ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໂທລະສັບ AT&T ຊ່ວຍ NSA ສອດແນມເບິ່ງອີເມລ ແລະ ຟັງໂທລະສັບ ຂອງພົນລະເມືອງ ສະຫະລັດ


ສັນຍາລັກ ຂອງ ບໍລິສັດ AT&T ທີ່ສາມາດແນມເຫັນ ຢູ້ຕໍ່ໜ້າ ຮ້ານຄ້າ ຈຳນ່າຍ ໂທລະສັບມືຖື ຂອງບໍລິສັດ AT&T ໃນນະຄອນ Philadelphia.
ສັນຍາລັກ ຂອງ ບໍລິສັດ AT&T ທີ່ສາມາດແນມເຫັນ ຢູ້ຕໍ່ໜ້າ ຮ້ານຄ້າ ຈຳນ່າຍ ໂທລະສັບມືຖື ຂອງບໍລິສັດ AT&T ໃນນະຄອນ Philadelphia.

ບໍລິສັດ AT&T ​ທີ່ເປັນໜຶ່ງ​ ໃນ​ບັນດາ​ ບໍລິ​ສັດ​ໂທລະ​ຄົມມະນາຄົມ
​ທີ່​ເກົ່າ​ແກ່ ແລະ ​ໃຫຍ່ທີ່​ສຸດຂອງ​ສະຫະລັດ ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ
ທີ່​ມີ​ຄຸນຄ່າ ​ແກ່ໂຄງການ​ເພື່ອ​ສອດ​ແນມ ​ການ​ຈາ​ລາ​ຈອນ​ດ້ານ
​ອິນ​ເຕີ​ແນັດ ​ແລະ ການ​ໃຊ້​ໂທລະສັບ ພາຍ​ໃນ​ປະ​ເທດ ຂອງ
ອົງການ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ຫຼື NSA ອີງ​ຕາມ​ໜັງສືພິມ
The New York Times ນັ້ນ.

ໜັງສືພິມດັ່ງກ່າວ ໃນ​ວັນ​ເສົາ​ວານ​ນີ້ ​ໄດ້​ອ້າງ​ເຖິງ ​ເອກະສານ​
ຈຳນວນ​ໜຶ່ງ​ຂອງ NSA ທີ່​ໄດ້​ຖືກ​ເປີດ​ເຜີຍ​ໃໝ່ໆ ​ໂດຍ​ຜູ້ຫ​ລົບໜີ
ກົດໝາຍ ອະດີດພະນັກງານ​ສັນຍາ​ຈ້າງ ນາຍ Edward Snowden.

ເຖິງແມ່ນວ່າ ​ເອກະສານ​ຈຳນວນ​ນັ້ນ ບໍ່​ໄດ້ກ່າວຢ່າງ​ເຈາະ​ຈົງ​ໃສ່​ ຊື່​ຂອງບໍລິ​ສັດ AT&T
ກໍ​ຕາມ ​ແຕ່ພວກ​ເຂົາກໍ​ໄດ້​ໃຊ້​ລະຫັດຕ່າງໆ ທີ່​ບົ່ງ​ເຖິງໜັງ​ສື​ພິມ​ນັ້ນ ​ທີ່ບັນດາອະດີດ ​
ເຈົ້າໜ້າ​ທີ່​ສືບ​ລັບຫຼາຍຄົນ ກ່າວ​ວ່າ ມັນ​ໄດ້​ຊີ້ໃສ່ບໍລິສັດ​ໂທລະ​ຄົມມະ​ນາ​ຄົມ​ດັ່ງກ່າວ​.

