ດ້ວຍກໍລະນີຂອງໄວຣັສສາຍພັນ ໂອໄມຄຣອນ ໄດ້ເພີ່ມສູງຂຶ້ນນັ້ນ, ບັນດາເຈົ້າໜ້າທີ່ສາທາະລະນະສຸກຂອງລັດ ນິວຢອກ ໄດ້ລາຍງານ ກ່ຽວກັບ ເດັກນ້ອຍເຂົ້າໂຮງໝໍຫຼາຍຂຶ້ນ, ໃນຂະນະທີ່ທຳນຽບຂາວໄດ້ສັນຍາໃນວັນອາທິດວານນີ້ທີ່ຈະແກ້ໄຂບັນຫາການຂາດແຄນການກວດຫາ COVID-19 ຢູ່ໃນ ສະຫະລັດ.
ພະແນກສາທາລະນະສຸກຂອງລັດ ນິວຢອກ ໄດ້ເຕືອນ “ກ່ຽວກັບ ແນວໂນ້ມທີ່ເພີ່ມຂຶ້ນໃນການເຂົ້າໂຮງໝໍຂອງເດັກນ້ອຍທີ່ ກ່ຽວຂ້ອງກັບ COVID-19, ໃນຖະແຫຼງການສະບັບນຶ່ງເມື່ອວັນສຸກທີ່ຜ່ານມາ.
ໃນນະຄອນ ນິວຢອກ, ເຂົາເຈົ້າ “ໄດ້ຢືນຢັນການເພີ່ມຂຶ້ນໃນການເຂົ້າໂຮງໝໍຂອງເດັກນ້ອຍ ອາຍຸ 18 ປີ ແລະ ຕໍ່າກວ່ານັ້ນຍ້ອນ COVID-19 ເຖິງ 4 ເທົ່າ ເລີ່ມຕົ້ນໃນອາທິດຂອງວັນທີ 5 ທັນວາເຖິງອາທິດໃນປັດຈຸບັນນີ້.”
ພະແນກໄດ້ກ່າວຕື່ມວ່າ ປະມານເຄິ່ງນຶ່ງຂອງການເຂົ້າໂຮງໝໍແມ່ນອຸຍຸຕໍ່າກວ່າ 5 ປີ, ເຊິ່ງແມ່ນກຸ່ມອາຍຸທີ່ບໍ່ສາມາດສັກຢາວັກຊີນໄດ້.
ຕົວເລກຂອງກໍລະນີ COVID-19 ໃນ ສະຫະລັດ ແມ່ນກຳລັງເພີ່ມຂຶ້ນ, ດ້ວຍອັດຕາສະເລ່ຍຂອງການຕິດເຊື້ອໃໝ່ແມ່ນເກືອບ 190,000 ກໍລະນີໃນແຕ່ລະວັນໃນ 7 ວັນທີ່ຜ່ານມາ, ອີງຕາມຕົວເລກຈາກມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌.
ການມາຮອດຂອງໄວຣັສສາຍພັນໃໝ່ ໂອໄມຄຣອນ, ໄດ້ເກີດຂຶ້ນພ້ອມກັບການສະເຫຼີມສະຫຼອງວັນພັກຕ່າງໆທີ່ໂດຍທົ່ວໄປແລ້ວຈະລວມມີການເດີນທາງ ແລະ ການລວມຕົວກັບຄອບຄົວ, ເຊິ່ງໄດ້ກໍ່ໃຫ້ມີການຟ້າວຝັ່ງທີ່ຈະກວດຫາໂຣກຢູ່ໃນ ສະຫະລັດ, ບ່ອນທີ່ມັນຍາກທີ່ຈະກວດໄດ້ໃນຫຼາຍສະຖານທີ່.
ທີ່ປຶກສາລະດັບສູງ ກ່ຽວກັບ ໂຣກລະບາດຂອງ ສະຫະລັດ ດຣ. ແອນໂທນີ ຟາວຈີ ໃນວັນອາທິດວານນີ້ໄດ້ຍອມຮັບ ກ່ຽວກັບ ບັນຫາກວດໂຣກ “ COVID-19” ແລະ ໄດ້ປະຕິຍານທີ່ຈະເຮັດໃຫ້ມີການກວດໂຣກຫຼາຍຂຶ້ນກວ່າເກົ່າຕໍ່ປະຊາຊົນ ອາເມຣີກັນ ໃນເດືອນໜ້າ.
ດຣ. ຟາວຈີ ໄດ້ກ່າວຕໍ່ໂທລະພາບຂ່າວ ABC ວ່າ “ນຶ່ງໃນບັນຫາຕ່າງໆກໍແມ່ນວ່າ ມັນຈະບໍ່ມີໃຫ້ທຸກຄົນກວດທັງໝົດຈົນກວ່າຮອດເດືອນມັງກອນ ແລະ ມັນຍັງມີບາງບັນຫາໃນເວລານີ້ ກ່ຽວກັບ ການທີ່ປະຊາຊົນມີບັນຫາໃນການໄດ້ຮັບການກວດໂຣກ.”
ທ່ານໄດ້ກ່າວຕື່ມວ່າ “ແຕ່ພວກເຮົາແມ່ນກຳລັງແກ່ໄຂບັນຫາການກວດໂຣກ,” ໂດຍເວົ້າວ່າມັນຄວນຖືກແກ້ໄຂ “ໃນໄວໆນີ້.”