ນະຄອນ New York ລະບຸວ່າ ຕົນຈະຈ່າຍເງິນ ຈຳນວນ 5 ລ້ານ
9 ແສນ ໂດລ່າ ໃຫ້ແກ່ຄອບຄົວຂອງທ້າວ Eric Garner ຊາຍ
ຜິວດຳ ທີ່ເສຍຊີວິດໃນມືຂອງຕຳຫຼວດຜິວຂາວ ເມື່ອປີກາຍນີ້
ທີ່ໄດ້ກໍ່ໃຫ້ມີການປະທ້ວງຕ້ານການທາລຸນນະກຳຕໍ່ຊາວອາເມ
ຣິກັນເຊື້ອສາຍອາຟຣິກາ ໂດຍເຈົ້າໜ້າທີ່ປະຕິບັດກົດໝາຍນັ້ນ.
ຂໍ້ຕົກລົງດັ່ງກ່າວ ໄດ້ປະກາດ ໃນວັນພຸດແລ້ວນີ້ ໂດຍທ່ານ Scott
Stringer ຫົວໜ້າການເງິນຂອງນະຄອນ New York. ໃນເດືອນ
ຕຸລາປີກາຍນີ້ ຄອບຄົວຂອງທ້າວ Garner ໄດ້ຍື່ນຄຳຮ້ອງ ຊຶ່ງເປັນ
ບາດກ້າວທຳອິດ ກ່ອນໜ້າຟ້ອງຮ້ອງຢ່າງເປັນທາງການ ເພື່ອຮຽກ
ຮ້ອງຄ່າເສຍຫາຍໃນຈຳນວນເງິນ 75 ລ້ານໂດລ່າຈາກນະຄອນ
New York. ທ່ານ Stringer ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ ຂໍ້ຕົກລົງນີ້ແມ່ນດີ ສຳລັບທຸກໆຝ່າຍ ແລະທາງນະຄອນ New York ແມ່ນບໍ່ໄດ້ຍອມຮັບຜິດ ກ່ຽວກັບການຕາຍຂອງ ທ້າວ Garner ແຕ່ຢ່າງໃດເລີຍ.
ເຈົ້າຄອງນະຄອນນິວຢອກ ທ່ານ Bill de Blasio ໄດ້ບອກກັບບັນດານັກຂ່າວໃນແລງວັນຈັນວານນີ້ວ່າ ທ່ານຫວັງວ່າ ການຕົກລົງທີ່ວ່ານີ້ ຈະນຳມາຊຶ່ງ “ຄວາມສະຫງົບ ແລະການຈົບ
ສິ້ນ” ສູ່ຄອບຄົວຂອງລາວ.
ການຕົກລົງທີ່ວ່ານີ້ ມີຂຶ້ນບໍ່ພຽງເທົ່າໃດມື້ ກ່ອນການຄົບຮອບນຶ່ງ ໃນການຕາຍຂອງທ້າວ
Garner ຊາຍໄວ 43 ປີນັ້ນ ຊຶ່ງເຫດການດັ່ງກ່າວນີ້ ໄດ້ເກີດຂຶ້ນໃນຂະນະທີ່ຕຳຫຼວດ ພະຍາ
ຍາມຈັບກຸມລາວ ໃນຖານສົງໄສວ່າ ຜູ້ກ່ຽວຂາຍຢາສູບແບບເປັນກອກທີ່ບໍ່ເສຍພາສີນັ້ນ. ພວກເຈົ້າໜ້າທີ່ໄດ້ປ້ຳລາວລົງສູ່ພື້ນດິນ ຫຼັງຈາກທີ່ຕຳຫຼວດ Daniel Pantaleo ຢືນຢູ່ທາງ
ຫຼັງຂອງທ້າວ Garner ແລະໄດ້ຮັດຄໍລາວໄວ້ ຊຶ່ງເປັນພຶດຕິກຳທີ່ຖືກຫ້າມໂດຍຫ້ອງການຕຳຫຼວດຂອງນະຄອນນິວຢ໊ອກ. ໃນການບັນທຶກເຫດການໂດຍໂທລະສັບມືຖືນັ້ນ ຊຶ່ງໄດ້ຍິນຄຳເວົ້າຂອງທ້າວ Garner ທີ່ກ່າວວ່າ “ຂ້ອຍຫາຍໃຈບໍ່ອອກ” 11 ຄັ້ງກ່ອນທີ່ລາວໝົດສະຕິລົງ.
ການຕາຍຂອງທ້າວ Garner ໄດ້ລົງຄວາມເຫັນວ່າເປັນການຄາດຕະກຳ ໂດຍການກວດ ກາທາງການແພດຂອງນະຄອນດັ່ງກ່າວ ແຕ່ວ່າ ຄະນະຕຸລາການບໍ່ຍອມກ່າວຫາ ທ່ານ Pan-
taleo. ການດຳເນີນການສືບສວນ ສອບສວນຂອງລັດຖະບານກາງ ໃນການເສຍຊີວິດຂອງ
ທ້າວ Garner ນັ້ນແມ່ນຍັງດຳເນີນຕໍ່ໄປ.
ການຕາຍຂອງທ້າວ Garner ແມ່ນນຶ່ງໃນເຫດການທີ່ພົວພັນກັບການເສຍຊີວິດຂອງພວກຜູ້ຊາຍຜິວດຳ ໂດຍນ້ຳມືຂອງພວກຕຳຫຼວດ ໃນບໍ່ເທົ່າໃດປີ ທີ່ຜ່ານມານີ້.