ຜູ້ຊາຍຄົນນຶ່ງໄດ້ເຊົ່າລົດກະບະ ແລ້ວກໍຂັບເຂົ້າໄປໃນທາງລົດຖີບ ໃກ້ບ່ອນໄວ້ອາໄລຕຶກສູນກາງການຄ້າໂລກ ແລະແລ່ນເຂົ້າຢຽບຜູ້ຄົນໃນວັນອັງຄານມື້ນີ້ ເຮັດໃຫ້ມີຜູ້ເສຍຊີວິດ
ບໍ່ຕ່ຳກວ່າ 8 ຄົນ ແລະບາດເຈັບອີກ ຈຳນວນນຶ່ງ ໃນອັນທີ່ເຈົ້າຄອງນະຄອນນິວຢອກເອີ້ນ
ວ່າ “ການກໍ່ການຮ້າຍທີ່ຂີ້ຂາດຕາຂາວ.”
ເຈົ້າໜ້າທີ່ກ່າວວ່າ ຄົນຂັບລົດອາຍຸ 29 ປີ ໄດ້ຖືກຍິງໂດຍຕຳຫຼວດ ຫລັງຈາກໂດດອອກ
ມາ ຈາກລົດກະບະ ພ້ອມດ້ວຍອັນທີ່ໄດ້ກາຍເປັນປືນປອມຢູ່ໃນມືແຕ່ລະຂ້າງຂອງລາວ. ຫລັງຈາກນັ້ນເຈົ້າໜ້າທີ່ກໍໄດ້ຄວບຄຸມຕົວລາວໄວ້. ສ່ວນອາການຂອງລາວນັ້ນ ຍັງບໍ່ທັນ
ມີການເປີດເຜີຍໃຫ້ຊາບໃນເວລານີ້ເທື່ອ.
ພວກທີ່ເຫັນເຫດການໄດ້ກ່າວເຖິງສະພາບຢູ່ບ່ອນເກີດເຫດວ່າ ເຕັມໄປດ້ວຍຄວາມຕື່ນ
ຕົກໃຈແລະມີເຫດ ໂດຍມີຜູ້ຄົນພາກັນຮ້ອງຂຶ້ນດ້ວຍຄວາມຢ້ານກົວ ໂດຍທີ່ທາງດັ່ງກ່າວ
ມີຊາກລົດຖີບທີ່ຄົດງໍແລະສົບຄົນຕາຍຢັ່ງຢາຍກັນຢູ່ ຊຶ່ງຕໍ່ມາບໍ່ດົນ ກໍຖືກປົກຄຸມດ້ວຍຜ້າ.
ຕໍາຫຼວດກ່າວວ່າ ນອກ ຈາກພວກທີ່ເສຍຊີວິດແລ້ວ ຍັງມີ 11 ຄົນໄດ້ຮັບບາດເຈັບສາຫັດ.
ທ່ານ Andrew Cuomo ຜູ້ປົກຄອງລັດນິວຢອກເອີ້ນການໂຈມຕີນີ້ວ່າ ເປັນການໂຈມຕີ
“ຂອງຄົນຜູ້ດຽວຕາມລຳພັງ” ແລະກ່າວວ່າ ຍັງບໍ່ມີຫຼັກຖານ ທີ່ສະແດງໃຫ້ເຫັນວ່າ ນີ້ເປັນ
ສ່ວນນຶ່ງຂອງການໂຈມຕີໃນຂອບເຂດທີ່ກວ້າງຂວາງ.
ຫົວເມືອງຕ່າງໆຢູ່ໃນທົ່ວໂລກໄດ້ຖືກເຕືອນໃຫ້ລະມັດລະວັງການໃຊ້ຍານພາຫະນະໂຈມ
ຕີຂອງພວກຫົວຮຸນແຮງຈັດ. ກຸ່ມລັດອິສລາມ ໄດ້ຊຸກຍູ້ໃຫ້ພວກທີ່ເຫລື້ອມໃສ ໃຊ້ຍານພາ
ຫະນະແລ່ນເຂົ້າຢຽບຜູ້ຄົນ ອັງກິດ ຝຣັ່ງ ແລະ ເຢຍຣະມັນ ຕ່າງກໍໄດ້ພົບເຫັນການໂຈມຕີຮ້າຍແຮງໂດຍໃຊ້ຍານພາຫະນະມາແລ້ວໃນໄລຍະສອງສາມເດືອນແລະສອງສາມປີຜ່ານ
ມານີ້.
ຕຳຫຼວດກ່າວວ່າ ລົດກະບະ ທີ່ເຊົ່າມາຈາກບໍລິສັດ Home Depot ໄດ້ແລ່ນເຂົ້າໄປໃນ
ທາງລົດຖີິບທີ່ຖະໜົນ West ບໍ່ເທົ່າໃດຮ່ອມຫ່າງຈາກຕຶກສູນກາງການຄ້າໂລກ ຊຶ່ງເປັນສະຖານທີ່ຖືກໂຈມຕີທີ່ຮ້າຍແຮງສຸດ ໃນປະຫວັດສາດຂອງສະຫະລັດ ແລ້ວກໍແລ່ນເຂົ້າ
ຕຳຫຼາຍໆຄົນ. ນອກນັ້ນລົດກະກະຍັງໄດ້ແລ່ນເຂົ້າຕຳລົດໂຮງຮຽນນ້ອຍເຮັດໃຫ້ຜູ້ໃຫຍ່
2 ຄົນ ແລະເດັກນ້ອຍອີກ 2 ຄົນໄດ້ຮັບບາດເຈັບ.
ຕຳຫຼວດກ່າວວ່າ ໄດ້ມີການພົບເຫັນປືນຍິງເຄື່ອງໝາຍກະບອກນຶ່ງແລະປືນລົມອີກກະ
ບອກນຶ່ງ.
ເຈົ້າຄອງນະຄອນ Bill de Blasio ກ່າວວ່າ “ນີ້ແມ່ນການກະທໍາທີ່ກໍ່ການຮ້າຍ ແລະເປັນ
ການກໍ່ການຮ້າຍ ທີ່ຂີ້ຂາດຕາຂາວ ແນໃສ່ພົນລະເຮືອນທີ່ໄຮ້ດຽງສາ.”
ມີການພົບເຫັນຢ່າງນ້ອຍ 2 ສົບນອນຢູ່ໃຕ້ຜ້າຄຸມ ແລະສົ້ນທາງຫົວຂອງລົດກະບະໄດ້ຖືກ
ຕຳຈົນບຸ້ມເຂົ້າ.
ເບິ່ງຄວາມເຫັນ (2)
ໂຫລດຄວາມເຫັນ ຕື່ມອີກ