ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ໂຮງຮຽນຊັ້ນປະຖົມຂອງ ນະຄອນນິວຢອກ ຈະເບີດຄືນອີກ ໂດຍຈະມີການກວດຫາເຊື້ອໄວຣັສເພີ້ມຂຶ້ນ


ພວກນັກຮຽນອອກຈາກໂຮງຮຽນຫຼັງຈາກໄດ້ມີປະກາດແຈ້ງການໃຫ້ປິດໂຮງຮຽນຫຼວງທັງຫຼາຍ ໃນນະຄອນ ນິວຢອກ, ໃນຂະນະທີ່ໂຣກລະບາດໄວຣັສໂຄໂຣນາ ຍັງສືບຕໍ່ແຜ່ເຊື້ອຢູ່ໃນເຂດເມືອງບຣຸກກລິນ ຂອງລັດນິວຢອກ ຢູ່, ວັນທີ 18 ພະຈິກ 2020.
ພວກນັກຮຽນອອກຈາກໂຮງຮຽນຫຼັງຈາກໄດ້ມີປະກາດແຈ້ງການໃຫ້ປິດໂຮງຮຽນຫຼວງທັງຫຼາຍ ໃນນະຄອນ ນິວຢອກ, ໃນຂະນະທີ່ໂຣກລະບາດໄວຣັສໂຄໂຣນາ ຍັງສືບຕໍ່ແຜ່ເຊື້ອຢູ່ໃນເຂດເມືອງບຣຸກກລິນ ຂອງລັດນິວຢອກ ຢູ່, ວັນທີ 18 ພະຈິກ 2020.

ໂຮງຮຽນທັງຫຼາຍໃນນະຄອນນິວຢອກ ຈະເປີດຄືນໃຫ້ເຂົ້າຫ້ອງຮຽນໄດ້ ສຳລັບພວກເດັກນັກຮຽນຊັ້ນປະຖົມ ໂດຍມີການກວດຫາໄວຣັສເພີ້ມຂຶ້ນ ອີງຕາມການປະກາດຂອງເຈົ້າຄອງນະຄອນ ໃນວັນອາທິດວານນີ້.

ໂດຍມີນັກຮຽນ 1 ລ້ານ 1 ແສນຄົນ ຊຶ່ງເປັນລະບົບໂຮງຮຽນຫຼວງທີ່ໃຫຍ່ທີ່ສຸດໃນປະເທດ ຖືກປິດມາໄດ້ສອງອາທິດແລ້ວ ໃນຂະນະທີ່ກໍລິນີຕິດເຊື້ອໄວຣັສໂຄ ໂຣນາທີ່ໄດ້ຖືກຢືນຢັນ ສູງຂຶ້ນຢູ່ໃນນະຄອນດັ່ງກ່າວ.

“ເມື່ອເປີດຄືນໃໝ່ແລ້ວ ການກວດຫາພະຍາດໂຄວິດ-19 ໃນແຕ່ລະທິດ ຈະຖືກບັງຄັບໃຊ້ ແລະຟອມເຫັນດີໃຫ້ກວດ ຈະຕ້ອງໄດ້ເຊັນແລ້ວນຳມາພ້ອມສຳລັບພວກນັກຮຽນຂອງພວກເຮົາທີ່ກັບຄືນມາ” ນັ້ນແມ່ນຂໍ້ຄວາມ ຕາມທີ່ທ່ານບີລ ເດີ ບລາຊີໂອ ໄດ້ຂຽນນລົງໃນທວິດເຕີ້. ໂຄວິດ-19 ເປັນພະຍາດທີ່ເກີດຈາກໄວຣັສໂຄໂຣນາ.

embed tweet: https://twitter.com/NYCMayor/status/1333089420065566724?s=20

ການສິດສອນໃນຫ້ອງຮຽນສຳລັບພວກເດັກນ້ອຍໃນລັດນິວຢອກ ໄດ້ເລີ້ມຄືນ
ໃໝ່ໃນລະຫວ່າງ ທ້າຍເດືອນກັນຍາ ແລະຕົ້ນເດືອນຕຸລາ ເມື່ອອັດຕາການຕິດເຊື້ອໄວຣັສໄລຍະເຈັດວັນ ແມ່ນຢູ່ຕ່ຳກວ່າ 2 ເປີເຊັນ. ການໄປຮ່ຳຮຽນໃນຫ້ອງຮຽນ ໄດ້ຖືກປິດລົງອີກຄັ້ງນຶ່ງຢ່າງກະທັນຫັນເມື່ອຕົ້ນເດືອນນີ້ ເມື່ອອັດຕາການຕິດເຊື້ອໄວຣັສ ຍັງຢູ່ໃນລະດັບທີ່ຫຼາຍກວ່າ 3 ເປີເຊັນ ສຳລັບເຈັດວັນ.

link: https://www.voanews.com/covid-19-pandemic/new-york-city-closes-schools-amid-covid-19-surge

ບັນດາເຈົ້າໜ້າທີ່ຂອງນະຄອນນິວຢອກ ໄດ້ຖືກໂຈມຕີ ໃນຂະນະທີ່ພົນລະເມືອງ ນິວຢອກພາກັນຕ້ອງຕິ ການຕັດສິນໃຈປິດໂຮງຮຽນທັງຫຼາຍ ໃນຂະນະດຽວກັນ ພວກຮ້ານອາຫານແລະຮ້ານກິນດື່ມ ຫຼືບາຫຼາຍແຫ່ງ ຍັງເປີດຢູ່ຄືເກົ່າ.

ເຖິງແມ່ນວ່າ ອັດຕາການຕິດເຊື້ອໄວຣັສໃນນະຄອນດັ່ງກ່າວ ໄດ້ມີລາຍງານວ່າ ຢູ່ໃນລະດັບ 3.9 ເປີເຊັນ ບັນດາເຈົ້າໜ້າທີ່ ໄດ້ຕັດສິນໃຈຈະເປີດໂຮງຮຽນທັງ ຫຼາຍຄືນ ໃນວັນທີ 7 ທັນວານີ້ ສຳລັບການເຂົ້າໄປຮ່ຳຮຽນ ຢູ່ໂຮງຮຽນປະຖົມ ແລະໂຮງຮຽນອານຸບານທັງຫຼາຍໄດ້. ສ່ວນພວກນັກຮຽນ ຂອງໂຮງຮຽນມັດທະ ຍົມຕົ້ນແລະປາຍ ຈະສືບຕໍ່ຮ່ຳຮຽນທາງໄກຜ່ານທາງອອນໄລຄືເກົ່າ.

ບັນດານັກຊ່ຽວຊານດ້ານການແພດ ໄດ້ໃຫ້ຂໍ້ສັງເກດວ່າ ໂຮງຮຽນທັງຫຼາຍ ບໍ່ແມ່ນພື້ນທີ່ຫຼັກ ບ່ອນທີ່ແຜ່ເຊື້ອໄວຣັສ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG