ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະ​ນະ​ຕຸ​ລາ​ການ​ພົບ​ວ່າ ທ່ານ ທ​ຣຳ ໄດ້​ລ່ວງ​ລະ​ເມີດ​ທາງ​ເພດ​ແມ່​ຍິງ​ຄົນ​ນຶ່ງ ຫຼາຍ​ທົດ​ສະ​ວັດ​ທີ່​ຜ່ານ​ມາ, ສັ່ງ​ໃຫ້​ຈ່າຍ​ເງິນ 5 ລ້ານ​ໂດ​ລາ


ທ່ານ​ນາງ ອີ ຈີນ ແຄ​ໂຣ​ລ, ກາງ, ຍ່າງ​ອອກ​ຈາກ​ສານ​ລັດ​ຖະ​ບານ​ກາງ​ເຂດ ແມນ​ແຮັດ​ຕັນ ໃນ​ນະ​ຄອນ ນິວຢອກ, 9 ພຶດ​ສະ​ພາ 2023.
ທ່ານ​ນາງ ອີ ຈີນ ແຄ​ໂຣ​ລ, ກາງ, ຍ່າງ​ອອກ​ຈາກ​ສານ​ລັດ​ຖະ​ບານ​ກາງ​ເຂດ ແມນ​ແຮັດ​ຕັນ ໃນ​ນະ​ຄອນ ນິວຢອກ, 9 ພຶດ​ສະ​ພາ 2023.

ຄະ​ນ​ະ​ຕຸ​ລາ​ການ​ລັດ​ຖະ​ບານ​ກາງ​ໃນ​ລັດ ນິວຢອກ ເມື່ອ​ວັນ​ອັງ​ຄານ​ວານນີ້​ ໄດ້ອອກ​ຄຳ​ຕັດ​ສິນມອບ​ເງິນ​ໃຫ້ອະ​ດີດ​ທີ່​ປຶກ​ສາ​ ນັກ​ຂຽນບົດ​ຄວາມ​ວາ​ລະ​ສານ​ຄົນ​ນຶ່ງ​ 5 ລ້ານ​ໂດ​ລາ ຫຼັງ​ຈາກ​ໄດ້​ສະຫຼຸບ​ວ່າ ທ່ານ ດໍ​ໂນ​ລ ທ​ຣຳ ເປັນ​ຜູ້​ຮັບ​ຜິດ​ຊອບ​ສຳ​ລັບ​ການ​ລະ​ເມີດ​ທາງ​ເພດ​ຕໍ່​ທ່ານ​ນາງ​ເມື່ອ 20 ປີ​ທີ່​ຜ່ານ​ມາ ກ່ອນ​ທ່ານ​ໄດ້​ກາຍ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ແລະ ຫຼັງ​ຈາກ​ນັ້ນ​ໄດ້​ໃສ່​ຮ້າຍ​ປ້າຍ​ສີ​ຕໍ່​ທ່ານ​ນາງ​ດ້ວຍ​ການ​ປະ​ຕິ​ເສດ​ການ​ປະ​ເຊີນ​ໜ້າ​ກັນ​ນັ້ນ​ວ່າ “ຫຼອກ​ລວງ.”

ຄະ​ນະ​ຕຸ​ລາ​ການ​ທີ່​ມີ​ສະ​ມາ​ຊິກ 9 ຄົນ, ເຊິ່ງ 6 ຄົນ​ແມ່ນ​ຜູ້​ຊາຍ ແລະ 3 ຄົນ​ແມ່ນ​ແມ່​ຍິງ​ນັ້ນ, ໄດ້​ບັນ​ລຸ​ການ​ຕັດ​ສິນ​ໃຈ​ຂອງ​ເຂົາ​ເຈົ້າຫຼັງ​ຈາກ​ການພິ​ຈາ​ລະ​ນາ ​ສາມ​ຊົ່ວ​ໂມງ, ເຊິ່ງ​ເປັນ​ຄັ້ງ​ທຳ​ອິດ​ທີ່​ທ່ານ ທ​ຣຳ ໄດ້​ປະ​ເຊີນ​ກັບ​ການ​ດຳ​ເນີນ​ຄະ​ດີ​ທີ່ບອກ​ທ່ານ​ວ່າ​ຮັບ​ຜິດ​ຊອບ​ສຳ​ລັບ​ການ​ກ່າວ​ຫາ​ຢ່າງກວ້າງ​ຂວາງເມື່ອຫຼາຍ​ປີ​ທີ່​ຜ່ານ​ມາ ຈາກ​ບັນ​ດາ​ແມ່​ຍິງ​ທີ່​ໄດ້​ກ່າວ​ຫາ​ທ່ານ ກ່ຽວ​ກັບ ການ​ກະ​ທຳ​ທາງ​ເພດ​ທີ່ບໍ່​ຕ້ອງ​ການ.

ຄະ​ນະ​ຕຸ​ລາ​ການ​ ໄດ້​ປະ​ຕິ​ເສດ​ການ​ກ່າວ​ອ້າງ ​ໂດຍ​ທ່ານ​ນາງ ອີ ຈີນ ແຄ​ໂຣ​ລ໌, ເຊິ່ງ​ຕອນນີ້​ມີ​ອາ​ຍຸ 79 ປີ, ວ່າ​ທ່ານ ທ​ຣຳ ໄດ້​ຂົ່​ມ​ຂືນ​ທ່ານ​ນາງ​ ໃນ​ຫ້ອງ​ລອງ​ເຄື່ອງ​ຂອງ​ຫ້າງ​ຊັບ​ພະ​ສິນ​ຄ້າ​ລາ​ຄາ​ແພງ​ໃນ​ລັດ ນິວຢອກ ໃນ​ປີ 1996. ແຕ່​ເຂົາ​ເຈົ້າ​ໄດ້​ສະຫຼຸບ​ວ່າ​ທ່ານ​ໄດ້​ທຳ​ການ​ລ່ວງ​ລະ​ເມີດ​ທາງ​ເພດ​ຕໍ່​ທ່ານ​ນາງ, ດ້ວຍ​ການ​ຕັດ​ສິນ​ໃຫ້​ເງິນ 2 ລ້ານ​ໂດ​ລາ​ຕໍ່​ທ່ານ​ນາງ​ໃນ​ຂໍ້​ກ່າວ​ຫາ​ນັ້ນ.

ເຂົາ​ເຈົ້າ​ໄດ້​ຕັດ​ສິນ​ໃຫ້​ເງິນ​ຕໍ່​ທ່ານ​ນາງ ແຄ​ໂຣ​ລ ອີກ 3 ລ້ານ​ໂດ​ລາ​ສຳ​ລັບ​ການ​ກ່າວ​ອ້າງ​ຕໍ່​ສາ​ທາ​ລະ​ນະ​ຢ່າງ​ຊ້ຳ​ແລ້ວ​ຊ້ຳ​ອີກ​ຂອງ​ທ່ານ ແລະ ໃນບັນ​ຊີ​ສື່​ສັງ​ຄົມ​ຂອງ​ທ່ານທີ່​ວ່າ​ການ​ກ່າວ​ຫາ​ຂອງ​ທ່ານ​ນາງ​ແມ່ນ​ການ “ຫຼອງ​ລວງ” ແລະ “ເປັນ​ການ​ຕົ້ມ​ຕຸນ​ຢ່າງ​ສິ້ນ​ເຊີງ.”

ທ່ານ​ນາງ ແຄ​ໂຣລ໌ ໄດ້​ຍິ້ມ​ເວ​ລາ​ອອກມ​າ​ຈາກ​ສານ​ແຕ່ບໍ່​ໄດ້​ຢຸດ​ເພື່ອ​ລົມ​ກັບ​ບັນ​ດາ​ນັກ​ຂ່າວ.

ແມ່​ຍິງ​ຄົນ​ນຶ່ງ​ໄດ້​ຮ້ອງ​ໃສ່​ທ່ານ​ນາງວ່າ “ເຈົ້າ​ກ້າ​ຫານ ແລະງາມຫຼາຍ,” ເຊິ່ງ​ທ່າ​ນ​ນາງ ແຄ​ໂຣ​ລ໌ ກ່າວ​ວ່າ “ຂອບ​ໃຈ, ຂອບ​ໃຈຫຼາຍໆ.”

ຕໍ່​ມາ​ທ່ານ​ນາງ​ໄດ້​ກ່າວ ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ, “ຂ້າ​ພະ​ເຈົ້າ​ໄດ້​ຮ່າງ​ຄຳ​ຟ້ອງ​ຮ້ອງ​ຕໍ່​ທ່ານ ດໍ​ໂນ​ລ ທ​ຣຳ ເພື່ອ​ພິ​ສູດ​ວ່າ​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຜິດ. ມື້ນີ້, ຄຳ​ວ່າ ໃນ​ທີ່​ສຸດ ກໍ​ຮູ້​ຄວາມ​ຈິງ. ໄຊ​ຊະ​ນະ​ນີ້ບໍ່​ແມ່ນ​ສຳ​ລັບ​ຂ້າ​ພະ​ເຈົ້າພຽງ​ເທົ່າ​ນັ້ນ ແຕ່​ສຳ​ລັບ​ແມ່​ຍິງ​ທຸກ​ຄົນ ຜູ້​ທີ່​ໄດ້​ປະ​ສົບ​ຄວາມ​ຍາກ​ລຳ​ບາກ ເພາະ​ວ່າເຂົາ​ເຈົ້າບໍ່​ໄດ້ ​ເຊື່ອລາວ.”

ທ່ານ ທ​ຣຳ ໄດ້​ໂຈ​ມ​ຕີ​ການ​ຕັດ​ສິນ​ໃຈ​ດັ່ງ​ກ່າວ, ໂດຍ​ຢືນ​ຢັດ​ວ່າ​ລາວ​ເປັນ​ຜູ້​ທີ່​ຖືກ​ຕາມ​ຈັບ​ຜິດ.

ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ຂຽນ​ຂໍ້​ຄວາມ​ເປັນ​ດ້ວຍ​ໂຕ​ໃຫຍ່​ໝົດ​ເປັນ​ພາ​ສາ​ອັງ​ກິດ​ລົງ​ໃນ​ສື່​ສັງ​ຄົມ Truth Social ຂອງ​ທ່ານ​ເອງວ່າ “ການ​ຕັດ​ສິນນີ້​ແມ່ນ​ຄວາມເສື່ອມ​ເສຍ, ເປັນ​ການ​ສືບ​ຕໍ່​ຕາມ​ຈັບ​ຜິ​ດ​ທີ່​ໃຫຍ່​ຕະຫຼອດ​ການ.”

​ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG