ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ ສະໜັບສະໜູນ​ ຊາວ​​​ມຸສລິ​ມ ອາ​ເມຣິກັນ ຊົມເຊີຍ ການຕົກລົງ ​ກັບຕຳຫຼວດ ​​ນິວຢອກ


ຜູ້ຄົນພາກັນຖືປ້າຍປະທ້ວງ ຕຳຫຼວດໃນນະຄອນນິວຢອກ ທີ່ຕິດ ຕາມສີ້ງຊອມຊາວມຸສລິມ ໃນນະຄອນດັ່ງກ່າວ ວັນທີ 28 ກັນຍາ 2013.
ຜູ້ຄົນພາກັນຖືປ້າຍປະທ້ວງ ຕຳຫຼວດໃນນະຄອນນິວຢອກ ທີ່ຕິດ ຕາມສີ້ງຊອມຊາວມຸສລິມ ໃນນະຄອນດັ່ງກ່າວ ວັນທີ 28 ກັນຍາ 2013.

ບັນດາ​ອົງການ ​ທີ່ີໃຫ້ການສະໜັບສະໜູນ​ແກ່​ຊາວ​ມຸສລິ​ມອາ​ເມຣິກັນ ພາກັນຊົມເຊີຍ
ຕໍ່ການ​ແກ້​ໄຂ​ທາງ​ດ້ານ​ກົດໝາຍ ​ກັບຕຳຫຼວດ ​ໃນນະຄອນ​ນິວຢອກ ກ່ຽວ​ກັບ​ການ​ທີ່
ກົມ​ຕຳຫຼວດຕິດຕາມສິ້ງຊອມເບິ່ງປະຊາ​ຄົມມຸສລິມ ​ໂດຍ​ກ່າວ​ວ່າການ ຕົກລົງການດັ່ງ
ກ່າວນີ້ ແມ່ນໄດ້ສະແດງໃຫ້ເຫັນ​ວ່າ ພຽງ​ແຕ່​ເປັນ​ຊາວ​ມຸມ​ລິ​ມນັ້ນ ບໍ່ແມ່ນ​ການ​ກະທຳ
ຜິດໃດໆ.

ການ​ຕົກລົງ ​ຊຶ່ງໄດ້​ປະກາດ ​ໃນ​ວັນ​ພະຫັດ​ທີ່​ຜ່ານ​ມາ​ ໂດ​ຍພວກ​ທະນາຍ​ຄວາມ​ຂອງ​
ນະຄອນ​ນິວຢອກ ກົມຕຳຫຼວດ​ໃນນະຄອນນິວຢອກ ​ແລະ​ປະຊາ​ຄົມມຸສລິ​ມ ​ແມ່ນແກ້
​ໄຂ​ບັນຫາ​ ການ​ຟ້ອງ​ຮ້ອງ ໃນ​ປີ 2012 ທີ່​ໄດ້​ຍື່ນ​ໂດຍ​ກຸ່ມ​ຊາວມຸສລິ​ມ. ການ​ຟ້ອງ​ຮ້ອງ
​ແມ່ນໄດ້​ທ້າ​ທາຍ​ຕໍ່ຄວາມຖືກຕ້ອງ​ຕາມກົດໝາຍຂອງໂຄງການທີ່​ກົມຕຳຫຼວດ​ນະ
ຄອນນິວຢອກ​ໄດ້​ກໍ່​ຕັ້ງ​ຂຶ້ນ ຫຼັງ​ຈາກ​ການ​ໂຈມ​ຕີ​ໃນ​ວັນ​ທີ 11 ກັນ ຍາ ປີ 2001 ທີ່ໄດ້
​ເກັບ​ກຳ​ເອົາ​ຂໍ້ມູນ​ລັບ​ຂອງຊາວ​ມຸສລິ​ມ.

ພາຍ​ໃຕ້​ເງື່ອນໄຂຂອງຂໍ້​ຕົກລົງດັ່ງກ່າວ ກົມ​ຕຳຫຼວດໃນນະຄອນ​ນິວຢອກ​ໄດ້​ຢືນຢັນ
​ວ່າ ຕົນ​ໄດ້​ສະຫລາຍ​ໜ່ວຍ​ທີ່​ມີ​ຄວາມ​ຮັບຜິດຊອບໃນການປະຕິບັດ​ງາ​ນ​ເກັບ​ກໍາການ
ຂໍ້ມູນລັບ ​ແລະ​ໄດ້​ຕົກລົງ ​ທີ່​ຈະ​ບໍ່​ຕິດຕາມສິ້ງຊອມຕໍ່ພວກທີ່ຕ້ອງສົງໄສ​ໂດຍອີ​ງຕາມ​ພື້ນຖານທາງສາ​ສໜາ ຫືເຊື້ອຊາດ​ເຜົ່າ​ພັນ.

ທ່ານ​ຟາ​ຮາ​ນາ ຄີຣາ ຫົວໜ້າ​ບໍລິຫານ​ທີ່​ສະໜັບສະໜູນຊາວ​ມຸສລິ​ມ ​ຊຶ່ງເປັນ​ອົງ ການ​ຕໍ່ສູ້ທາງດ້ານ​ກົດໝາຍ ທີ່​ໄດ້​ຍື່ນ​ຟ້ອງ​ນັ້ນ ​ໄດ້ກ່າວຊົມເຊີຍການ​ຕົກລົງກັນ ດັ່ງກ່າວ​ວ່າ
​ເປັນ​ໄຊຊະນະ​ສຳລັບ​ຊາວ​ມຸສລິ​ມອາ​ເມຣິກັນ.

ທ່ານຄີຣາ ກ່າວໃນລະຫວ່າງການໂອລົມທາງໂທລະສັບ ກັບພວກນັກຂ່າວວ່າ “ການ
ຕົກລົງກັນໃນມື້ນີ້ ແມ່ນໄດ້ສົ່ງຂ່າວໃຫ້ພວກເຈົ້າໜ້າທີ່ປະຕິບັດກົດໝາຍຮູ້ວ່າ ການ
ເປັນພຽງຊາວມຸສລິມນັ້ນບໍ່ແມ່ນພື້ນຖານທີ່ຈະຕ້ອງຕິດຕາມສິ້ງຊອມ.”

ທ່ານ​ໂອ​ມາ ຟາຣາ ທະນາຍຄວາມ​ອະວຸ​ໂສ ຢູ່​ສູນ​ກາງ​ສິດທິຕາມ​ລັດ​ຖະທໍາ​ມະນູນ ຊຶ່ງ
​ເປັນ​ອົງການ​ກ້າວໜ້າ ທີ່ໃຫ້​ສະ​ໜັບສະ​ໜູນ​ດ້ານ​ກົດໝາຍ ຊຶ່ງ​ຕໍ່​ມາ​ໄດ້​ເຂົ້າຮ່ວມ​ໃນ​
ການ​ຟ້ອງ​ຮ້ອງ ໄດ້​ເຫັນ​ພ້ອມ​ນຳວ່າ ການ​ຕົກລົງ​ດັ່ງກ່າວນີ້ແມ່ນມີຂໍ້ຄວາມແບບ​ດຽວ​ກັນ.

ນາງຄາມີລາ ຣາຊາດ ຮ່ວມປະທ້ວງສິດທິຊາວມຸສລິມ ຢູ່ຕໍ່ໜ້າຕຶກ ເຈັມສ໌ ເອ ເບີຣນ ສານລັດຖະ ບານກາງ ໃນນະຄອນຟິລາແດລເຟຍ 13 ມັງກອນ 2015.
ນາງຄາມີລາ ຣາຊາດ ຮ່ວມປະທ້ວງສິດທິຊາວມຸສລິມ ຢູ່ຕໍ່ໜ້າຕຶກ ເຈັມສ໌ ເອ ເບີຣນ ສານລັດຖະ ບານກາງ ໃນນະຄອນຟິລາແດລເຟຍ 13 ມັງກອນ 2015.

ທ່ານ​ຟາຣາ ກ່າວ​ວ່າ “ຄວາມ​ພະ​ຍາ​ຍາມທີ່ຈະ​ທຳນາຍ​ການ​ກະທຳ​ຜິດ ໂອຍ​ອີງ​ຕາມເຊື້ອ
ຊາດ​ຜີວພັນ ຫຼື​ສາສະໜານັ້ນ ​ເປັນ​ເລື່ອງ​ທີ່​ກຽດ​ຊັງ ​ແລະ​ມັນ​ຈະ​ບໍ່​ສຳ​ເລັດ ຍົກເວັ້ນແຕ່ຈະ​
ເຮັດ​ໃຫ້​າຂາຍໜ້າ ​ແລະ​ສ້າງ​ຄວາມ​ຜິດທີ່​ໄດ້ແນ​ໃສ່ບັນດາ​ປະຊາຄົມ​ຕ່າງໆ.”

ບັນດາ​ກຸ່ມ​ສະໜັບສະໜູນຊາວມຸສລິ​ມ ​ໄດ້​ຍື່ນຟ້ອງ​ ຫລັງ​ຈາກ​ອົງການ​ຂ່າວ AP ​ໄດ້​ເປີດ​
ເຜີຍ​ຢູ່ໃນລາຍ​ງານ​ການສືບສວນຂອງຕົນໃນ​ປີ 2011 ​ແລະ 2012 ວ່າ​ກົມ​ຕຳຫຼວດໃນ
ນະຄອນ​ນິວຢອກ​ໄດ້​ແຊກ​ຊຶມເຂົ້າໄປຢູ່ໃນ​ກຸ່ມຊາວ​ມຸສລິ​ມຢ່າງ​ໃດ ​ແລະປະສາຍສືບ​ໄວ້​
ຢູ່ໃນ​ວັດ​ຕ່າງໆ​ ຫຼັງຈາກການໂຈມ​ເມື່ອຕີ​ວັນ​ທີ 11 ​ເດືອນ​ກັນຍາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG