ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​​​​​​​​​​ເຈົ້າ​ໜ້າ​ທີ່​ ກ່າວ​ວ່າ ຊາຍທີ່ສົງໄສ ວາງລະເບີດ ຢູ່ນິວຢອກ ເບິ່ງການໂຄສະນາ​ຊວນ​ເຊື່ອ ​ຂອງ​​ລັດ​ອິສລາມ ທາງອິນເຕີແນັດ


New York Attack Could Tighten Immigration Rules
please wait

No media source currently available

0:00 0:02:05 0:00

ເຈົ້າໜ້າທີ່ຍັງສືບຕໍ່ຄົ້ນຫາຂໍ້ມູນ ກ່ຽວກັບຜູ້ຕ້ອງສົງໄສ ທ້າວ ອາກາ​​ແຢັດ ອູລລາ, ຄົນເຂົ້າເມືອງຈາກບັງ​ກາ​ແດັສ ​ແລະ​ເປັນຜູ້ອາໄສໃນນະຄອນນິວຢອກ ຜູ້ທີ່ໄດ້ບີບຄະນວນລະເບີດ ແຕ່ແຕກບໍ່ເຕັມອັດຕາ ໃນວັນທີ 11 ທັນວາ 2017 ໃສ່ໃນນຶ່ງ ຂອງສູນກາງຄົມມະນາຄົມ ທີ່ວຸ້ນວາຍຂອງ ມິດທາວນ໌ ຂອງນະຄອນແມນແຮດຕັນ.

ເຈົ້າ​ໜ້າ​ທີ່​ປະຕິບັດ​ກົດໝ​າຍ ກ່າວ​ວ່າ ຊາຍ​ຜູ້​ທີ່ໄດ້​ບີບຄະນວນ​ລະ​ເບີດ​ທີ່​ເຮັດ​ດ້ວຍ​ທໍ່ນ້ຳ
ໃຫ້ແຕກຂຶ້ນໃນລະບົບລົດ​ໄຟ​ໃຕ້​ດິນ ​ທີ່ນະຄອນ​ນິວຢ໊ອກ ​ໃນ​ວັນ​ຈັນ​ວານ​ນີ້ ແມ່ນ​ໄດ້​
ເບິ່ງການ ໂຄສະນາ​ຊວນ​ເຊື່ອ​ຂອງ​ກຸ່ມ​ລັດ​ອິສລາມທາງ​ອິນ​ເຕີ​ແນັດ ​ແລະ​ໄດ້​ບອກ​ກັບ​
ຄະນະ​ສືບສວນ​ວ່າ ລາວ​ໄດ້​ເຮັດເຊັ່ນ​ນັ້ນ ​ເພື່ອ​ເປັນ​ການ​ຕອບ​ໂຕ້ ​ຕໍ່​ການ​ຮຸກ​ຮານທາງ
​ທະຫານ​ຂອງ​ສະຫະ ລັດ.

​ເຈົ້າ​ໜ້າ​ທີ່​ໄດ້ລະບຸຕົວ​ຜູ້​ຕ້ອງ​ສົງ​ໄສ​ວ່າ ​ແມ່ນທ້າວ ອາກາແຢັດ ອູລລາ ​ໄວ 27 ປີ ຄົນເຂົ້າ
ເມືອງຈາກບັງ​ກາ​ແດັສ ​ແລະ​ອະດີດ​ຄົນຂັບ​ລົດເ​ທັກ​ຊີ. ເຈົ້າໜ້າທີ່​ກ່າວ​ວ່າ ລາວ​ໄດ້​ໃຊ້
​ແວລ​ໂຄ​ຣ ​ແລະ​ຊິ​ບ ​ມັດ​ລະ​ເບີດ​ຕິດກັບຕົວຂອງ​ລາວ ​ແຕ່​ວ່າ ມັນ​ບໍ່​ໄດ້​ລະ​ເບີດ​ຢ່າງ​ເຕັມ
​ອັດຕາ.

ການ​ໂຈມ​ໃນ​ວັນ​ຈັນ​ວານ​ນີ້ ​ໄດ້​ມີ​ຂຶ້ນ​ທີ່ອຸໂມງທີ່ເຊື່ອມຕໍ່ ສະຖານີລົດເມທີ່ອົງການຄຸ້ມຄອງ ທ່າກຳປັ່ນແລະ ສະຖານີ​ລົດ​ໄຟ​ໃຕ້​ດິນຈະຕຸ​ລັດໄທມ໌. ກ້ອງ​ຖ່າມຮູບ​ວົງ​ຈອນ​ປິດ ​ໄດ້​ສະ​
ແດງ​ໃຫ້​ເຫັນ​ວ່າ ຜູ້​ໂຈມ​ຕີ​ນັ້ນ ​ແມ່ນ​ຢ່າງ​ປະ​ປົນ​ກັບ​ຝູງ​ຊົນ​ ໃນ​ຊົ່ວ​ໂມງ​ເຂົ້າ​ການ ​ທີ່ແອ​ອັດ​
ໄປ​ດ້ວຍ​ຜູ້​ຄົນແລະ​ຫຼັງຈາກນັ້ນ ກໍ​ໄດ້ມີ​ຄວັນ​ກຸ້ມອອກມາ ໃນຂະນະທີ່ລະ​ເບີດແຕກຂຶ້ນ.
ຊາຍ​ຜູ້​ນັ້ນແມ່ນ​ເຫັນ​ວ່າໄດ້​ນອນລົ້ມ​ລົງ ​ໃນ​ຂະນະ​ທີ່​ຜູ້​ຄົນ ພາກັນ​ແຕກ​ຕື່ນໜີ​ອອກ​ຈາກ
ບໍລິເວນ​ທີ່ເກີດ​ເຫດ.

ພາບຫຼ້າສຸດ ຈາກສະພາລົດແທັກຊີແລະລິມມຸຍຊີນ ທີ່ສະແດງໃຫ້ຮູບຂອງທ້າວອາກາແຢັດ ອູລລາ ຜູ້ຕ້ອງສົງໄສໃນການໂຈມຕີ ທີ່ຈາຕຸລັດໄທມ໌ ນະຄອນນິວຢອກ, 11 ທັນວາ 2017.
ພາບຫຼ້າສຸດ ຈາກສະພາລົດແທັກຊີແລະລິມມຸຍຊີນ ທີ່ສະແດງໃຫ້ຮູບຂອງທ້າວອາກາແຢັດ ອູລລາ ຜູ້ຕ້ອງສົງໄສໃນການໂຈມຕີ ທີ່ຈາຕຸລັດໄທມ໌ ນະຄອນນິວຢອກ, 11 ທັນວາ 2017.

​ຜູ້​ໂຈມ​ຕີ ​ໄດ້​ຖືກ​ນຳ​ສົ່ງ​ໂຮງພະຍາບານ ​ດ້ວຍອາການ​ສາຫັດ ຍ້ອນໄຟ​ໄໝ້ມືແລະ
​ຮ່າງກາຍຂອງ​ຜູ້ກ່ຽວ. ມີ​ອີກ 3 ຄົນ ​ໄດ້​ຮັບ​ອາການ​ປວດ​ຫົວ ​ແລະ​ມີ​ສຽງ​ກ້ອງ​ກັງວານ
​ຢູ່​ໃນ​ຫູ​ຂອງ​ພວກ​ເຂົາ​ເຈົ້າ.

ທ່ານບິ​ລ ​ເດີ​ ບລາຊ່ຽວ ​ເຈົ້າ​ຄອງນະຄອນນິວຢອກ ​ໄດ້​ກ່າວວ່າ “ນີ້​ແມ່ນ​ຄວາມ​ພະຍາ
ຍາມ​ໃນ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ”
ແລະທ່ານກ່າວຕື່ມວ່າ “ຂອບຄຸນ​ພະ​ເຈົ້າ ທີ່​ວ່າ
ຜູ້​ໂຈມ​ຕີບໍ່​ໄດ້​ບັນລຸ​ຈຸດໝາຍ​ປາຍທາງ​ເຖິງ​ທີ່​ສຸດຂອງລາວ.”

ທ່ານ ​ແອ​ລ​ເບີ​ຕ໌ ຟັອກ​ສ໌ ຄານ ຜູ້ອຳນວຍການ​ດ້ານ​ກົດໝາຍ​ຂອງສະພາຄວາມສຳພັນ
​ອາ​ເມຣິກັນອິສລາມ ​ໃນນະ​ຄອນນິວຢອກ ​ໄດ້​ອອກ​ຖະ​ແຫຼ​ງການ​ສະບັບ​ນຶ່ງ ຕາງໜ້າ
​ໃຫ້​ຄອບຄົວ​ຂອງ​ທ້າວອູລລາ. ຖະ​ແຫຼ​ງການ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ “​ເສຍ​ໃຈຍ້ອນ
ຄວາມ​ຮຸນ​ແຮງທີ່​ໄດ້​ແນ​ເປົ້າ​ໝາຍ​ໃສ່​ເມືອງ​ຂອງ​ພວກ​ເຮົາ​ໃນ​ມື້​ນີ້, ​ແລະຈາກ​ການ
​ກ່າວ​ຫາ ທີ່​ໄດ້​ມີ​ຕໍ່ສະມາ ຊິກໃນຄອບຄົວ​ຂອງ​ພວກ​ເຮົາ.”

