ປະ​ນາມ​ຊາວ​ມຸ​ສ​ລິມ ແລະ​ເອີ້ນ ​ພວກ​ຄົນ​ເຂົ້າ​ເມືອງ ​ຈຸນີ້ວ່າ “ເປັນ​ພວກ​ຮຸກ​ຮານ.”ຖະ​ແຫຼງ​ການ​ຍັງ​ໄດ້​ກ່າວ​ວ່າ ລາວ​ເລືອກ​ເອົາ​ການ​ໂຈມ​ຕີ​ຢູ່​ນິວ​ຊີ​ແລນ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ວ່າ ບໍ່​ມີ​ບ່ອນ​ໃດປອດ​ໄພ ຢູ່​ໃນ​ໂລກນີ້.

ອ່ານ​ຂ່​າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG