ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບໍ່ມີລາຍງານ ການສູນເສຍຊີວິດໃດໆ ຈາກໄວຣັສ ໂຄວິດ-19 ພາຍໃນ 24 ຊົ່ວໂມງ ຢູ່ໃນນະຄອນ ນິວຢອກ


ການດຳລົງຊີວິດ ທ່າມກາງການລະບາດຂອງໄວຣັສໂຄໂຣນາ ຢູ່ໃນນະຄອນນິວຢອກ ຂອງສະຫະລັດ.
ການດຳລົງຊີວິດ ທ່າມກາງການລະບາດຂອງໄວຣັສໂຄໂຣນາ ຢູ່ໃນນະຄອນນິວຢອກ ຂອງສະຫະລັດ.

ນະຄອນນິວຢອກ ໃນຄັ້ງນຶ່ງເຄີຍເປັນຈຸດສູນກາງການລະບາດຂອງໄວຣັສໂຄວິດ-19 ມາບັດນີ້ ພາຍໃນໄລຍະ 24 ຊົ່ວໂມງ ນະຄອນແຫ່ງນີ້ບໍ່ມີຜູ້ໃດເສຍຊີວິດຈາກໄວຣັສໂຄໂຣນາ ເປັນຄັ້ງທຳອິດ.

“ພະຍາດອັນນີ້ແມ່ນຍັງບໍ່ທັນຊະນະມັນເທື່ອ” ເຈົ້າຄອງນະຄອນນິວຢອກ ທ່ານບີລ ເດີ ບລາຊີໂອ ໄດ້ກ່າວໄປໃນວັນຈັນວານນີ້ ມື້ທຳອິດທີ່ບໍ່ມີລາຍງານການສູນເສຍຊີວິດໃດໆຈາກພະຍາດໂຄວິດ ນັບຕັ້ງແຕ່ມີລາຍງານກໍລະນີຕິດເຊື້ອໄວ ຣັສດັ່ງກ່າວຄັ້ງທຳອິດ ໃນວັນທີ 1 ມີນາເປັນຕົ້ນມາ.

ທ່ານບລາຊີໂອ ໄດ້ກ່າວວ່າ “ພວກເຮົາເບິ່ງອ້ອມໄປທົ່ວປະເທດ ແລະພວກເຮົາກໍເຫັນສິ່ງທີ່ຊາວອາເມຣິກັນອີກຫຼາຍໆຄົນ ກຳລັງຜ່ານຜ່າຢູ່ ອີກຫຼາຍໆລັດແລະຫົວເມືອງຕ່າງໆກຳລັງໄດ້ຮັບຄວາມເສຍຫາຍຢ່າງຮ້າຍແຮງໃນເວລານີ້. ສະນັ້ນແລ້ວ ບໍ່ມີຜູ້ໃດສາມາດສະເຫຼີມສະຫຼອງໄດ້ ແຕ່ພວກເຮົາສາມາດເຮັດໄດ້ ຢ່າງໜ້ອຍໃຫ້ຢຸດຊົ່ວຄາວແລ້ວຊື່ນຊົມຍິນດີນຳສິ່ງທີ່ພວກທ່ານໝົດທຸກຄົນ ໄດ້ທຸ້ມເທໄປຢ່່າງຫຼວງຫຼາຍເພື່ອເຮັດໃຫ້ພວກເຮົາມາເຖິງຈຸດນີ້ໄດ້ ກໍຄື 24 ຊົ່ວໂມງບ່ອນ ທີ່ບໍ່ມີຜູ້ໃດເສຍຊີວິດ. ຈົ່ງໃຫ້ມີອີກຫຼາຍໆວັນແບບນີ້ຕື່ມອີກ.”

ທ່ານເດີ ບລາຊີໂອ ໄດ້ກ່າວໄປວ່າ ທ່ານມີຄວາມເປັນຫ່ວງໂດຍສະເພາະກ່ຽວກັບຈຳນວນຄົນ ໃນຊ່ວງອາຍຸປະມານ 20 ປີ ທີ່ຕິດເຊື້ອໄວຣັດໂຄໂຣນາເພີ້ມຫຼາຍຂຶ້ນ. ທ່ານໄດ້ຮຽກຮ້ອງໄປຍັງພວກເຂົາ ໃຫ້ໃສ່ໜ້າກາກ ແລະຢູ່ຫ່າງກັນພາຍໃນສັງຄົມ.

“ຂ້າພະເຈົ້າເຂົ້າໃຈດີ ສໍາລັບພວກຜູ້ໃຫຍ່ໄວໜຸ່ມຫຼາຍຄົນ, ມັນເປັນຊ່ວງເວລາທີ່ຍາກລຳບາກແທ້ໆ ທີ່ຕ້ອງໄດ້ຢູ່ແຕ່ພາຍໃນ ຕັດຂາດຈາກການຕິດຕໍ່ ຈາກຜູ້ຄົນທີ່ຮັກແພງທັງຫຼາຍ…ແລະຂ້າພະເຈົ້າເຂົ້າໃຈດີ ທີ່ພວກຄົນຢາກຈະອອກມາຈາກນັ້ນ” ນັ້ນແມ່ນຄຳເວົ້າຂອງ ທ່ານເດີ ບລາຊີໂອ ຜູ້ທີ່ກ່າວຕື່ມວ່າພວກຄົນໄວໜຸ່ມຕ້ອງໄດ້ຄຳນຶງວ່າ ໝົດທຸກຄົນແມ່ນມີຄວາມສຽງທີ່ຈະຕິດເຊື້ອໄວຣັສ.

ໃນວັນຈັນວານນີ້ເຊັ່ນກັນ ຜູ້ປົກຄອງລັດນິວຢອກ ທ່ານແອນດຣູ ໂຄໂມ ໄດ້ອອກຄຳສັ່ງສຸກເສີນ ດ້ານສາທາລະນະສຸກ ທີ່ບັງຄັບໃຫ້ພວກທີ່ເດີນທາງມາຢ້ຽມ ຢາມຈາກລັດຕ່າງໆທີ່ມີອັດຕາການຕິດໄວຣັສໂຄວິດ-19 ສູງນັ້ນ ໃຫ້ສະໜອງຂໍ້ມູນກ່ຽວກັບສະຖານທີ່ພັກອາໄສຢູ່ພາຍ ໃນລັດນິວຢອກຂອງພວກເຂົາເຈົ້າ ຫຼືບໍ່ດັ່ງນັ້ນ ຈະປະເຊີນກັບການປັບໃໝສູງເຖິງ 2,000 ໂດລາ.

“ຖ້າເຈົ້າບໍ່ສະໜອງຂໍ້ມູນນັ້ນ ເຈົ້າຈະໄດ້ຮັບໃບປັບໃໝ 2,000 ໂດລາ. ພວກເຮົາເອົາຈິງເອົາຈັງ ກ່ຽວກັບການບັງຄັບໃຫ້ກັກກັນຕົວໃນບໍລິເວນ” ນັ້ນແມ່ນຂໍ້ ຄວາມຂອງຜູ້ປົກຄອງລັດທີ່ໄດ້ຂຽນລົງໃນທວີດເຕີ້.

ເມື່ອສັບປະດາແລ້ວນີ້ ທ່ານໄດ້ຂຽນລົງໃນທວີດເຕີ້ວ່າ 19 ລັດຄື ອາລາບາມາ ອາຣີໂຊນາ ອາແຄນຊໍ ຄາລີຟໍເນຍ ແດລາແວ ຟລໍຣີດາ ຈໍເຈຍ ໄອໂອວາ ໄອດາໂຮ ແຄນຊັສ ຫລຸຍຊີອານາ ມິສສິສສິບປີ ເນວາດາ ຄາໂຣໄລນາເໜືອ ໂອກລາໂຮມາ ຄາໂຣໄລນາໃຕ້ ເທັນເນສຊີ ເທັກຊັສ ແລະຢູທາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG