ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນິວຢອກ ຈະເປັນເຈົ້າພາບ ຈັດການແຂ່ງຂັນຊິງແຊ້ມເຕະບານໂລກ ໃນປີ 2026


ແຟ້ມ-ພາບຖ່າຍທາງອາກາດ ສະແດງໃຫ້ເຫັນສະໜາມກິລາ MetLife ຢູ່ທີ່ East Rutherford, ລັດນິວເຈີຊີ, ໃກ້ກັບນະຄອນນິວຢອກຊິຕີ້, ວັນທີ 20 ມິຖຸນາ 2014.
ແຟ້ມ-ພາບຖ່າຍທາງອາກາດ ສະແດງໃຫ້ເຫັນສະໜາມກິລາ MetLife ຢູ່ທີ່ East Rutherford, ລັດນິວເຈີຊີ, ໃກ້ກັບນະຄອນນິວຢອກຊິຕີ້, ວັນທີ 20 ມິຖຸນາ 2014.

ການແຂ່ງຂັນຊິງ​ແຊ້ມເຕະບານໂລກປີ 2026 ຈະຈັດຂຶ້ນ ຢູ່ທີ່ສະຫນາມກິລາ MetLife ໃນລັດນິວຢອກ ແລະ ນິວເຈີຊີ, ອີງຕາມການປະກາດຂອງອົງການ FIFA ໃນວັນອາທິດວານນີ້.

ການ​ປະ​ມູນ​ຂອງນິວຢອກ ໄດ້​ເອົາ​ຊະ​ນະ​ການທ້າທາຍທີ່ເຂັ້ມແຂງຈາກ Dallas ເພື່ອຮັບປະກັນ ການແຂ່ງຂັນໃນວັນ 19 ກໍລະກົດ, ເຊິ່ງເປັນຈຸດສູງສຸດ ຂອງການແຂ່ງຂັນ 48 ທີມ ທີ່ຂະຫຍາຍອອກ ໂດຍການເປັນເຈົ້າພາບຮ່ວມ ຂອງ ສະຫະລັດ, ການາດາ ແລະເມັກຊິໂກ.

ການແຂ່ງຂັນຈະເລີ້ມຕົ້ນຂຶ້ນ ດ້ວຍພິທີເປີດຢູ່ທີ່ສະຫນາມກິລາ Azteca ຂອງ​ນະ​ຄອນເມັກຊິໂກຊີຕີ ໃນວັນທີ 11 ເດືອນມິຖຸນາ ທີ່ຈະມາເຖິງນີ້.

ນະ​ຄອນແອັດແລນຕ້າ ແລະ ດາລັສ ຈະເປັນເຈົ້າພາບໃນຮອບຮອງ​ຊະ​ນະ​ເລີດ ໃນຂະນະທີ່ເກມການແຂ່ງຂັນເອົາອັນດັບ 3 ຈະຫຼີ້ນໃນນະຄອນໄມອາມີ.

​ການ​ແຂ່ງ​ຂັນ​ຮອບຈະຈັດຂຶ້ນໃນ​ນະ​ຄອນ ລອສ ແອນເຈີລິສ, ແຄນຊັສ ຊິຕີ້, ໄມອາມີ ແລະບອສຕັນ.

ທັງ​ໝົດ 16 ເມືອງ ​ໃນ​ສາມ​ປະ​ເທດ ​ຈະ​ເປັນ​ເຈົ້າ​ພາບ​ຈັດ​ການ​ແຂ່ງ​ຂັນ, ໃນ​ຂະ​ນະ​ທີ່​ການ​ແຂ່ງ​ຂັນ​ສ່ວນ​ໃຫຍ່​ ຈະ​ຈັດ​ຂຶ້ນ​ຢູ່​ສະ​ຫະ​ລັດ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG