ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສວນສາທາລະນະ Central Park ຂອງນິວຢອກ ກຳລັງຈະມີ ໂຮງໝໍສະໜາມ ຕັ້ງຂຶ້ນ


ໂຮງໝໍສະໜາມທີ່ມີຕຽງຮັບຄົນປ່ວຍ 68 ຕຽງ ກຳລັງຖືກສ້າງຂຶ້ນ ໃນສວນສາທາລະນະ ທີ່ຮູ້ຈັກກັນດີວ່າ Central Park ໃນນະຄອນນິວຢອກ ເພື່ອຊ່ອຍຮັບເອົາພວກຄົນປ່ວຍຈາກການຕິດເຊື້ອ ໄວຣັສໂຄໂຣນາສາຍພັນໃໝ່. (VOA/Vladimir Badikov)
ໂຮງໝໍສະໜາມທີ່ມີຕຽງຮັບຄົນປ່ວຍ 68 ຕຽງ ກຳລັງຖືກສ້າງຂຶ້ນ ໃນສວນສາທາລະນະ ທີ່ຮູ້ຈັກກັນດີວ່າ Central Park ໃນນະຄອນນິວຢອກ ເພື່ອຊ່ອຍຮັບເອົາພວກຄົນປ່ວຍຈາກການຕິດເຊື້ອ ໄວຣັສໂຄໂຣນາສາຍພັນໃໝ່. (VOA/Vladimir Badikov)

ລະບົບສາທາລະນະສຸກ ຂອງນະຄອນນິວຢອກ ທີ່ພວມປະເຊີນກັບສະພາບມີຄົນປ່ວຍ
ຫຼາຍເກີນຄວາມສາມາດຮັບເອົາ ຢູ່ນັ້ນ ແມ່ນໃກ້ຈະໄດ້ຮັບການຊ່ອຍເຫຼືອໃນບາງສ່ວນ
ຈາກກຳປັ່ນໂຮງໝໍຂອງກອງທັບເຮືອ ທີ່ຈະຮັກສາປິ່ນປົວພວກຄົນເຈັບທົ່ວໄປ ແລະ
ໂຮງໝໍທີ່ຕັ້ງໃສ່ສະໜາມຂຶ້ນໃໝ່ນັ້ນ ເພື່ອຮັບເອົາພວກທີ່ຕິດເຊື້ອໄວຣັສໂຄໂຣນາສາຍ
ພັນໃໝ່ນັ້ນ ມາຮອດແລ້ວ.

ໂຮງໝໍທີ່ຕັ້ງໃສ່ສະໜາມ ທີ່ມີຕຽງຮັບຄົນປ່ວຍໄດ້ເຖິງ 68 ຄົນ ຖືກຕັ້ງຂຶ້ນຢູ່ໃນສວນ
ສາທາລະນະ ຫລືື ທີ່ຮູ້ຈັກກັນຄື Central Park ທີ່ມີຊື່ສຽງຂອງນະຄອນນິວຢອກ.
ຜູ້ປົກຄອງລັດນິວຢອກ ທ່ານແອນດຣູ ຄົວໂມ ກ່າວວ່າ ຄາດກັນວ່າ ໂຮງໝໍຕັ້ງໃສ່ ສະໜາມຈະເປີດບໍລິການ ໃນວັນອັງຄານມື້ອື່ນ.

ກຸ່ມຄຣິສຕຽນຊ່ອຍເຫຼືອທົ່ວໂລກ ຊື່ວ່າອົງການ Samaritan’s Purse ແມ່ນເປັນຜູ້
ໃຫ້ການສະໜັບສະໜູນຕໍ່ໂຄງການສ້າງຕັ້ງໂຮງໝໍ ໃສ່ສະໜາມນັ້ນ.

ກຸ່ມນີ້ ກ່າວວ່າ ທີມພວກທ່ານໝໍ ແລະແພດ ທີມນຶ່ງ ຈະຖືກສົ່ງໄປປະຈຳການຢູ່ໂຮງໝໍ
ສະໜາມ ແລະຮັກສາປິ່ນປົວ ພວກຄົນປ່ວຍຕິດໄວຣັສໂຄໂຣນາ ທີ່ມາຈາກໂຮງໝໍ
Mount Sinai.

ທີມງານດັ່ງກ່າວ ກໍໄດ້ປະຕິບັດການມາແລ້ວ ຢູ່ສະຖານທີ່ທີ່ຄ້າຍຄືກັນນີ້ ໃນເຂດພາກ
ເໜືອຂອງອີຕາລີ ທີ່ໄດ້ຖືກກະທົບຢ່າງໜັກ ຈາກໄວຣັສໂຄໂຣນາ.

ນະຄອນນິວຢອກ ມີຫຼາຍກວ່າ 33,000 ກໍລະນີຕິດເຊື້ອໄວຣັສໂຄໂຣນາ ແລະ ເກືອບ
800 ຄົນ ເສຍຊີວິດແລ້ວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG