ວົງການບູຮານນະຄະດີຕື່ນຕະລຶງ ເມື່ອຊາຍຜູ້ນຶ່ງຄົ້ນພົບຊາກຟອສຊິລ ຄາງກະໄຕຊ້າງດຶກດຳບັນທີ່ເອີ້ນວ່າ ມາສໂຕດອນ ຂະນະທີ່ກຳລັງເຮັດສວນ ຢູ່ຫຼັງບານໃນລັດ ນິວຢອກ ເມື່ອເດືອນກັນຍາທີ່ຜ່ານມາ ອີງຕາມອົງການຂ່າວເອພີ.
ທ່ານ ຣອບເບີດ ຟຣາວເນດ ເຈົ້າໜ້າທີ່ຫໍພິພິທະພັນຂອງລັດນິວຢອກ ກ່າວວ່າ ແຂ້ວຈາກຄາງຂອງຊ້າງຍັກບູຮານໂຕນີ້ ຖືກພົບທີ່ສວນຫຼັງບ້ານແຫ່ງນຶ່ງໃກ້ ເມືອງ ສກ໊ອດທາວ ຫ່າງຈາກຕົວເມືອງນິວຢອກປະມານ 112 ກິໂລແມັດ ໂດຍຕອນທຳອິດ ເຈົ້າຂອງບ້ານ ຄຶດວ່າເປັນໝາກບານເບສບອລ ແຕ່ເມື່ອຂຸດ ຂຶ້ນມາ ກໍພົບວ່າ ເປັນແຂ້ວຂະໜາດໃຫຍ່.
ເຈົ້າໜ້າທີ່ຫໍພິພິທະພັນແລະມະຫາວິທະຍາໄລລັດນິວຢອກ ວິທະຍາເຂດ ອໍເຣນຈ໌ ຄາວຕີ ໄດ້ຊ່ອຍກັນຂຸດຫາຊາກຟອສຊິລໃນພື້ນທີ່ນັ້ນ ແລະພົບ ຊາກກະດູກຄາງກະໄຕຊ້າງມາສໂຕດອນ ທີ່ມີສະພາບຂ້ອນຂ້າງສົມບູນ ຮວມທັງກະດູກນິ້ວຕີນ ແລະກະດູກຂ້າງບາງສ່ວນນຳດ້ວຍ.
ເຈົ້າໜ້າທີ່ລະບຸວ່າ ຊາກຄາງກະໄຕທີ່ພົບນີ້ ຖືວ່າ ມີສະພາບສົມບູນທີ່ສຸດ ເທົ່າທີ່ເຄີຍພົບໃນລັດນິວຢອກ ໃນຮອບ 11 ປີ.
ທີ່ຜ່ານມາມີການຄົ້ນພົບຊາກຟອສສຊິລຂອງຊ້າງມາສໂຕດອນ ໃນລັດນິວຢອກ ມາແລ້ວກວ່າ 150 ຊິ້ນສ່ວນ ໂດຍສ່ວນໃຫຍ່ພົບຢູ່ໃນເຂດອໍເຣນຈ ຄາວຕີ ເຊັ່ນດຽວກັນກັບການຄົ້ນພົບຄັ້ງຫຼ້າສຸດນີ້.
ທ່ານຟຣາວເນດ ກ່າວວ່າ ຊິ້ນສ່ວນທີ່ພົບນີ້ “ເພີ້ມໂອກາດທີ່ຈະສຶກສາສັດສາຍ ພັນຂະໜາດໃຫຍ່ນີ້ຫຼາຍຂຶ້ນ ແລະຍັງຊ່ອຍໃຫ້ເຮົາສາມາດສ້າງຄວາມເຂົ້າໃຈ ເຖິງລະບົບນິເວດໃນຍຸກນ້ຳກ້ອນຂອງພື້ນທີ່ແຖວນີ້ໄດ້.”
ຊາກຟອສຊິລຊາກຄາງກະໄຕຊິ້ນຫລ້າສຸດ ຈະຖືກນຳໄປວິເຄາະເພື່ອລະບຸ ອາຍຸຂອງຊ້າງຍັກໂຕນີ້ ຮວມທັງອາຫານການກິນ ແລະຖິ່ນທີ່ຢູ່ຂອງມັນ ກ່ອນທີ່ຈະນຳໄປຈັດວາງສະແດງໃຫ້ມະຫາຊົນໄດ້ຊົມໃນປີໜ້າ.
ຟໍຣັມສະແດງຄວາມຄິດເຫັນ