ບົດ​ລາຍ​ງານ​ກ່າວ​ວ່າ ເອກະສານ​ຈຳນວນດັ່ງກ່າວ ລົງ​ວັນ​ທີ ຈາກປີ 2013 ​ແລະ ສະ​ແດງ
ໃຫ້​ເຫັນວິທີ ບໍລິສັດ AT&T ​ໃຊ້​ກົດ​ລະບຽບ​ຕ່າງໆ ທີ່​ຖືກຕ້ອງ​ຕາມ​ກົດໝາຍ ​ແລະ ​ໃຊ້​
ພວກຄຳ​ສັ່ງຈາກ​ສານ ​ເພື່ອ​ສະໜອງ​ໃຫ້ NSA ​ເກັບ​ກຳ​ເອົາ​ອີເມລ ທີ່​ຖືກ​ສົງ​ອອກ​ຜ່ານ
ທາງ​ເຄືອ​ຂ່າຍຂອງ​ຕົນ​ໃນ​ສະຫະລັດ ຈຳນວນຫຼາຍຕື້ອີ​ເມລ. ພວກອີເມລ​ເຫຼົ່ານັ້ນ ລວມ
ທັງ ການ​ສົ່ງ​ຂ່ຽນອິນ​ເຕີ​ແນັດ ຢູ່​ທີ່​ສຳນັກງານ​ໃຫຍ່​ ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ໃນ​
ນະຄອນນິວຢອກ ນຳ.

ນອກ​ນັ້ນ ບໍລິສັດ AT&T ຍັງ​ໄດ້ສົ່ງມອບບັນທຶກ​ຂອງ​ການ​ສົນທະນາ​ທາງ​ໂທລະສັບ ຫຼາຍ
ກວ່າ​ໜຶ່ງ​ຕື້​ຄັ້ງ ​ໃຫ້​ແກ່ NSA ນຳ.

ອີງ​ຕາມ​ເອກະສາ​ນດັ່ງກ່າວ NSA ​ເຫັນ​ວ່າ ບໍລິສັດ AT&T ​ເປັນ​ພາຄີ ​ໃນ​ທຸລະ​ກິດການ
ຕິດຕາມ​ເຝົ້າ​ເບິ່ງ ບໍ່​ແມ່ນ​ເປັນ​ແບບ​ສັນຍາ​ຈ້າງ.

​ໂຄສົກ​ຂອງ ບໍລິສັດ AT&T ທ່ານ Brad Burns ກ່າວ​ຕໍ່​ວີ​ໂອ​ເອ ວ່າ ບໍລິສັດ​ບໍ່​ໄດ້
“ສະໜອງ​ຂໍ້​ມູນ ​ໃຫ້​ແກ່​ບັນດາ​ເຈົ້າໜ້າ​ທີ່​ສອບສວນ​ໃດໆ ​ໂດຍ​ປາດ​ສະ​ຈາກ​ຄຳ​ສັ່ງ​
ຂອງ​ສານ ຫຼື ຂັ້ນຕອນ​ຂໍ້​ບັງຄັບ​ອື່ນໆ ນອກ​ເໜືອ​ຈາກ​ວ່າ ຊີວິດ​ຂອງ​ຄົນ​ຜູ້​ໜຶ່ງ​ນັ້ນ ​
ແມ່ນ​ຕົກ​ຢູ່​ໃນ​ອັນຕະລາຍ ​ແລະ ​ເວລາ​ເປັນ​ປັດ​ໃຈ. ຍົກ​ຕົວຢ່າງ ​ໃນສະຖານະການ​
ລັກ​ພາ​ຕົວ​ໄປ​ນັ້ນ ພວກ​ເຮົາ​ອາດ​ສະໜອງ​ການ​ຊ່ວຍ​ເຫຼືອ​ເພື່ອ ຕິດຕາມ​ຊອກ​ຫາ​
ນ້ຳເບີ​ໂທລະສັບ ທີ່​ໄດ້​ໂທ​ເຂົ້າມາ​ ​ເພື່ອ​ຊ່ວຍເຫຼືອ​ເຈົ້າໜ້າ​ທີ່​ຮັກສາ​ກົດໝາຍ.”

XS
SM
MD
LG