ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

8 ຄົນ ເສຍຊີວິດ ແລະ ອີກຫຼາຍຄົນບາດເຈັບ ເມື່ອຄົນຂັບລົດ ແລ່ນຕຳຄົນ ໃນນິວຢອກ


ບັນດາເຈົ້າໜ້າທີ່ ກຳລັງສືນສວນ ຈຸດເກີດເຫັດ ຢູ່ອ້ອມຮອບສົບຜູ້ເສຍຊີວິດຄົນນຶ່ງ ທີ່ປົກຄຸມດ້ວຍຜ້າຂາວ ໃກ້ກັບຮ່າງລົດຖີບທີ່ບິດບ້ຽວ ຢູ່ຕາມທາງລົດຖີບ, ວັນທີ 31 ຕຸລາ 2017, ໃນນະຄອນນິວຢອກ.
ບັນດາເຈົ້າໜ້າທີ່ ກຳລັງສືນສວນ ຈຸດເກີດເຫັດ ຢູ່ອ້ອມຮອບສົບຜູ້ເສຍຊີວິດຄົນນຶ່ງ ທີ່ປົກຄຸມດ້ວຍຜ້າຂາວ ໃກ້ກັບຮ່າງລົດຖີບທີ່ບິດບ້ຽວ ຢູ່ຕາມທາງລົດຖີບ, ວັນທີ 31 ຕຸລາ 2017, ໃນນະຄອນນິວຢອກ.

ຢ່າງໜ້ອຍ 8 ຄົນ ໄດ້ເສຍຊີວິດ ໃນວັນອັງຄານວານນີ້ ແລະ ອີກຫຼາຍກວ່າສິບຄົນ
ໄດ້ຮັບບາດເຈັບ ເວລາຊາຍຄົນນຶ່ງ ໄດ້ຂັບລົດກະບະທີ່ເຊົ່າມາ ເຂົ້າໄປໃນທາງລົດຖີບ
ທີ່ໜາແໜ້ນໄປດ້ວຍຜູ້ຄົນ ຢູ່ໃນນະຄອນນິວຢອກ.

“ອິງຕາມຂໍ້ມູນທີ່ພວກເຮົາມີໃນເວລານີ້ ນີ້ແມ່ນການກະທຳກໍ່ການຮ້າຍ ແລະ ໂດຍ
ສະເພາະແລ້ວ ເປັນການກໍ່ການຮ້າຍທີ່ຂີ້ຂາດຕາຂາວ ທີ່ແນໃສ່ພວກພົນລະເຮືອນ
ທີ່ບໍລິສຸດ”
ນັ້ນແມ່ນຄຳເວົ້າຂອງທ່ານ Bill de Blassio ເຈົ້າຄອງນະຄອນນິວຢອກ
ທີ່ໄດ້ກ່າວຢູ່ກອງປະຊຸມຖະແຫລງຂ່າວ.

ຜູ້ປົກຄອງລັດນິວຢອກ ທ່ານ Andrew Cuomo ເອີ້ນການໂຈມຕີນີ້ ວ່າ ເປັນການ
ໂຈມຕີຂອງ “ຄົນຜູ້ດຽວຕາມລຳພັງ” ໂດຍກ່າວຕໍ່ໄປວ່າ ຍັງບໍ່ມີຫລັກຖານທີ່ສະເໜີ
ແນະວ່າ ມັນເປັນສ່ວນນຶ່ງຂອງແຜນການທີ່ກວ້າງຂວາງກວ່ານີ້. ເຫດການດັ່ງກ່າວ
ໄດ້ເກີດຂຶ້ນຢູ່ໃກ້ກັບ ອະນຸສອນສະຖານ ສູນກາງການຄ້າໂລກໃນເຂດ Manhattan
ລຸ່ມ.

ຜູ້ບັນຊາການຕຳຫຼວດນະຄອນນິວຢອກ ທ່ານ James O’Neill ໄດ້ກ່າວວ່າ ປະມານ
ຕອນບ່າຍ 3 ໂມງ 5 ນາທີ ຊາຍຄົນນຶ່ງ ຂັບລົດກະບະທີ່ໄດ້ເຊົ່າມາ ແລ່ນເຂົ້າໄປໃນ
ທາງລົດຖີບ ໂດຍຕຳເອົາພວກຄົນທີ່ກຳລັງຂີ່ລົດຖີບ ແລະຍ່າງຢູ່ຕາມທາງນັ້ນ. ລົດ
ກະບະດັ່ງກ່າວ ຍັງໄດ້ແລ່ນຕຳລົດເມໂຮງຮຽນຄັນນຶ່ງ ໂດຍເຮັດໃຫ້ຜູ້ໃຫຍ່ສອງຄົນ
ແລະ ເດັກນ້ອຍອີກສອງຄົນ ໄດ້ຮັບບາດເຈັບ.

ລົດກະບະຂອງບໍລິສັດ Home Depot ແລ່ນເຂົ້າຢຽບຜູ້ຄົນ ຕາມທາງລົດຖີບ ເຮັດໃຫ້ຫຼາຍໆຄົນ ເສຍຊີວິດ ແລະອີກຫຼາຍຄົນບາດເຈັບ ທີ່ນະຄອນນິວຢອກ (31 ຕຸລາ 2017)
ລົດກະບະຂອງບໍລິສັດ Home Depot ແລ່ນເຂົ້າຢຽບຜູ້ຄົນ ຕາມທາງລົດຖີບ ເຮັດໃຫ້ຫຼາຍໆຄົນ ເສຍຊີວິດ ແລະອີກຫຼາຍຄົນບາດເຈັບ ທີ່ນະຄອນນິວຢອກ (31 ຕຸລາ 2017)

ຕໍ່ຈາກນັ້ນ ຊາຍຄົນດັ່ງກ່າວ “ໄດ້ອອກມາຈາກລົດກະບະ ໂດຍຖືປືນສອງກະບອກ”
ດັ່ງທີ່ທ່ານ O’Neill ໄດ້ກ່າວໄປນັ້ນ. ຫຼັງຈາກນັ້ນ ປືນລົມຍິງລູກສີ ແລະ ປືນລົມຍິງລູກ
ໝາກບີ່ ໄດ້ຖືກພົບເຫັນ ຢູ່ທີ່ຈຸດເກີດເຫດ. ລາວໄດ້ຖືກຍິງໃສ່ທ້ອງ ໂດຍເຈົ້າໜ້າທີ່
ຕຳຫຼວດ ແລະ ໄດ້ຖືກຄວບຄຸມໂຕໄວ້.

ລາວໄດ້ຮັບການຜ່າຕັດ ແລະ ຄາດກັນວ່າ ຈະລອດຊີວິດ.

ກະຊວງການຕ່າງປະເທດຂອງອາເຈັນຕີນາ ໄດ້ກ່າວວ່າ ພົນລະເມືອງຂອງຕົນ 5 ຄົນ
ແມ່ນລວມຢູ່ໃນຈຳນວນຜູ້ທີ່ໄດ້ເສຍຊີວິດ. ຖະແຫລງການສະບັບນຶ່ງໄດ້ລະບຸໂຕພວກ
ເຂົ້າເຈົ້າ ວ່າເປັນປະຊາຊົນມາຈາກເມືອງ Rosario ຜູ້ທີ່ໄດ້ເດີນທາງໄປນິວຢອກ ພ້ອມ
ດ້ວຍໝູ່ຄະນະ ເພື່ອສະເຫຼີມສະຫຼອງ ການຮຽນຈົບຄົບ ຮອບ 30 ປີຂອງພວກເຂົາເຈົ້າ.

ຮອງນາຍົກລັດຖະມົນຕີຂອງແບລຈ້ຽມ ທ່ານ Didier Reynders ໄດ້ກ່າວວ່າ ຊາວ
ແບລຈ້ຽມ ຄົນນຶ່ງ ກໍໄດ້ເສຍຊີວິດ ໃນການໂຈມຕີດັ່ງກ່າວ.

ສຳລັບພວກຜູ້ເຫັນເຫດການຈຳນວນນຶ່ງແລ້ວ ມັນເປັນພາບຂອງຄວາມວຸ້ນວາຍ ທີ່
ຄ້າຍຄືກັນກັບການໂຈມຕີທີ່ຮ້າຍແຮງ ຢູ່ໃນທົ່ວທະວີບຢູໂຣບ.

ນາງ Elizabeth Chernobelsky ຜູ້ທີ່ໄດ້ເຫັນເຫດການ ໃນຄັ້ງນີ້ ກ່າວວ່າ “ມັນຄ້າຍ
ຄືກັນກັບວ່າມັນເກີດຂຶ້ນຢູ່ຫ່າງໄກແທ້ໆເລີຍ ແຕ່ຕໍ່ຈາກນັ້ນ ມັນເກີດຂຶ້ນຢູ່ໃກ້ໆເຈົ້າ
ແນ່ນອນ ມັນເປັນຕາຕື່ນຕົກໃຈ ແລະກະທົບກະເທືອນຈິດໃຈແທ້ໆເລີຍ ແລະ
ເຈົ້າກໍບໍ່ຢາກໃຫ້ມັນເກີດຂຶ້ນກັບຜູ້ໃດ.”

New York Terror
please wait
Embed

No media source currently available

0:00 0:02:35 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG