ຜູ້ປົກຄອງລັດນິວຢອກທ່ານ ແອນດຣິວ ຄູໂອໂມ ໄດ້ປະກາດລາອອກເມື່ອວັນອັງຄານວານນີ້ ໃນຂໍ້ກ່າວຫາວ່າ ທ່ານໄດ້ທໍາການລວນລາມທາງເພດຕໍ່ແມ່ຍິງຢ່າງໜ້ອຍ 11 ຄົນ.
“ວິທີທີ່ດີທີ່ສຸດທີ່ຂ້າພະເຈົ້າສາມາດຊ່ວຍໄດ້ ໃນຕອນນີ້ ຄືຖ້າຂ້າພະເຈົ້າສາມາດຫລີກທາງ ແລະປ່ອຍໃຫ້ລັດຖະບານກັບໄປປົກຄອງ ແລະນັ້ນຄືສິ່ງທີ່ຂ້າພະເຈົ້າກໍາລັງຈະປະຕິບັດ,” ທ່ານ ຄູໂອໂມ ໄດ້ກ່າວໃນການຖະແຫລງຂ່າວຜ່ານທາງໂທລະພາບ.
ຜູ້ປົກຄອງລັດນິວຢອກ 3 ສະໄໝຊ້ອນໄດ້ກ່າວວ່າການຍື່ນໜັງສືລາອອກຂອງທ່ານຈະມີຜົນໃນອີກ 14 ມື້ຫລັງຈາກທີ່ທ່ານໄດ້ມີການປະກາດ, ເຊິ່ງເກີດຂຶ້ນໃນຂະນະທີ່ສະມາຊິກສະພານິຕິບັນຍັດຂອງລັດເລີ້ມທຳການປຸກລະດົມໃຫ້ປົດທ່ານອອກຈາກຕໍາແໜ່ງ ໂດຍການຟ້ອງຮ້ອງຖອດທ່ານອອກຈາກຕໍາແໜ່ງນັ້ນ.
ເຖິງແມ່ນວ່າທ່ານຈະປະກາດລາອອກ, ແຕ່ທ່ານຄູໂອໂມ ຍັງຄົງປະຕິເສດວ່າທ່ານຈົງໃຈທີ່ຈະບໍ່ໃຫ້ກຽດຕໍ່ບັນດາແມ່ຍິງເຫລົ່ານັ້ນ ແລະໄດ້ກ່າວວ່າຂໍ້ກ່າວຫາດັ່ງກ່າວມີ “ຈຸດປະສົງທາງດ້ານການເມືອງ” ເພື່ອຕໍ່ຕ້ານໂຈມຕີທ່ານ.
ທ່ານຄູໂອໂມ ຈະຖືກແທນທີ່ໂດຍສະມາຊິກພັກເດໂມແຄັຣດທ່ານນາງ ແຄັດຕີ້ ໂຮຊູລ ອະດີດສະມາຊິກສະພາສະຫະລັດ ອາຍຸ 62 ປີ. ເຊິ່ງທ່ານນາງຈະເປັນແມ່ຍິງຄົນທໍາອິດ ທີ່ເຂົ້າຮັບໜ້າທີ່ເປັນຜູ້ປົກຄອງລັດນິວຢອກ.
https://twitter.com/LtGovHochulNY/status/1425134938450444299?s=20
ທ່ານນາງໂຮຊູລ ກ່າວຢູ່ໃນທວິດເຕີຂອງທ່ານວ່າ “ຂ້າພະເຈົ້າເຫັນດີນໍາການຕັດ ສິນໃຈຂອງທ່ານຄູໂອໂມ ທີ່ຈະກ້າວລົງຈາກຕໍາແໜ່ງ ເຊິ່ງມັນເປັນສິ່ງທີ່ຖືກຕ້ອງທີ່ຈະຕ້ອງກະທໍາ ແລະເພື່ອຜົນປະໂຫຍດອັນສູງສຸດຂອງຊາວນະຄອນນິວຢອກ.” ທ່ານນາງໂຮຊູລ ຍັງໄດ້ກ່າວອີກວ່່າ “ໃນຖານະຜູ້ທີ່ຮັບໃຊລັດຖະບານໃນທຸກຂັ້ນ ແລະໃນການສືບຕໍ່ຕໍາແໜ່ງ, ຂ້າພະເຈົ້າມີຄວາມພ້ອມ ທີ່ຈະເປັນຜູ້ປົກຄອງລັດ ນິວຢອກ ຄົນທີ 57 ຄົນຕໍ່ໄປ.”
ຫົວໜ້າພະແນກຍຸຕິທຳຂອງລັດນິວຢອກທ່ານນາງເລທິເທຍ ເຈມສ໌ ກ່າວໃນອາທິດທີ່ຜ່ານມາວ່າ ເປົ້າໝາຍທີ່ມີການກ່າວຫາຕໍ່ທ່ານຄູໂອໂມແມ່ນພະນັກງານໃນປັດຈຸບັນ ແລະອະດີດພະນັກງານຂອງລັດ.
ການສອບສວນໄດ້ເປີດເຜີຍໃຫ້ເຫັນ “ບັນຍາກາດແຫ່ງຄວາມຢ້ານ” ທີ່ເກີດຈາກພຶດຕິກໍາຂອງທ່ານຄູໂອໂມ ເຊິ່ງລວມມີການຈູບທີ່ບໍ່ຕ້ອງການ, ການລູບຈັບ, ການກອດ ແລະການສະແດງຄໍາເວົ້າທີ່ບໍ່ສາມາດຈະຮັບໄດ້, ທ່ານນາງເຈມສ໌ ໄດ້ກ່າວ.
ທ່ານນາງກ່າວວ່າ ການສອບສວນຍັງພົບວ່າຜູ້ປົກຄອງລັດຂອງພັກເດໂມແຄັຣດຍັງໄດ້ຕອບໂຕ້ຕໍ່ອະດີດພະນັກງານຢ່າງໜ້ອຍນຶ່ງຄົນຈາກການຕໍ່ວ່າເຖິງການກະທໍາຂອງທ່ານຄູໂອໂມ ອີກດ້ວຍ.