ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ເດີນສວນສະໜາມ ດ້ວຍຄວາມ ພາກພູມໃຈ ໃນເພດຂອງຕົນ ຢູ່ ນິວຢອກ


New York Pride March A Celebration of Life, Mourning of Loss
please wait

No media source currently available

0:00 0:01:41 0:00

ພິທີກອນສົ່ງສຽງຮ້ອງວ່າ “ພວກເຮົາແມ່ນ Orlando”, ລາວນຸ່ງເຄື່ອງທີ່ປະດັບ ດ້ວຍດາວ ແລະ ລາຍແຊກຂອງທຸງຊາດ ສະຫະລັດ ທີ່ຈຸດເລີິ່ມຕົ້ນຂອງຂະບວນ ແຫ່ສະແດງຄວາມພາກພູມໃຈຂອງພວກຮັກເພດດຽວກັນ ປະຈຳປີຄັ້ງທີ 46 ໃນ ນະຄອນ ນິວຢອກ.

ການສະເຫຼີມສະຫຼອງຂອງພວກຂ້າມເພດ ເຊິ່ງແຜ່ຍາວຫຼາຍກວ່າ 30 ຊ່ວງຕຶກ ຕາມຖະໜົນເລກທີ 5 ຂອງຄຸ້ມ Manhattan ໃນວັນອາທິດວານນີ້, ໄດ້ດຶງດູດ ເອົາພວກເດີນ ຂະບວນຈຳນວນທຳລາຍສະຖິຕິ 32,000 ຄົນ, ລວມທັງຜູ້ປົກ ຄອງນະຄອນ ນິວຢອກ ທ່ານ Bill de Blasio, ຫົວໜ້າກຸ່ມສິດທິພົນລະເຮືອນ ທ່ານ Al Sharpton ແລະ ແຂກຮັບ ເຊີນພິເສດ ຜູ້ລົງແຂ່ງຂັນເອົາຕຳແໜ່ງ ປະທານາທິບໍດີ ທ່ານນາງ Hillary Clinton ນຳ.

ຜູ້ເຂົ້າຮ່ວມໃນການເດີນຂະບວນຄົນໜຶ່ງ ກຳລັງເຕັ້ນກັບເພງຂອງນັກຮ້ອງ Rihanna ຊື່ວ່າ WeFound love ຢູ່ກາງຖະໜົນເສັ້ນທີ 5.
ຜູ້ເຂົ້າຮ່ວມໃນການເດີນຂະບວນຄົນໜຶ່ງ ກຳລັງເຕັ້ນກັບເພງຂອງນັກຮ້ອງ Rihanna ຊື່ວ່າ WeFound love ຢູ່ກາງຖະໜົນເສັ້ນທີ 5.

ປະຊາຊົນຜູ້ເຂົ້າຊົມຈຳນວນຫຼາຍກວ່າ 1 ລ້ານຄົນໄດ້ຢືນຢູ່ດ້ານຫຼັງຂອງຮົ້ວກັນ ຖະໜົນຕາມທາງຍ່າງ. ພວກເຂົາເຈົ້າໄດ້ແກວ່ງທຸງສີຮຸງກິນນໍ້າໄປມາ, ຮ້ອງເພງ, ເຕັ້ນໄປກັບສຽງເພງຂອງນັກສິນລະປິນ Rihanna ແລະ Calvin Harris ແລະ ສົ່ງສຽງເຊຍເປັນຄຳເວົ້າຂອງເນື້ອເພງໃຫ້ແກ່ຜູ້ເຂົ້າຮ່ວມໃນການເດີນຂະບວນວ່າ “ພວກເຮົາພົບຮັກໃນສະຖານທີ່ທີ່ໝົດຫວັງ...”

ສຳລັບຕອນບ່າຍຂອງມື້ດັ່ງກ່າວ, ນະຄອນ ນິວຢອກ ແມ່ນປອດໄພ ແລະ ເປັນ ສະຖານທີ່ທີ່ເຕັມໄປດ້ວຍຄວາມຫວັງ ແລະ ເປັນຊ່ວງເວລາທີ່ພາກພູມໃຈສຳລັບ ໝົດທຸກຄົນ.

ນາງ Miami ຜູ້ທີ່ເຂົ້າຮ່ວມໃນການເດີນຂະບວນຄັ້ງທຳອິດຂອງລາວໄດ້ກ່າວວ່າ “ນີ້ເແມ່ນການສະເຫຼີມສະຫຼອງສຳລັບໝົດທຸກຄົນ ຜູ້ທີ່ບໍ່ສາມາດສະແດງອອກ ທ່າທາງຂອງຕົນໄດ້ໃນທຸກໆມື້.”

ທ່ານ Kori Ligon ສະມາຊິກຂອງທະຫານ ສະຫະລັດ ກ່າວວ່າ ຜົນກະທົບຂອງການຍິງຄົນຈຳນວນຫຼາຍຢູ່ເມືອງ Orlando ໄດ້ເຮັດໃຫ້ລາວໃກ້ຊິດກັບຄອບຄົວຂອງລາວຕື່ມອີກ.
ທ່ານ Kori Ligon ສະມາຊິກຂອງທະຫານ ສະຫະລັດ ກ່າວວ່າ ຜົນກະທົບຂອງການຍິງຄົນຈຳນວນຫຼາຍຢູ່ເມືອງ Orlando ໄດ້ເຮັດໃຫ້ລາວໃກ້ຊິດກັບຄອບຄົວຂອງລາວຕື່ມອີກ.

ທ້າວ Nill ໝູ່ຂອງລາວໄດ້ກ່າວວ່າ “ມັນບໍ່ໄດ້ກ່ຽວກັບເລື່ອງຂອງພວກຂ້າມ ເພດເທົ່ານັ້ນ, ມັນກ່ຽວກັບໝົດທຸກຄົນ.”

ນາງ Winter Murray ຜູ້ທີ່ໄດ້ເດີນທາງມາຈາກລັດ Connecticut ໄດ້ກ່າວວ່າ ການມີສ່ວນຮ່ວມຢູ່ໃນກຸ່ມທີ່ຖືກຍອມຮັບແມ່ນຄວາມຮູ້ສຶກທີ່ພິເສດຫຼາຍ.

ນາງ Murray ກ່າວວ່າ “ມັນດີທີ່ມີບ່ອນໜຶ່ງທີ່ເຈົ້າສາມາດມາ ແລະ ກໍເປັນ ໂຕຂອງຕົນເອງໄດ້ ແລະ ເບິ່ງຄົນໆອື່ນຜູ້ທີ່ເປັນໂຕຂອງຕົນເອງແທ້ໆເຊັ່ນ ກັນ.”

ນອກຈາກການສົ່ງສຽງເຊຍ ແລະ ເຕັ້ນລຳກັນນັ້ນ, ການເດີນຂະບວນຂອງປີ ນີ້ແມ່ນມີຄວາມສຳຄັນຢ່າງເປັນພິເສດ. ຜູ້ທີ່ໄປຊົມການເດີນຂະບວນ ແລະ ຜູ້ເຂົ້າຮ່ວມຈາກທົ່ວໂລກໄດ້ສະແດງການໄວ້ອາໄລ ແລະ ລະນຶກເຖິງຜູ້ເຄາະ ຮ້າຍຈາກການຍິງຄົນຈຳນວນຫຼາຍເຖິງ 49 ຄົນ ໃນສອງສັບປະດາທີ່ຜ່ານມາ ໃນສະຖານທີ່ບັນເທີງ Pulse ເຊິ່ງເປັນ ໄນທ໌ຄລັບ ຂອງພວກກະເທີຍໃນເມືອງ Orlando.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

US NYC Gay Pride Parade
please wait

No media source currently available

0:00 0:01:16 0:00

XS
SM
MD
LG