ທາງຄອບຄົວ​ ຍັງ​ໄດ້​ຕັ້ງຄຳຖາມ​ຕໍ່​ການເອົາບາດກ້າວຂອງຄະນະ​ສືບສວນ ​ໂດຍ​ກ່າວ​ວ່າ ​
ເຈົ້າ​ໜ້າ​ທີ່ປະຕິບັດ​ກົດໝາຍ ​ໄດ້​ກັກຕົວໜຸ່ມນ້ອຍ ​ບໍ່ໃຫ້ເຂົ້າຫ້ອງ​ຮຽນ​ເພື່ີອສອບ​ປາກຄຳ
​ໂດຍ​ປາດ​ສະ​ຈາກ​ທະນາຍຄວາມ​ ຫຼື​ແມ່ນ​ແຕ່​ພໍ່​ແມ່​ຂອງ​ລາວ ​ແລະ​ພາ​ໃຫ້​ພວກ​ເດັກ​ນ້ອຍ
​ຕາກ​ອາກາດ​ໜາວ​ຢູ່​ຂ້າງ​ນອກ.

ຕຳຫຼວດແລະເຈົ້າໜ້າທີ່ດັບເພີງນິວຢອກ ຢືນຕັນຖະໜົນໃກ້ໆກັບສະຖານີອົງການຄຸ້ມຄອງທ່າກຳປັ່ນ ທີ່ນະຄອນນິວຢອກ, ສະຫະລັດ, 11 ທັນວາ 2017 ຫຼັງຈາກລະເບີດ ໄດ້ແຕກຂຶ້ນແລ້ວ.
ຕຳຫຼວດແລະເຈົ້າໜ້າທີ່ດັບເພີງນິວຢອກ ຢືນຕັນຖະໜົນໃກ້ໆກັບສະຖານີອົງການຄຸ້ມຄອງທ່າກຳປັ່ນ ທີ່ນະຄອນນິວຢອກ, ສະຫະລັດ, 11 ທັນວາ 2017 ຫຼັງຈາກລະເບີດ ໄດ້ແຕກຂຶ້ນແລ້ວ.

ທາງຄອບຄົວກ່າວຕື່ມວ່າ “ນີ້​ບໍ່​ແມ່ນ​ການກະທຳ ທີ່ພວກເຮົາຄາດຫວັງຈາກ​ຂອງ​ລະບົບ​ຍຸຕິທຳຂອງພວກເຮົາ​ແລະ​ພວກ​ເຮົາ​ມີ​ຄວາມເຊື່ອໝັ້ນ​ວ່າ ​ລະບົບຍຸຕິທຳຂອງພວກເຮົາ ຈະໄດ້ເຫັນ​ຄວາມ​ຈິງ ​ທີ່ຢູ່​ເບື້ອງ​ຫຼັງ​ ​ການ​ໂຈມ​ຕີ​ທີ່​ວ່າ​ນີ້ ​ແລະ​ພວກ​ເຮົາ ກໍ​ຈະ​ໄດ້​ຮັບ ​
ໃນ​ທີ່​ສຸດ, ທີ່​ສາມາດ​ຮຽນ​ຮູ້​ໃນ​ສິ່ງ​ທີ່​ມັນ​ໄດ້​ເກີດ​ຂຶ້ນ​ໃນມື້ນີ້.”

ທ້າວ​ອູລລາ ​ໄດ້ເຂົ້າມາໃນສະຫະລັດ ພາຍ​ໃຕ້​ໂຄງການວີ​ຊາ ສຳ​ຫຼັບ​ພວກ​ທີ່​ມີ​ຄອບຄົວ​
ຍາດ​ພີ່ນ້ອງເປັນສັນຊາດຫຼືໄດ້ຮັບອະນຸຍາດໃຫ້ຢູ່​ໃນ​ສະຫະລັດ ຢ່າງ​ເປັນ​ການ​ຖາວອນ​
ໄດ້ນັ້ນ.

ປະທານາທິບໍດີດໍໂນລ ທຣຳ ກ່າວວ່າ ການໂຈມຕີໃນວັນຈັນວານນີ້ ແມ່ນໄດ້ສະແດງໃຫ້
ເຫັນເຖິງຄວາມຈຳເປັນທີ່ສະພາຕ້ອງໄດ້ຮັບຮອງເອົາການປະຕິຮູບລະບົບຄົນເຂົ້າເມືອງ
ເພື່ອ “ປົກປ້ອງຊາວອາເມຣິກັນ.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ເຈົ້າໜ້າທີ່ໜ່ວຍດັບເພີງນິວຢອກ (FDNY) ຢືນຢູ່ໃກ້ໆ ສະຖານີອົງການຄຸ້ມຄອງທ່າກຳປັ່ນ ຫຼັງຈາກລະເບີດ ໄດ້ແຕກຂຶ້ນ ທີ່ນະຄອນແມນແຮັດຕັນ, ນິວຢອກ, ສະຫະລັດ, 11 ທັນວາ 2017.
ເຈົ້າໜ້າທີ່ໜ່ວຍດັບເພີງນິວຢອກ (FDNY) ຢືນຢູ່ໃກ້ໆ ສະຖານີອົງການຄຸ້ມຄອງທ່າກຳປັ່ນ ຫຼັງຈາກລະເບີດ ໄດ້ແຕກຂຶ້ນ ທີ່ນະຄອນແມນແຮັດຕັນ, ນິວຢອກ, ສະຫະລັດ, 11 ທັນວາ 2017.

XS
SM
MD
LG