ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ.ໂອ​ບາ​ມາ ເປີດ​ ຫໍພິພິດ​ທະພັນ ສຳລັບພວກເຄາະຮ້າຍ 11 ກັນຍາ (ວີດີໂອ/ສະ​ໄລ​ດ໌)


US September 11 Museum VO
please wait

No media source currently available

0:00 0:00:40 0:00
ປະທາ​ນາ​ທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ເປີດ​ພິທີ
​ແລະ​ຈັດ​ມອບຫໍພິພິດທະພັນ ແຫ່ງຊາດລະລຶກເຖິງພວກເຄາະ
ຮ້າຍວັນທີ ​11 ກັນຍາ ຫລື National September 11
Memorial Museum ​ໃນ​ວັນ​ພະຫັດ​ມື້​ນີ້ ​ທີ່​ນະຄອນ​ນິວຢ໊ອກ
ກ່ອນ​ທີ່​ຈະ​ເປີດໃຫ້ສາທາ​ລະ​ຊົນ​ເຂົ້າ​ຊົມ​ໄດ້​ໃນ​ອາທິດ​ໜ້າ​ນີ້.

ຫໍພິພິດ​ທະພັນດັ່ງກ່າວ​ນີ້ ​ໄດ້​ບັນທຶກເຫດການຕ່າງໆ ກ່ຽວກັບ
ຄວາມໂຫດຮ້າຍ​ ແລະໜ້າ ຢ້ານກົວ ຂອງ​ການ​ການ​ໂຈມຕີ​
ໃນ​ສະຫະລັດ ເມື່ອວັນ​ທີ 11 ກັນຍາ ປີ 2001 ເວລາ​ກຸ່ມ
ກໍ່​ການ​ຮ້າຍ al-Qaida ​ໄດ້​ຈີ້ເຮືອບິນ​ອາຍພົ່ນໂດຍສານ ໃຫ້ບິນເຂົ້າ​ຕຳ​ຕຶກແຝດ ​ສູນ​ກາງ​
ການ​ຄ້າ​ໂລກ​ນັ້ນ.

ຫໍພິພິດ​ທະພັນ ​ແລະ​ບໍລິເວນເດີ່ນຂອງພິພິດທະພັນ ທີ່​ມີມູນ​ຄ່າ​ 700 ລ້ານ​ໂດ​ລ່າ​ນັ້ນ ​ໄດ້​
ໃຊ້​ເວລາ​ຫຼາຍໆ​ປີ​ໃນ​ການ​ກໍ່ສ້າງ. ຫໍພິພິດ​ທະພັນເກືອບທັງ​ໝົດ​ ແມ່ນຢູ່ໃຕ້​ດິນ ເລິກລົງໄປ
​ຈົນເຖິງ​ພື້ນຫີນດານ ບ່ອນ​ທີ່ເສົາ​ເຫຼັກສະໜັບສະໜຸນຕຶກ​ສູນ​ກາງ​ການ​ຄ້າ​ໂລກ ປັກ​ຢູ່ນັ້ນ.

ການ​ໂຈມ​ຕີ​ຂອງພວກ​ກໍ່​ການ​ຮ້າຍ ໃນປີ 2001 ​ໄດ້​ສັງຫານເກື​ອ​ບ 3 ພັນ​ຄົນຊຶ່ງ​ຮວມທັງ ​ທີ່ກະຊວງ​ການ​ປ້ອງ​ກັນ​ປະ​ເທດສະຫະລັດ ທີ່ຕັ້ງຢູ່​ນອກ​ນະຄອນຫຼວງ​ວໍ​ຊີງຕັນ ​ແລະ​ເມືອງ Shanksville ໃນລັດ Pennylvania.
XS
SM
MD
LG